ບັນ​ດາ​ໂຄງ​ການ​ຈາລຶກ​ນັກ​ຮົບ​ເສຍສະຫຼະ​ຊີ​ວິດຫວຽດ​ນາມ ຢູ່​ ດິນ​ແດນ​ລາວ

08:00 | 10/07/2022

ຍ​ສ​ໝ - “ເຂົ້າ​ເມັດ​ຫັກ, ຜັກ​ເສັ້ນ​ດ​ຽວ​ກໍ່​ແບ່ງ​ກັນ​ກິນ”, ທະ​ຫານ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ລາວ​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່, ຮ່ວມ​ທຸກ​ຮ່ວມ​ສຸກ​ໃນ​ຊຸມ​ເດືອນ​ປີ ຢູ່​ຕະ​ຄອງ​​ດຽວ​ກັນ. ການ​ກໍ່​ສ້າງ​ອະ​ນຸ​ສາ​ວະ​ລີ​ສຳ​ພັນ​ທະ​ມິດ​ສູ້​ຮົບ ຫວຽດ​ນາມ - ລາວ ໄດ້​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ສອງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ ເຂົ້າ​ໃຈ​ກ​ວ່າ​ກ່ຽວ​ກັບ​ນ້ຳ​ໃຈ​ພິ​ເສດ​ລະ​ຫວ່າງ​ສອງ​ສາດ ແລະ ສອງ​ປະ​ເທດ.

ໂທລະເລກຊົມເຊີຍ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໂທລະເລກຊົມເຊີຍ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ

ໃນຕະຫຼອດໄລຍະປະຫວັດສາດຂອງປະຊາຊົນສອງຊາດ ຫວຽດນາມ - ລາວ, ພິເສດແມ່ນໄລຍະທາງ 60 ປີນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ນ້ຳໃຈສາມັກຄີ ມິດຕະພາບແບບພິເສດໂດຍປະທານ ໂຮ່ຈີມິນ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຕັ້ງພື້ນຖານ, ເພີ່ມພູນຄູນສ້າງ

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

ໄລຍະຈະມາເຖິງ, ສອງຝ່າຍຈະມີການພົວພັນແລກປ່ຽນບົດຮຽນປະສົບການເພື່ອສືບຕໍ່ສ້າງກຸ່ມກ້ອນກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວຜູ້ອອກແຮງງານ

ສະ​ຖານ​ທີ່​ແດງຢູ່​ດິນ​ແດນ​ລາວ

ໃນ​ຊຸມ​ວັນ​ກາງ​ເດືອນ​ກໍ​ລະ​ກົດ​ຢູ່​ລາວ ແມ່ນ​ລະ​ດູ​ຝົນ ແຕ່​ໃນ​ໂຄງ​ການ​ກໍ່​ສ້າງ​ເຂດ​ຫໍບູ​ຊາ​ນັກ​ຮົບ​ວິ​ລະ​ຊົນເສຍ​ສະຫຼະ​ຊີ​ວິດ ຫວຽດ​ນາມ - ລາວ ຢູ່​ບ້ານຍວນ, ເມືອງ​ແປກ, ແຂວງ​ຊຽງ​ຂວາງ ບັນ​ດາ​ກຸ່ມຊ່າງ​ກໍ່​ສ້າງ​ຍັງ​ກໍ່​ສ້າງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໄລ​ຍະ​ທີ 1, ມຸ່ງ​ໄປ​ເຖິງວັນທີ 24 ກໍ​ລະ​ກົດ ເຊິ່ງ​ແມ່ນ​ວັນ​ຈັ​ດ​ຕັ້ງ​ພິທີສູດສັກອະນິດຈາເພື່ອ​ໃຫ້​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ທຸກ​ແນ​ວ​ຮົມ​ລາວ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້.

ບັນ​ດາ​ໂຄງ​ການ​ຈາລຶກ​ນັກ​ຮົບ​ເສຍສະຫຼະ​ຊີ​ວິດຫວຽດ​ນາມ ຢູ່​ ດິນ​ແດນ​ລາວ
​ສະຖານທີ່ກໍ່ສ້າງເຂດ​ຫໍບູ​ຊາ​ນັກ​ຮົບ​ວິ​ລະ​ຊົນເສຍ​ສະຫຼະ​ຊີ​ວິດ ຫວຽດ​ນາມ - ລາວ(ພາບ: ເຈື່ອງ​ຮຸ່ງ)

ເຂດ​ຫໍບູ​ຊາ​ນັກ​ຮົບ​ວິ​ລະ​ຊົນເສຍ​ສະຫຼະ​ຊີ​ວິດ​ຫ​ວຽດ​ນາມ - ລາວ​ມີ​ເນື້ອ​ທີ 10 ເຮັກ​ຕາ, ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ແຕ່​ວັນ​ທີ 24 ມີ​ນາ ປີ 2022. ນີ້​ແມ່ນ​ເຂດຫໍ​ບູ​ຊາ​ທຳ​ອິດ​ໂດຍ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ​ກໍ່​ສ້າງ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ໃນ​ໄລ​ຍະ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ໃຫ້​ແກ່​ສອງ​ຊາດ.

ທ່ານ ​ຮ່າ​ວັນ​ແກ໋ງ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ​ຊຽງ​ຂ​ວາງ​ ໃຫ້​ຮູ້​ວ່າ: ໃນ​ຊຸມ​ເດືອນ​ເກີດ​ສົງ​ຄາມ​ທີ່​ຮ້າຍ​ແຮງ​ຢູ່​ແຂວງ​ຊ​ຽງ​ຂວາງ ໃນ​ລະ​ຫວ່າງວັນ​ທີ 1969 – 1972, ສັດ​ຕູ​ໄດ້ດຳ​ເ​ນີນ​ການ​ບຸກ​ໂຈມ​ຈີ​ເຂດ​ປົດ​ປ່ອຍ​ທົ່ງໄຫ​ຫີນ ຊຽງ​ຂວາງ. ໃນ​ຈຸດ​ເວ​ລາ​ນັ້ນ, ໂດຍ​ປະ​ຕິ​ບັດ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ປະ​ຕິ​ວັດ​ລາວ, ພັກ, ລັດ ແລະ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ເທດ​ເພື່ອນ.

ມີຫຼາຍ​ກົມ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ໄດ້​ມາ​ລາວ ຮຽງ​ບ່າ​ຮຽງ​ໄຫຼ່, ຕໍ່​ສູ້​ຢູ່​ຕະ​ຄອງ​​ດຽວ​ກັນ​ກັບ​ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ເພື່ອ​ຕ້ານ​ສັດ​ຕູ​ລວມ. ໃນ​ຊຸມ​ວັນ​ນັ້ນ, ມີ​ພະ​ນັກ​ງານ, ນັກ​ຮົບ​ສອງ​ປະ​ເທດຫຼາຍ​ຄົນ​ເສຍ​ຊີ​ວິດ. ໂດຍ​ສະ​ເພາະ​ຢູ່​ບໍ​ລິ​ເວນ 3 ແຂວງ ຊຽງ​ຂວາງ, ໄຊ​ສົມ​ບູນ ແລະ ແຂວງວຽງ​ຈັນ ມີ​ນັກ​ຮົບ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ກ​ວ່າ 15.000 ຄົນ​ເສ​ຍ​ຊີ​ວິດ.

ຕ​າມ​ທ່ານ ຮ່າ​ວັນ​ແກ໋ງ ແລ້ວ, ດ້ວຍ​ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ​ຊຽງ​ຂວາງ ຖື​ການ​ກໍ່​ສ້າງ​ຫໍ​ບູ​ຊາ​ນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄົນ​ລຸ້ນ​ໜຸ່ມ ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ແລະ ຕອບ​ບຸນ​ແທນ​ຄຸນ​ສ່ວນ​ໃດ​ໜຶ່ງໃນ​ການ​ເສຍ​ສະ​ຫຼະ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ສອງ​ປະ​ເທດ ທີ່ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ພື້ນ​ຖານ​ເອ​ກະ​ລາດ ແລະ ສັນ​ຕິ​ພາບ​ຂອງ​ສອງ​ຊາດ.

ສັນ​ຍະ​ລັກ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ສຳ​ພັນ​ທະ​ມິດ​ສູ້​ຮົບ​ອັນ​ຍິ່ງ​ໃຫຍ່

ໃນ​ທົ່ວ​ທຸກ​ແຂວງ, ນະ​ຄອນ​ຂອງ​ລາວ, ບັນ​ດາ​ສະ​ຖານ​ທີ່​ໃນ​ເມື່ອ​ກ່ອນ​ແມ່ນ​ແນວ​ຮົບ​ທີ່​ຮ້າຍ​ແຮງ ໃນ​ໄລ​ຍະ​ທີ່​ສອງ​ປະ​ເທດ​ຮ່ວມ​ແຮງ​ຮ່​ວມ​ໃຈ​ຕໍ່​ສູ້​ຕ້ານ​ສັດ​ຕູ​ລວມ, ບັນ​ດາ​ເຂດ​ອະ​ນຸ​ສາ​ວະ​ລີຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່​ສ້າງ, ພົ້ນ​ເດັ່ນ​ຂຶ້ນ​ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ ແລະ ພາກ​ກາງ​ລາວ​ຄື: ອຸ​ດົມ​ໄຊ, ຫົວ​ພັນ, ວຽງ​ຈັນ, ຊຽງ​ຂວາງ, ໄຊ​ສົມ​ບູນ, ຄຳ​ມ່ວນ, ບໍ​ລິ​ຄຳ​ໄຊ ແລະ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ລາວ ຄື ສະ​ຫວັນ​ນະເຂດ, ເຊກອງ, ຈຳ​ປາ​ສັກ ແລະ ອັດ​ຕະປື.

ເຂດ​ອະ​ນຸ​ສາ​ວະ​ລີ​ທັງແມ່ນ​ໂຄງ​ການ​ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມ​ໝາຍ​ລວງ​ເລິກ​ທັງ​ແມ່ນ​ສັນ​ຍາ​ລັກ​ອັນ​ສູງ​ສົ່ງ, ມີ​ຊີ​ວິດ​ຊີ​ວາ, ຊັບ​ສິນ​ທາງດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ, ສະ​ຖານ​ທີ່​ບັນທຶກ​ເພື່ອ​ໃຫ້​ຄົນ​ລຸ້ນ​ໜຸ່ມ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ, ນ້ຳ​ໃຈ​ກ້າ​ຫານ, ການ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ຫວຽດ​ນາມ - ລາວ.

ໃນ​ພິ​ທີ​ເປີດ​ການ​ເຄື່ອນ​ໄຫວ ແລະ ມອບ​ຮັບ​ອາ​ນຸ​ສາ​ວະ​ລີ​ສຳ​ພັນ​ທະ​ມິດ​ສູ້​ຮົບ​ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ໃຫ້​ແກ່​ແຂວງ ໄຊ​ສົມ​ບູນ ເມື່ອ​ເດືອນ​ພະ​ຈິກ ປີ 2017, ທ່ານ​ພົນ​ໂທ ວິໄລ ຫຼ້າຄຳຟອງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ເນັ້ນ​ໜັກ​ວ່າ ປະ​ເທດຊາດ ແລະ ປະ​ຊາ​ຊົນ​ລາວ​ຍາມ​ໃດ​ກໍ່​ບັນທຶກເຂົ້າ​ໃນ​ໜ້າ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ​ຂອງ​ປະ​ຊາ​ຊົນ​ລາວ ກ່ຽວ​ກັບ​ການ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົ່ງ ຂອງ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ຢູ່​ດິນ​ແດນ​ລາວ. ເຂດ​ອະ​ນຸ​ສາ​ວະ​ລີ ສຳ​ພັນ​ທະ​ມິດ ສູ້​ຮົບ ລາວ ຫວຽດ​ນາມ ແມ່ນ ສັນ​ຍະ​ລັກ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ວິ​ລະ​ຊົນ, ອົງ​ອາດ​ກ້າ​ຫານຂອງ​ບັນ​ດາ​ສະ​ຫານ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ ໃນ​ໄລ​ຍະ​ສົງ​ຄາມ.

ທ່ານ​ ສຈ. ປອ. ສາຍ​ຂອງ​ ສາຍນະ​ສິນ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ, ຮອງ​ອະທິການບໍດີ ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ໃຫ້​ຂໍ້​ສັງ​ເກດ​ເມື່ອແລ​ກ​ປ່ຽນ​ກັບ​ສື່ມວນ​ຊົນ​ວ່າ: “ເຂ​ດ​ອະ​ນຸ​ສາ​ວະ​ລີ ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ ຢູ່​ດິນ​ແດນ​ລາວ ແມ່ນ​ສັນ​ຍະ​ລັກ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ, ເພື່ອ​ແນ​ໃສ່​ສຶກ​ສາ​ທຸກ​ລຸ້ນ​ຄົນ, ເປັນ​ຕົ້ນ​ແມ່ນ​ລຸ້ນ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຍາ​ມ​ໃດ​ກໍ່​ຈາ​ລຶກ​ປະ​ຫວັດ​ສາດ​ການ​ຕໍ່​ສູ້​ປົດ​ປ່ອຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ, ເພື່ອ​ແນ​ໃສ່​ເພີ່ມ​ພູນ​ຄູນ​ສ້າງນ້ຳ​ໃຈ​ມິດ​ຕະ​ພາບ​ພິ​ເສດ ຫວຽດ​ນາມ - ລາວ​ໃຫ້​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາ​ລະ​ນານ, ມີ​ຄວາມ​ຍື​ນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ​ເຊິ່ງ​ການ​ນຳ​ທຸກ​ລຸ້ນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ອອກ​ເຫື່ອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ”.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.