ໜັງວືພິມ Vientiane Times: ສາຍພົວພັນລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງ

08:07 | 13/07/2022

ຍສໝ - ໜັງສືພິມ Vientiane Times ສະບັບອອກວັນທີ 11 ກໍລະກົດ ມີບົດຂຽນກ່ຽວກັບສາຍພົວພັນລາວ-ຫວຽດນາມ, ຢືນຢັນວ່າ ສາຍພົວພັນລະຫວ່າງ 2 ປະເທດນັບມື້ນັບເລິກເຊິ່ງ.

Business Times: ຫວຽດນາມ ກະກຽມບາດກ້າວກະໂດດຂັ້ນໃນປີ 2022 Business Times: ຫວຽດນາມ ກະກຽມບາດກ້າວກະໂດດຂັ້ນໃນປີ 2022
The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ໜັງວືພິມ Vientiane Times: ສາຍພົວພັນລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງ
ພາບ: TTXVN

ຕາມບົດຂ່າວ, ອີງຫຼັງໃສ່ສາຍພູຫຼວງຮ່ວມກາງ, ແຕ່ປາງກ່ອນ, ສອງຊາດລາວ -ຫວຽດນາມໄດ້ມີສາຍພົວພັນຖານບ້ານໃກ້ເຮືອນຄຽງຢ່າງແຫນ້ນແຟ້ນ. ຄວາມສາມັກຄີລະຫວ່າງສອງຊາດໄດ້ກາຍເປັນຄວາມຮັກແພງອ້າຍນ້ອງ.

ສາຍພົວພັນອັນແຫນ້ນແຟ້ນນີ້ມີເຄົ້າກໍາເນີດຈາກຂະບວນການຕໍ່ສູ້ປົດປ່ອຍຂອງສອງຊາດໃຫ້ຫຼຸດພົ້ນອອກຈາກສັດຕູຮຸກຮານລວມ, ມັນເປັນກົກເຄົ້າຂອງຄວາມສາມັກຄີອັນຍິ່ງໃຫຍ່ ແລະ ປະຊາຊົນສອງຊາດລ້ວນແຕ່ນັບຖືທີ່ສຸດ.

ໃນທຸກສະພາບການ, ປະຊາຊົນສອງຊາດໄດ້ແບ່ງທຸກແບ່ງສຸກ, ພ້ອມກັນຄຽງບ່າຄຽງໄຫລ່ຕາມທິດນຳ ມີສຸກຮ່ວມສຸກ, ມີທຸກຮ່ວມແບ່ງປັນ.

ປະທານ ໄກສອນ ພົມວິຫານ ເຄີຍຕີລາຄາວ່າ: “ໃນປະຫວັດສາດການປະຕິວັດໂລກ, ມີຫຼາຍແບບຢ່າງກ່ຽວກັບນໍ້າໃຈສາກົນກຳມາຊີບ ແຕ່ຍັງບໍ່ເຄີຍມີ ແລະ ຍັງບໍ່ມີບ່ອນໃດມີ ສາຍພົວພັນສາມັກຄີຕໍ່ສູ້ພິເສດອັນຍາວນານ ແລະ ຮອບດ້ານຄືສາຍພົວພັນລາວ - ຫວຽດນາມ."

ສັນຍາ Geneva ໄດ້ເຊັນໃນປີ 1962 ກ່ຽວກັບລາວ ໄດ້ສ້າງເງື່ອນໄຂໃຫ້ສອງປະເທດລາວ - ຫວຽດນາມຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນວັນທີ 05 ກັນຍາ 1962 .

ຫຼັງຈາກທີ່ລາວຍາດໄດ້ເອກະລາດໄດ້ຢ່າງສົມບູນໃນ ປີ 1975, ສອງປະເທດໄດ້ເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລາວ - ຫວຽດນາມ ໃນປີ 1977. ນີ້ເປັນວຽກງານຈໍາເປັນ ແລະ ຖືວ່າເປັນວິທີເຂົ້າໃກ້ກັບສາຍພົວພັນສາກົນທີ່ຖືກຕ້ອງ ແລະ ເໝາະສົມ. ສົນທິສັນຍາໄດ້ອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູຫຼັງສົງຄາມ ແລະ ປົວແປງຊີວິດປະຊາຊົນໃຫ້ດີຂື້ນ.

ຕາມ Vientiane Times, ປີ 2022 ແມ່ນປີຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລາວ - ຫວຽດນາມ. ນີ້ເປັນໂອກາດທີ່ດີເພື່ອຄິດຫງໍາ,ຫວນຄິດກ່ຽກັບເສັ້ນທາງ ໂຮ່ຈິມີນ ແລ່ນໄປຕາມທາງທິດຕະເວັນຕົກຂອງສາຍພູຫຼວງ ມີຄວາມຍາວຫຼາຍພັນກີໂລແມັດ ຜ່ານ 5 ແຂວງຂອງລາວ ຈາກພາກກາງຫາພາກໃຕ້.

ປະທານ ໄກສອນ ພົມວິຫານ ເຄີຍສະຫຼຸບວ່າ, ເສັ້ນທາງ ໂຮ່ຈິມີນ ໄດ້ອໍານວຍຄວາມສະດວກໃຫ້ການປົດປ່ອຍພາກໃຕ້ຫວຽດນາມ ແລະ ສ້າງແຮງຜັກດັນໃຫ້ປະຕີວັດລາວ. ຫວຽດນາມໂຮມປະເທດຊາດເປັນເອກະພາບໃນເດືອນເມສາ ປີ 1975 ແລະ ລາວໄດ້ປົດປ່ອຍໃນເດືອນທັນວາ ປີ 1975 .

ໜັງສືພິມນີ້ສະຫຼຸບວ່າ ປັດຈຸບັນ, ບັນດາຄົນຮຸ່ນໃຫມ່ຂອງຫວຽດນາມ ແລະ ລາວໄດ້ນັບຖືສາຍພົວພັນນີ້ ທີ່ສຸດ ແລະ ລ້ວນແຕ່ມີຄວາມໝັ້ນໃຈກ່ຽວກັບອານະຄົດທີ່ໝັ້ນແກ່ນ ມີຕົ້ນກໍາເນີດຈາກສາຍພົວພັນຖານບ້ານໃກ້ເຮືອນຄຽງນີ້. ນີ້ແມ່ນມູນມໍລະດົກຈາການເສຍສະຫຼະເລືອດເນື້ອຂອງນັກປະຕິວັດຜູ້ອາວຸໂສ, ປັນຍາ, ວິໄສທັດກວ້າງໄກຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸງວົງ ຂອງລາວ ແລະ ປະທານ ໂຮ່ຈິມີນ ຂອງຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.