ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

09:27 | 12/07/2022

ຍສໝ- ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຕ້ອນຮັບທ່ານພົນຕີ ວັນທອງ ກອງມະນີ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7 ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7
ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ
ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ
ພ່ບປະກອບ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ກະຊວງປ້ອງກັນຄວາມສະຫງົບ​ ​ລາວ ​ໄດ້​ຢືນຢັນ​ຄືນ​ໃໝ່ອີກເທື່ອໜຶ່ງເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ນໍ້າໃຈອ້າຍນ້ອງ, ສະຫາຍໃນຄອບຄົວດຽວກັນ​ລະຫວ່າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ; ​ແມ່ນ​ພື້ນຖານ​ໃຫ້​ແກ່ບັນດາ​ອົງການເຈົ້າໜ້າ​ທີ່​ຂອງ​ສອງ​ກະຊວງເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ, ປ້ອງ​ກັນ​ ແລະ ຕ້ານ​ອາດຊະຍາ​ກຳ, ວຽກ​ງານ​ການ​ເມືອງ. ທ່ານ​ຮອງ​ລັດຖະມົນຕີ ວັນທອງ ກອງມະນີ​ ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກຳລັງ​ຕຳຫຼວດສອງປະ​ເທດ​ຈະ​ນັບ​ມື້​ນັບ​ພັດທະນາ, ເຂົ້າສູ່ລວງເລິກ​, ຮັບ​ໃຊ້​ໜ້າທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດຢ່າງແທດຈິງ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ກະຊວງຕໍາຫຼວດ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງປ້ອງກັນຄວາມສະຫງົບ​ແຫ່ງ ສປປ ລາວ ຢ່າງເປັນທາງການ ​ໂດຍ​ທ່ານ​ພົນ​ຕີ ວັນ​ທອງ ກອງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ເປັນຫົວໜ້າຄະນະ, ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ພົນ​ໂທ ​ເຈີນ​ກວັກຕໍ໊, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ຕຳຫຼວດ ຫວຽດນາມ ​ໄດ້​ມີ​ການເຮັດວຽກ ​ກັບ​ທ່ານ​ຮອງ​ລັດຖະມົນຕີ ​ວັນ​ທອງ ກອງ​ມະນີ ແລະ ຄະນະ​ຜູ້​ແທນ​ກະຊວງ​ປ້ອງກັນຄວາມສະຫງົບ ​ລາວ.

ຫອມມາລາ

ເຫດການ
302 Found

Found

The document has moved here.