ໂທລະເລກຊົມເຊີຍ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ

06:38 | 18/07/2022

ໃນຕະຫຼອດໄລຍະປະຫວັດສາດຂອງປະຊາຊົນສອງຊາດ ຫວຽດນາມ - ລາວ, ພິເສດແມ່ນໄລຍະທາງ 60 ປີນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ນ້ຳໃຈສາມັກຄີ ມິດຕະພາບແບບພິເສດໂດຍປະທານ ໂຮ່ຈີມິນ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຕັ້ງພື້ນຖານ, ເພີ່ມພູນຄູນສ້າງ

ສາຍໃຈມິດຕະພາບ ລາວ - ຫວຽດນາມ ຄົບຮອບ 60 ປີ ສາຍໃຈມິດຕະພາບ ລາວ - ຫວຽດນາມ ຄົບຮອບ 60 ປີ
ແລກປ່ຽນບົດຮຽນກ່ຽວກັບວຽກງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ແລກປ່ຽນບົດຮຽນກ່ຽວກັບວຽກງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດ ສສ ຫວຽດນາມ ແລະ ສປປ ລາວ (05/9/1962 – 05/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2022), ການນຳຂັ້ນສູງ ຫວຽດນາມ ແລະ ລາວ ໄດ້ແລກປ່ຽນໂທລະເລກອວຍພອນນຳກັນ.

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ສສ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກຊົມເຊີຍ ແລະ ກະຕາດອກໄມ້ເຖິງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົນວິຫານ.

ໃນໂທລະເລກອວຍພອນຂອງການນຳ ຫວຽດນາມ ຝາກເຖິງການນຳລາວ ມີຕອນຂຽນວ່າ:

“ໃນຕະຫຼອດໄລຍະປະຫວັດສາດຂອງປະຊາຊົນສອງຊາດ ຫວຽດນາມ - ລາວ, ພິເສດແມ່ນໄລຍະທາງ 60 ປີນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ນ້ຳໃຈສາມັກຄີ ມິດຕະພາບແບບພິເສດໂດຍປະທານ ໂຮ່ຈີມິນ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຕັ້ງພື້ນຖານ, ເພີ່ມພູນຄູນສ້າງ ດ້ວຍເລືອດເນື້ອຂອງການນຳ ແລະ ປະຊາຊົນສອງປະເທດລຸ້ນຕ່າງໆ, ໄດ້ຜ່ານການທົດສອບ, ຝືກຝົນຫຼໍ່ຫຼອມໃນຊຸມວັນເດືອນທີ່ຕໍ່ສູ້ລຳບາດກາກກຳ ແລະ ໄດ້ຮັບການປັບປຸງທີ່ໜັກແໜ້ນໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ, ໄດ້ກາຍເປັນການພົວພັນແບບຢ່າງ, ສັດສື່ບໍລິສຸດ, , ໂປ່ງໃສ, ແມ່ນຊັບສົມບັດລວມທີ່ລ້ຳຄ່າຂອງສອງພັກ, ຂອງຊາດ, ແມ່ນກົດເກນເປັນຕາຍ ແລະ ແມ່ນປັດໄຈສຳຄັນທີ່ສຸດ ຮັບປະກັນຜົນສຳເລັດຂອງພາລະກິດແຫ່ງການປະຕິວັດຢູ່ແຕ່ລະປະເທດ, ໄດ້ຮັບການສືບທອດຈາກລຸ້ນນີ້້ ໃຫ້ລຸ້ນອື່ນ ແລະ ໝັ້ນຄົງເຂັ້ມແຂງຕະຫຼອດການ.”

“ໃນສະພາບການທີ່ໂລກ ແລະ ພາກພື້ນ ພວມມີບັນດາການຜັນແປສັບສົນ ແລະ ຍາກທີ່ຄາດຄະເນລ່ວງໜ້າໄດ້, ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ເປັນຈິດໜຶ່ງໃຈດຽວ ຍາມໃດກໍ່ຕັດສິດໃຈຮັກສາ, ເພີິ່ມພູນຄູນສ້າງ, ປັບປຸງສາຍພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ບົນພື້ນຖານສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ສອງປະເທດພວກເຮົາຈະສືບຕໍ່ພ້ອມກັນມານະພະຍາຍາມນຳການພົວພັນຮ່ວມມືສອງຝ່າຍກ້າວເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ແທດຈິງ, ປະກອບສ່ວນຊຸກຍູ້ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ປະກອບສ່ວນຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນປະຊາຄົມ ອາຊຽນ, ກໍ່ຄືຢູ່ພາກພື້ນ ແລະ ຢູ່ໃນໂລກ.”

ສ່ວນໃນໂທລະເລກອວຍພອນຂອງການນຳ ສປປ ລາວ ຝາກເຖິງການນຳ ຫວຽດນາມ ມີຕອນຂຽນວ່າ:

“ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດ, ໃນຕະຫຼອດ 60 ປີທີ່ຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຍາດໄດ້ຜົນສຳເລັດສຳຄັນຫຼາຍຢ່າງໃນຫຼາຍຂົງເຂດ. ສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງພວກເຮົາ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ, ຢູ່ທຸກຂັ້ນຈາກສູນກາງລົງຮອດທ້ອງຖິ່ນ, ທັງຊ່ອງພັກ ແລະ ຊ່ອງລັດ. ທັງໝົດເລົ່ານັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນານັບມື້ນັບໝັ້ນຄົງເຂັ້ມແຂງຂອງສອງປະເທດ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍົກທີ່ຕັ້ງບົດບາດຂອງສອງປະເທດຢູ່ພາກພື້ນ ແລະ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ.”

ເນື່ອງໃນໂອກາດສຳຄັນຍິ່ງນີ້, ໂດຍຕາງໜ້າພັກ, ລັດ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາມໃດກໍ່ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອລ້ຳຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພວກເຮົາໃນຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືແໜ້ນແຟ້ນກັບບັນດາສະຫາຍ, ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດທີ່ສຸດໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ ລາວ - ຫວຽດນາມ ຈົ່ງໝັ້ນຄົງທະໜົງແກ່ນຊົ່ວກາລະນານ.”

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.