ແບ່ງປັນ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ ດ່າ​ນັງ ​ແລະ ລາວ

06:30 | 15/07/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ເລ​ຂາ​ຄະນະພັກ​ນະຄອນ​ດ່າ​ນັງ ​ໄດ້​ເປັນ​ປະທານ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ສານ​ປະຊາຊົນ​ສູງ​ສຸດ​ແຫ່ງ ສປປ ລາວ ນຳ​ໂດຍ​ທ່ານ ​ຄຳ​ພັນ ບູນ​ພາຄົມ, ຮອງ​ປະທານສານ​ປະຊາຊົນ​ສູງ​ສຸດ​ລາວ ​ໄດ້​ແບ່ງປັນ​ປະສົບ​ການ​ທີ່​ມີ​ປະ​ໂຫຍ​ດ ​ແລະ ບົດຮຽນອັນລ້ຳຄ່າ ເພື່ອປັບປຸງການເຄື່ອນໄຫວຂອງສານຂອງທັງສອງຝ່າຍ…

ຫວຽດ​ນາມ ແລະ ອິນ​ເດຍ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຢາ, ການ​ແພດ ຫວຽດ​ນາມ ແລະ ອິນ​ເດຍ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຢາ, ການ​ແພດ
ການ​ນຳ​ນະ​ຄອນ​ດ່າ​ນັ້ງ​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ຄົນ​ໃໝ່ ການ​ນຳ​ນະ​ຄອນ​ດ່າ​ນັ້ງ​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ຄົນ​ໃໝ່
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: danang.gov.vn))
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: danang.gov.vn)

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ວັນ​ກວາງ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດ່າໜັງ ຂອງ​ຄະນະ​ຜູ້​ແທນ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໃນ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ທີ່​ສຸດ ​ເມື່ອ​ສອງ​ປະ​ເທດ​ມຸ່ງ​ໄປ​ເຖິງ​ວັນ​ຄົບຮອບ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຄັ້ງນີ້ ບໍ່ພຽງແຕ່ເພີ່ມທະວີການຮ່ວມມື ແລະ ສາຍພົວພັນອັນແໜ້ນແຟ້ນລະຫວ່າງສານປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຍັງເປັນການແລກປ່ຽນປະສົບການໃນວຽກງານອອກ​ຄຳຕັດສິນ; ພິ​ເສດ​ແມ່ນ​ເມື່ອ​ສອງ​ປະ​ເທດ​ຕັ້ງໜ້າ​ປະຕິ​ຮູບ​ດ້ານ​ຕຸລາການ, ​ໃນ​ນັ້ນ​ມີ​ການ​ປະຕິ​ຮູບ​ວຽກ​ງານ​ຂອງ​ສານ​ທຸກ​ຂັ້ນ.

ສານ​ປະຊາຊົນ​ທຸກ​ຂັ້ນ​ຂອງ​ນະຄອນ ດ່າ​ນັງ ກໍ່​ຄື​ສານ​ປະຊາຊົນ​ຂັ້ນ​ສູງ​ນະຄອນ ດ່າ​ນັງ ​ໄດ້​ປະຕິບັດ​ຢ່າງ​ຕັ້ງໜ້າ​ໃນ​ການ​ຕັດສິນ​ຄະດີ​ບໍລິຫານ. ນະ​ຄອນ ດ່າ​ນັງ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ທີ່​ມີ​ມາ​ແຕ່​ດົນ​ນານ. ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ດ່າ​ນັງ​ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ທີ່​ມີ​ຄວາມ​ໝາຍ​ຢູ່​ລາວ​.

ທ່ານ ຫງວຽນ​ວັນ​ກວາງ ອ​ວຍ​ພອນ​ຄະນະ​ຜູ້​ແທນ​ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພົວພັນ​ລະຫວ່າງ​ສານ​ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ການ​ພົວພັນ​ລະຫວ່າງ​ສານ​ປະຊາຊົນ​ຂັ້ນ​ສູງ​ນະຄອນ ດ່າ​ນັງ ​ແລະ ສານ​ປະຊາຊົນ​ທຸກ​ຂັ້ນຂອງ​ນະຄອນ ດ່າ​ນັງ ​ແລະ ລາວ ຈະ​ສືບ​ຕໍ່​ມີ​ການ​ພັດທະ​ນາ, ສະ​ໜິດ​ຕິດ​ພັນ​ກ່​ວາ​ອີກ.

ສ່ວນ​ທ່ານຄຳພັນ ບູນພາຄົມ ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນຂອງການນຳນະຄອນ ດ່າໜັງ; ທ່ານ​ກໍ່ຢືນຢັນ​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ນະຄອນ ດ່າ​ນັງ ​ແລະ ທ້ອງ​ຖິ່ນ​ລາວ ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ຝ່າຍ.

​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຄັ້ງ​ນີ້, ທ່ານ ຄຳ​ພັນ ບູນ​ພາ​ຄົມ ຫວັງ​ວ່າ ສານ​ນະຄອນ ດ່າ​ນັງ ​ແລະ ລາວ ຈະ​ແລກປ່ຽນ​ປະສົບ​ການ ​ແລະ ບົດຮຽນ​ອັນ​ລ້ຳ​ຄ່າ ​ເພື່ອ​ປັບປຸງ​ການ​ເຄື່ອນ​ໄຫວ​ຂອງ​ສານ​ຂອງ​ສອງ​ຝ່າຍ; ພ້ອມ​ກັນ​ນັ້ນ, ​ສານ​ປະຊາຊົນ​ນະຄອນ ດ່າ​ນັງ ຈະ​ແບ່ງປັນ​ປະສົບ​ການ ​ແລະ ຈຸດດີ​ກັບ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໄດ້​ຮຽນ​ຮູ້. ທ່ານ ຄຳ​ພັນ ບູນ​ພາ​ຄົມ ກໍ່​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ລາວ ຈະ​ນັບ​ມື້​ນັບ​ດີ​ງາມ ແລະ ຄົງ​ຕົວ​ຕະຫຼອດ​ໄປ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.