ນາຍົກລັດຖະມົນຕີລາວ ຕ້ອນຮັບຄະນະປະຕິບັດງານແຂວງຮ່າຕິ້ງ

22:27 | 07/07/2022

ວັນທີ 5 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມລາວ, ຄະນະປະຕິບັດງານແຂວງຮ່າຕິ້ງ ນຳໜ້າໂດຍສະຫາຍ ຫວໍຈ້ອງຫາຍ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ເຂົ້າຢ້ຽມຂໍ່ານັບສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn

ທີ່ການຕ້ອນຮັບ, ສະຫາຍ ຫວໍຈ້ອງຫາຍ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນງານພົ້ນເດັ່ນໃນຂົງເຂດຕ່າງໆຂອງແຂວງຮ່າຕິ້ງ ໃນໄລຍະຜ່ານມາ. ສະຫາຍ ຫວໍຈ້ອງຫາຍ ໃຫ້ຮູ້ວ່າ ຄະນະພັກ, ອໍານາດການປົກຄອງແຂວງຮ່າຕິ້ງ ສືບຕໍ່ຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບຫຼາຍທ້ອງຖິ່ນຂອງລາວ, ໂດຍສະເພາະແມ່ນກັບແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະນະຄອນຫຼວງວຽງຈັນ; ຍູ້ແຮງການຮ່ວມມືກັບສະຖານທູດ, ສະຖານກົງສູນໃຫຍ່ລາວ ປະຈຳ ຫວຽດນາມ...

ໃນໄລຍະຈະມາເຖິງ, ຄະນະພັກ ແລະອໍານາດການປົກຄອງແຂວງຮ່າຕິ້ງ ຈະສືບຕໍ່ຍູ້ແຮງການຮ່ວມມືເພື່ອນຳການພົວພັນດ້ານການເມືອງ-ການທູດລະຫວ່າງແຂວງຮ່າຕິ້ງ ກັບບັນດາອົງການຜູ້ຕາງໜ້າທາງການທູດລາວ ປະຈຳ ຫວຽດນາມ ກໍ່ຄືບັນດາທ້ອງຖິ່ນຂອງລາວ ໃຫ້ເຂົ້າສູ່ລວງເລິກ, ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃນໝູ່ປະຊາຊົນ; ພິເສດແມ່ນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022.

ສະຫາຍ ຫວໍຈ້ອງຫາຍ ກໍ່ສະເໜີໃຫ້ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຊີ້ນຳບັນດາກະຊວງ, ຂະແໜງການຂອງລາວ ສືບຕໍ່ສົມທົບກັບຝ່າຍຫວຽດນາມ ເພື່ອຍົກລະດັບ ແລະລົງທຶນໃສ່ເສັ້ນທາງຄົມມະນາຄົມເຊື່ອມຕໍ່ບັນດາທ້ອງຖິ່ນຂອງລາວ ກັບແຂວງຮ່າຕິ້ງ; ປາດຖະໜາວ່າ ລັດຖະບານລາວ ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຮ່າຕິ້ງ ແລະບັນດາວິສາຫະກິດລາວ ເພີ່ມທະວີການພົບປະແລກປ່ຽນ, ຊອກຮູ້ຮ່ຳຮຽນ ແລະການຮ່ວມມື; ສົ່ງເສີມບັນດາວິສາຫະກິດໂລຈິດສະຕິກ ຂອງລາວ ເພີ່ມທະວີການຮ່ວມມືກັບວິສາຫະກິດໂລຈິດສະຕິກ ຂອງແຂວງຮ່າຕິ້ງ ໃນການຂົນສົ່ງ ແລະ ສົ່ງອອກສິນຄ້າ.

ສະຫາຍນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ເວົ້າລວມ ແລະລະຫວ່າງ ແຂວງຮ່າຕິ້ງ ກັບບັນດາທ້ອງຖິ່ນຊາຍແດນຂອງລາວ ເວົ້າສະເພາະ.

ສະຫາຍນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ຊົມເຊີຍແຂວງຮ່າຕິ້ງ ບັນລຸໄດ້ບັນດາໝາກຜົນໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການປ້ອງກັນ ແລະຕ້ານໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ; ຕີລາຄາສູງບົດບາດຂອງແຂວງຮ່າຕິ້ງ ໃນການຮ່ວມມື ແລະຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ ໃນຫຼາຍຂົງເຂດ ຄື: ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງ...; ສະເໜີໃຫ້ແຂວງຮ່າຕິ້ງ ສືບຕໍ່ສ້າງເງື່ອນໄຂຍົກສູງຄຸນນະພາບການບໍາລຸງສ້າງຕາມມາດຕະຖານຂອງຫວຽດນາມ ໃຫ້ບັນດານັກຮຽນ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ແຂວງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.