ສາຍໃຈມິດຕະພາບ ລາວ - ຫວຽດນາມ ຄົບຮອບ 60 ປີ

17:28 | 17/07/2022

ໃນໄລຍະນີ້ສອງປະເທດລາວ ແລະຫວຽດນາມ, ແມ່ນເປັນໄລຍະທີ່ໄດ້ມີການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ (ວັນທີ 5 ກັນຍາ 1962 - ວັນທີ 5 ກັນຍາ 2022) ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2022).

ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
ນະຄອນເກິນເທີຈັດປະຊຸມກຽມກິດຈະກຳລະນຶກ 60 ປີ ວັນສ້າງຕັ້ງການພົວພັນການທູດ ຫວຽດນາມ-ລາວ ນະຄອນເກິນເທີຈັດປະຊຸມກຽມກິດຈະກຳລະນຶກ 60 ປີ ວັນສ້າງຕັ້ງການພົວພັນການທູດ ຫວຽດນາມ-ລາວ
ພິທີເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022. ພາບ: ສໍານັກຂ່າວສານຫວຽດນາມ
ພິທີເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022. ພາບ: ສໍານັກຂ່າວສານຫວຽດນາມ

ລາວ ແລະຫວຽດນາມ ແມ່ນສອງປະເທດຖານບ້ານໃກ້ເຮືອນຄຽງ, ດຳລົງຊີວິດຮ່ວມກັນຢູ່ແຫຼມອິນດູຈີນ, ຮ່ວມສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມແມ່ນໍ້າຂອງ, ມີສາຍພົວພັນອັນສະໜິດຕິດພັນນຳກັນມາແຕ່ດົນນານໃນສະໄໝຕໍ່ສູ້ປົດປ່ອຍຊາດ. ບັນດາຈຸດພິເສດ, ສະພາບການນັ້ນກ່າວນັ້ນສອງປະເທດອ້າຍ-ນ້ອງ ລາວ-ຫວຽດນາມ ຍິ່ງໄດ້ເພີ່ມພູນຄູນສ້າງສາຍພົວພັນ, ການຮ່ວມມືມິດຕະພາບແບບພິເສດອັນມີມູນເຊື້ອຍາວນານ ຕະຫຼອດໄລຍະ 60 ປີຜ່ານມາ.

ການພົວພັນ ລາວ-ຫວຽດນາມ ແມ່ນການພົວພັນແບບພິເສດ, ຫາຍາກໃນປະຫວັດສາດການພົວພັນກັບສາກົນ. “ໃນປະຫວັດສາດແຫ່ງການປະຕິວັດຂອງໂລກ ໄດ້ມີຫຼາຍແບບຢ່າງທີ່ດີເດັ່ນກ່ຽວກັບນ້ຳໃຈສາກົນກຳມະຊີບ, ແຕ່ບໍ່ມີແຫ່ງໃດ ແລະບໍ່ມີເວລາໃດທີມີຄວາມສາມັກຄີສໍາພັນທະມິດສູ້ຮົບແບບພິເສດ, ຍາວນານ ແລະຮອບດ້ານຄືແນວນັ້ນ”. ນີ້ແມ່ນຄຳຢືນຢັນຂອງປະທານ ໄກສອນ ພົມວິຫານ ເມື່ອເວົ້າເຖິງການພົວພັນ ລາວ-ຫວຽດນາມ, ເຊິ່ງແມ່ນການພົວພັນລະຫວ່າງບັນດາເພື່ອນສະຫາຍ, ຮ່ວມທຸກຮ່ວມສຸກ, ຍາດເອົາໄຊຊະນະເທື່ອລະກ້າວ ແລະໄປເຖິງໄຊຊະນະສຸດທ້າຍ.

ພາຍຫຼັງທີ່ຫວຽດນາມ ປະຕິບັດສຳເລັດພາລະກິດໂຮມປະເທດຊາດເປັນເອກະລາດ ແລະປະເທດ ລາວ ໄດ້ຮັບການສະຖາປະນາເມື່ອປີ 1975, ການພົວພັນລະຫວ່າງ ລາວ - ຫວຽດນາມ ໄດ້ຫັນໄປສູ່ໄລຍະໃໝ່. ນັ້ນແມ່ນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ເຊິ່ງພະຍານຫຼັກຖານທີ່ມີຊີວິດຊີວານັ້ນແມ່ນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ - ຫວຽດນາມ, ເຊິ່ງໄດ້ຮັບການລົງນາມໃນວັນທີ 18 ກໍລະກົດ 1977. ນັບແຕ່ນັ້ນມາ, ການພົວພັນ ລາວ - ຫວຽດນາມ ໄດ້ກ້າວເຂົ້າສູ່ໃບໜ້າໃໝ່: ຈາກການຮ່ວມສໍາພັນທະມິດສູ້ຮົບ, ຮ່ວມຂຸມຄອງດຽວກັນຫັນໄປສູ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດທີ່ມີເອກະລາດ, ອະທິປະໄຕ.

ຕາມສົນທິສັນຍາມິດຕະພາບ ແລະການຮ່ວມມື, ສອງຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງຮອບດ້ານ ເພື່ອພ້ອມກັນພັດທະນາ, ພ້ອມກັນມີຊີວິດວັດທະນາຖາວອນ. ສົນທິສັນຍາແມ່ນບົນພື້ນຖານເພື່ອໃຫ້ສອງປະເທດເປີດກວ້າງການພົວພັນໃນທຸກຂົງເຂດ: ທາງດ້ານການເມືອງ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ; ໃນນັ້ນ, ການຮ່ວມມືດ້ານເສດຖະກິດຍາມໃດກໍ່ມີທີ່ຕັ້ງສໍາຄັນແຖວໜ້າ, ດ້ວຍຄວາມປາດຖະໜາຢາກເປັນກຳລັງໜູນຊຸກຍູ້ການພັດທະນາຂອງການພົວພັນຮ່ວມມືອື່ນໆ.

ສອງຝ່າຍຖືເປັນສໍາຄັນການຮ່ວມມືດ້ານເສດຖະກິດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຍົກສູງປະສິດທິຜົນ, ໃຫ້ສົມກັບການພົວພັນ ທາງດ້ານການເມືອງ ແລະຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງປະເທດ. ມາຮອດປະຈຸບັນ, ລາວ ໄດ້ອອກໜັງສືອະນຸຍາດໃຫ້ 417 ໂຄງການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ, ມູນຄ່າການລົງທຶນໄດ້ 4,3 ຕື້ໂດລາສະຫະລັດ. ວົງເງິນການຄ້າສອງສົ້ນກໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ, ປີ 2021 ບັນລຸໄດ້ 1,37 ຕື້ໂດລາສະຫະລັດ, ທຽບໃສ່ປີ 2020 ເພີ່ມຂຶ້ນ 33,3%. ຄຽງຂ້າງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຍາມໃດສອງປະເທດກໍ່ໄດ້ຍູ້ແຮງຢ່າງຕໍ່ເນື່ອງ ແລະເປັນປະຈຳ.

ປີ 2022 ແມ່ນປີພິເສດໃນການພົວພັນ ລາວ - ຫວຽດນາມ, ເປັນຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ. ມີການເຄື່ອນໄຫວຫຼາຍຢ່າງພວມຈະດຳເນີນຢ່າງເປັນຂະບວນຟົດຟື້ນ ແລະກ້ວາງຂວາງຢູ່ພາຍໃນສອງປະເທດເຊັ່ນ: ໄດ້ມີການພົວພັນ, ພົບປະຂອງແຕ່ລະການນຳຂັ້ນຕ່າງໆ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ທັງສອງຝ່າຍລ້ວນແຕ່ຢືນຢັນຖືເປັນສຳຄັນ ແລະເປັນບຸລິມະສິດໃນເອື້ອອຳນວຍຄວາມສະດວກໃຫ້ແກ່ກັນ ແລະກັນ ໃນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຖືເປັນຊັບສົມບັດອັນລ້ຳຄ່າຈຳເປັນຕ້ອງໄດ້ມີການປົກປັກຮັກສາ ແລະ ສືບທອດໃຫ້ຄົນລຸ້ນຕໍ່ໆໄປ.

ຄວາມຢືດໝັ້ນຕັດສິນໃຈຂອງທັງສອງຝ່າຍໃນການພ້ອມກັນປົກປັກຮັກສາ ແລະເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ ແລະ ຫາຍາກລະຫວ່າງລາວ ແລະ ຫວຽດນາມ, ເຮັດໃຫ້ການພົວພັນດັ່ງກ່າວ ພັດທະນາຢ່າງບໍ່ຢຸດຢັ້ງໃຫ້ຂຶ້ນສູ່ລະດັບໃໝ່. ເຮັດໃຫ້ການພົວພັນລະຫວ່າງ ລາວ - ຫວຽດນາມ ມີຄວາມເລິກເຊິ່ງກວ່າເກົ່າ ດ້ວຍບັນດາການເຄື່ອນໄຫວຮ່ວມມືລະອຽດ ແລະ ແທ້ຈິງ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.