ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່

09:35 | 12/07/2022

ໃນຊຸມປີຜ່ານມາ, ມີວິສາຫະກິດ, ໂຮງຈັກໂຮງງານຫຼາຍແຫ່ງຂອງ ຫວຽດນາມ ໄດ້ໄປລົງທຶນ ຮັບໃຊ້ການດຳລົງຊີວິດຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກຂອງລາວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຊ່ວຍປະຊາຊົນລາວ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປົວແປງຊີວິດການເປັນຢູ່, ຮັບປະກັນສະຫວັດດີການສັງຄົມ. ບົດຂຽນຂອງນັກຂ່າວ VOV ປະຈຳ ລາວ.

ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ
ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ໂຮງງານໄດ້ຊ່ວຍປະຊາຊົນ ຜະລິດອອກຜະລິດຕະພັນ ເສັ້ນລ້ອນສາຄູ, ສ້າງລາຍຮັບໝັ້ນຄົງໃຫ້ແກ່ປະຊາຊົນ

ບ້ານ ອອມ ຂຶ້ນກັບເມືອງ ອະນຸວົງ, ຫ່າງຈາກໃຈກາງແຂວງ ໄຊສົມບູນ ປະມານ 50 ກິໂລແມັດ, ເສັ້ນທາງຄົມມະນາຄົມໄປ - ມາ ຍັງປະສົບກັບຄວາມຫຍຸ້ງຍາກ, ພື້ນຖານໂຄງລ່າງຍັງຈຳກັດ, ປະຊາຊົນຢູ່ທີ່ນີ້ສ່ວນຫຼາຍແມ່ນດຳເນີນຊີວິດໂດຍອີງຕາມທຳມະຊາດ. ພື້ນຖານກະສິກຳຍັງບໍ່ທັນພັດທະນາຢ່າງແທ້ຈິງ, ຜະລິດຕະພັນທີ່ຜະລິດອອກ ພຽງແຕ່ໄດ້ຕອບສະໜອງຕາມຄວາມຕ້ອງການແລກປ່ຽນສິນຄ້າຢູ່ໃນບ້ານເທົ່ານັ້ນ. ປີ 2021, ບໍລິສັດໃຫຍ່ Coecco ຂອງ ຫວຽດນາມ ໄດ້ລົງທຶນກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນກະເສດ, ຢາສະໝູນໄພ ໄຊສົມບູນ ຢູ່ບ້ານ ອອມ ເພື່ອຊ່ວຍພໍ່ແມ່ປະຊາຊົນປ່ຽນແປງໃໝ່ວິທີປູກຝັງ ແລະ ພັດທະນາກະສິກຳ. ມາຮອດປັດຈຸບັນ, ໂຮງງານແຫ່ງນີ້ໄດ້ຮັບຈຳໜ່າຍວັດຖຸດິບທັງໝົດຈາກມັນສາຄູຂອງປະຊາຊົນທ້ອງຖິ່ນ, ສ້າງວຽກເຮັດງານທຳ, ລາຍຮັບທີ່ໝັ້ນຄົງໃຫ້ແກ່ເກືອບ 500 ຄອບຄົວ, ແຕ່ລະເຮັກຕາທີ່ປູກມັນສາຄູ ບັນລຸສະມັດຕະພາບແຕ່ 40 ຫາ 50 ໂຕນ, ສ້າງລາຍຮັບປະມານ 2.500 – 3.000 USD.

ທ່ານ ສັງຄົມ ສູນດາລາ, ຮອງເລຂາພັກເມືອງ ອະນຸວົງ ໃຫ້ຮູ້ວ່າ ນີ້ແມ່ນໂຮງງານແຫ່ງທຳອິດມາຕັ້ງຢູ່ ເມືອງຂອງຕົນ, ສ້າງຂີດໝາຍແກ່ການພັດທະນາໃໝ່ກ່ຽວກັບເຕັກນິກການຜະລິດກະສິກຳແບບທັນສະໄໝ, ສ້າງຂະແໜງອາຊີບໃໝ່, ຜະລິດອອກບັນດາຜະລິດຕະພັນທີ່ເຕັມໄປດ້ວຍສີສັນທີ່ເປັນເອກະລັກຂອງທ້ອງຖິ່ນ. ພ້ອມທັງຊ່ວຍປະຊາຊົນປະລະຄວາມຊິນເຄີຍໃນການດຳລົງຊີວິດດ້ວຍອາຊີບລ່າສັດປ່າຕາມທຳມະຊາດ, ສຸມໃສ່ການປູກຝັງ, ລ້ຽງສັດແບບຍືນຍົງ ແລະ ສ້າງຊີວິດການເປັນຢູ່ທີ່ໝັ້ນຄົງ. ທ່ານ ສັງຄົມ ອະນຸວົງ ກ່າວວ່າ:

"ຂ້າພະເຈົ້າເອງໃນນາມຕາງໜ້າອົງການປົກຄອງເມືອງ, ຄະນະພັກ, ຄະນະນຳຂອງເມືອງ ກໍສຸດທີ່ດີອົກດີໃຈເມື່ອໂຮງງານດັ່ງກ່າວເກີດຂຶ້ນ. ໂຄງການດັ່ງກ່າວຈະຕອບສະໜອງກ່ຽວກັບວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ, ໂດຍສະເພາະແມ່ນການສົ່ງເສີມປູກມັນສາຄູນີ້, ຈາກພໍ່ແມ່ປະຊາຊົນທີ່ເຄີຍຜະລິດແບບທຳມະຊາດ, ຜະລິດແລ້ວບໍ່ໄດ້ຈຳໜ່າຍ, ແຕ່ມາຮອດມື້ນີ້ ຜະລິດຕະພັນຂອງພໍ່ແມ່ປະຊາຊົນມີຕະຫຼາດຮອງຮັບກາຍເປັນລາຍຮັບທີ່ໝັ້ນຄົງໃຫ້ແກ່ພໍ່ແມ່ປະຊາຊົນ."

ບໍ່ພຽງແຕ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນບໍລິເວນເທົ່ານັ້ນ, ແຕ່ດ້ວຍທ່າໄດ້ປຽບກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ຍານພາຫະນະ, ເຄື່ອງຈັກ, ບໍລິສັດໃຫຍ່ Coecco ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສັງຄົມ ແລະ ການກຸສົນໃນບໍລິເວນ. ທ່ານ ກາຕົວ ຈານຈໍປາວ, ນາຍບ້ານ ອອມ ໃຫ້ຮູ້ວ່າ: ປະຊາຊົນໃນບ້ານສ່ວນຫຼາຍແມ່ນຄອບຄົວທຸກຍາກ, ແຕ່ນັບແຕ່ເມື່ອບໍລິສັດຂອງ ຫວຽດນາມ ມາສຳຫຼວດ, ກໍ່ສ້າງໂຮງຈັກໂຮງງານ ກໍໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ປະຊາຊົນໃນເຂດໂຄງການ ເປັນຕົ້ນແມ່ນສ້າງພື້ນຖານໂຄງລ່າງ, ໂຮງຮຽນ, ຊົນລະປະທານ, ໂຮງໝໍ; ສົ່ງເສີມພໍ່ແມ່ປະຊາຊົນພັດທະນາເສດຖະກິດ, ປົວແປງຊີວິດການເປັນຢູ່ດ້ວຍການຊ່ວຍເຫຼືອມອບແນວພັນສັດລ້ຽງ.

"ນອກຈາກນັ້ນຍັງຊ່ວຍການລ້ຽງສັດ, ໜູນຊ່ວຍແນວພັນງົວ, ເຮັດໂຮງໝໍຊ່ວຍບ້ານ, ຊ່ວຍພໍ່ແມ່ປະຊາຊົນຜູ້ເຈັບໄດ້ປິ່ນປົວຢູ່ໂຮງໝໍບ້ານເລີຍ, ບໍ່ພຽງແຕ່ເທົ່ານັ້ນ, ທາງໂຮງງານຍັງມີກອງທຶນຢາ ເພື່ອແຈກຢຸກຢາໃຫ້ຜູ້ເຈັບເປັນອີກດ້ວຍ".

ກ່ອນທີ່ລົງທຶນກໍ່ສ້າງໂຮງງານ, ທາງບໍລິສັດໃຫຍ່ Coecco ໄດ້ຊອກຮູ້ຊີວິດການເປັນຢູ່, ວິທີການປູກຝັງ, ການຜະລິດກະສິກຳຂອງປະຊາຊົນທ້ອງຖິ່ນ. ໂດຍກຳໄດ້ຄວາມຫຍຸ້ງຍາກຂອງປະຊາຊົນ, ທາງບໍລິສັດໄດ້ສົ່ງນັກຊ່ຽວຊານມາຊ່ວຍເຫຼືອ, ແນະນຳໃຫ້ພໍ່ແມ່ປະຊາຊົນວິທີການບົວລະບັດ, ປູກຕົ້ນມັນສາຄູແນວໃດໃຫ້ມີສະມັດຕະພາບສູງ. ທ່ານ ຫງວຽນອານແທັ່ງ, ຜູ້ອຳນວຍການໂຮງງານປຸງແຕ່ງຜະລິດຕະພັນກະເສດ ແລະ ສະໝູນໄພ ໄຊສົມບູນ ຢັ້ງຢືນວ່າ ອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນທ້ອງຖິ່ນໄດ້ໃຫ້ການຊ່ວຍເຫຼືອ, ອຳນວຍຄວາມສະດວກ, ພາຍຫຼັງເກືອບ 1 ປີ ແຫ່ງການກໍ່ສ້າງ, ພະນັກງານຂອງບໍລິສັດໄດ້ນຳເອົາຄວາມຮັບຜິດຊອບທັງໝົດຂອງຕົນມາປະຕິບັດໂຄງການໃຫ້ຮັບປະກັນຄຸນນະພາບ, ຖືກຕາມຄາດໝາຍ. ໃນເບື້ອງຕົ້ນ, ໂຮງງານດັ່ງກ່າວໄດ້ຜະລິດອອກຜະລິດຕະພັນ ເສັ້ນລ້ອນສາຄູ.

“ການເຄື່ອນໄຫວຜະລິດຂອງໂຮງງານໄດ້ດຳເນີນໄປເປັນປົກກະຕິ ແລະ ເກັບຊື້ມັນສາຄູກັບປະຊາຊົນໄດ້ເກືອບ 900 ໂຕນ, ຜະລິດອອກຜະລິດຕະພັນທີ່ມີຄຸນນະພາບສູງ. ໃນອະນາຄົດ ທາງໂຮງງານຈະພັດທະນາຂະແໜງປູກຕົ້ນຢາສະໝູນໄພຕື່ມອີກ. ສິ່ງດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ, ສ້າງທ້ອງຖິ່ນຂອງລາວ ພັດທະນາຢ່າງຮອບດ້ານ”.

ໂຮງງານປຸງແຕ່ງຜະລິດຕະພັນກະເສດ ແລະ ຢາສະໝູນໄພ ໄຊສົມບູນ ແມ່ນໂຮງງານແຫ່ງທີ 3 ໂດຍບໍລິສັດໃຫຍ່ Coecco ລົງທຶນຢູ່ ລາວ ແລະ ກໍແມ່ນໜຶ່ງໃນບັນດາກິດຈະກຳຈຸດສຸມໃນບໍລິເວນບ້ານ ອອມ, ໃນໄລຍະທີໜຶ່ງ ມີຍອດຈຳນວນເງິຍລົງທຶນປະມານເກືອບ 790.000 USD ແລະ ໄດ້ກໍ່ສ້າງໃນເນື້ອທີ່ 16.000 ຕາແມັດ. ເຖິງວ່າ ມີຈຳນວນເງິນລົງທຶນບໍ່ຫຼາຍກໍຕາມ, ແຕ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການຮ່ວມມື, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງໝັ້ນຄົງໜຽວແໜ້ນລະຫວ່າງສອງປະເທດ.

ກ່າວຄຳເຫັນທີ່ພິທີເປີດສະຫຼອງໂຮງງານໃນເດືອນ ມີນາ ຜ່ານມາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ຕີລາຄາວ່າ, ການກໍ່ສ້າງໂຮງງານດ້ວຍລະບົບເຕັກໂນໂລຢີທີ່ກ້າວໜ້າ, ທັນສະໄໝ, ວິທີການຄຸ້ມຄອງບໍລິຫານເປັນມືອາຊີບຢູ່ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກຂອງ ລາວນັ້ນ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສອງລັດຖະບານກ່ຽວກັບການຮ່ວມມືພັດທະນາສິນຄ້າກະສິກຳຕາມທ່າແຮງຂອງແຕ່ລະປະເທດ. ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ເນັ້ນໜັກວ່າ:

“ນີ້ແມ່ນກິດຈະກຳທີ່ມີຄວາມໝາຍສຳລັບການເພີ່ມທະວີການພົວພັນກັບແຂວງ ໄຊສົມບູນ, ອັນໄດ້ຊ່ວຍໃຫ້ແຂວງສ້າງກິດຈະກຳໜຶ່ງ ກໍຄືການຊ່ວຍປະຊາຊົນມີວຽກເຮັດງານທຳ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາດ, ເພີ່ມລາຍຮັບ. ຂ້າພະເຈົ້າຕີລາຄາສູງສະຕິຄວາມໝາຍ ແລະ ເປົ້າໝາຍຂອງໂຄງການນີ້”.

ປັດຈຸບັນ, ມີຫຼາຍຄອບຄົວຢູ່ບ້ານ ອອມ ໄດ້ມີວຽກເຮັດງານທຳ, ມີລາຍຮັບທີ່ໝັ້ນຄົງ, ໂສມໜ້າຂອງບ້ານກໍດີຂຶ້ນເທື່ອລະກ້າວ, ປະຊາຊົນຫ້າວຫັນແຂ່ງຂັນທຳການຜະລິດ. ຫວັງວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ ເພື່ອມີຫຼາຍກິດຈະກຳ, ໂຮງຈັກໂຮງງານໄດ້ກໍ່ສ້າງຂຶ້ນ ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນລາວ ຢູ່ເຂດຫ່າງໄກສອກຫຼີກ, ເຂດຫຍຸ້ງຍາກພິເສດ./

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.