ຍສໝ - ກົມການບິນ ຫວຽດນາມ ໄດ້ຮັບເອກະສານແຂ້ງການຂອງບັນດາບໍລິສັດລວມມີ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບການກຽມພ້ອມໃນການປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບຈາກຢູແກຼນ ເພື່ອກັບເມືອປະເທດ ຕາມຄຳສັ່ງຂອງລັດຖະບານ.
ຍສໝ - ກົມກົງສູນ, ກະຊວງການຕ່າງປະເທດໄດ້ພົວພັນແລກປ່ຽນກັບສະຖານທູດ ມາເລເຊຍ ປະຈຳ ຮ່າໂນ້ຍໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເຫດການຢ່າງຮ້າຍແຮງນີ້, ຮຽກຮ້ອງໃຫ້ຝ່າຍມາເລເຊຍກວດກາແລະ ເຮັດໃຫ້ແຈ້ງເຫດການ, ແກ້ໄຂພະນັກງານທີ່ເຮັດໃຫ້ຊາວປະມົງຫວຽດນາມຖືກເສຍຊີວິດຢ່າງເຂັ້ມງວດ.
ຍສໝ - ວັນທີ 6 ກັນຍາ, ຄະນະສະຫະພັນນັກທຸລະກິດ ໄຕ້ຫວັນ ແຂວງ ເລິມດົ່ງ ໄດ້ມາສະໜັບສະໜູນວັດຖຸອຸປະກອນການແພດຈຳນວນໜຶ່ງໃຫ້ແຂວງເລິມດົ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍມີມູນຄ່າ 270 ລ້ານດົ່ງ.
ຍສໝ - ດົນນານມາແລ້ວ, ແຕ່ລະການເຄື່ອນໄຫວທາງການທູດຂັ້ນສູງຂອງການນຳພັກ ແລະ ລັດຂອງຫວຽດນາມ ຢູ່ປະເທດຕ່າງໆລ້ວນແຕ່ມີການປະກອບສ່ວນທີ່ສຸດຈິດສຸດໃຈ, ຈິງໃຈແຕ່ງຽບສະຫງົບຂອງວົງຄະນະຍາດຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”.
ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສອງປະເທດ ການາດາ ແລະ ມາເລເຊຍ ຫາກໍ່ຈັດຕັ້ງການພົບປະກັບປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງ ວັນຊາດຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2021). ທີ່ການພົບປະ, ມີພໍ່ແມ່ປະຊາຊົນຫຼາຍຄົນ ໄດ້ປະກອບສ່ວນສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ - 19...
ຍສໝ - ວັນທີ 17 ເມສາ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຝຸບິ່ງ, ປະທານສະມາຄົມເປັນຫົວໜ້າຄະນະໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດຫຸ້ນສ່ວນພັດທະນາ ແລະ ລົງທຶນ ດ້າຍເຊີນ (ນະຄອນ ຈີລິງ, ຫ໋າຍເຢືອງ).
ຍສໝ - ການສອບເສັງຊອກຮູ້ກ່ຽວກັບ 30 ປີແຫ່ງການພົວພັນທາງການທູດ ລະຫວ່າງສອງປະເທດ ຫວຽດນາມ - ສ.ເກົາຫຼີ ດ້ວຍຫົວຂໍ້ທົ່ວໄປທີ່ກ່ຽວຂ້ອງເຖິງການຮ່ວມມືມິດຕະພາບ ລະຫວ່າງສອງປະເທດ ໃນ 30 ປີຜ່ານມາ ແລະ ການພັດທະນາໃນອະນາຄົດຂອງການພົວພັນສອງຝ່າຍ.
ຍສໝ - ບັນດາປະເທດໄດ້ຢ້ຳຄືນຄວາມຈຳເປັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຈຳກັດບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ອາຊຽນກໍ່ຢັ້ງຢືນຄວາມຈໍາເປັນເມື່ອປະຕິບັດການແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີ, ຕາມກົດໝາຍສາກົນໃນນັ້ນມີ UNCLOS 1982.
ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 - 2026.
ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.
ຍສໝ - ທ່ານຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຈະເປັນປະທານກອງປະຊຸມ.
ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນຖູດຶກ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ແກ່ຊາວຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດຄໂວິດ - 19 ທີ່ພວມດຳລົງຊີວິດຢູ່ບໍລິເວນນະຄອນ ຖູດຶກ.
ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ.
ຍສໝ - ວັນທີ 7 ມິຖຸນາ 2023, ລັດຖະບານ ສະໂລວາກີ ໄດ້ຕົກລົງຮັບຮອງເອົາ ຊາວ ສະໂລວາກີ ເຊື້ອຊາດ ຫວຽດນາມ ແມ່ນຊົນເຜົ່າສ່ວນໜ້ອຍທີ 14 ຂອງປະເທດ Slovakia.
ຍສໝ - ພາຍໃນເວລາພຽງແຕ່ 1 ວັນ, ຊາວຫວຽດນາມ ອາໄສຢູ່ທົ່ວຜືນແຜ່ນດິນຂອງ ສາທາລະນະລັດ ເຊັກໂກ ລະດົມໄດ້ເງິນເປັນຈຳນວນກ່ວາ 200.000 Korun ພ້ອມກັບເຄື່ອງຂອງ, ສະບຽງອາຫານ ເພື່ອຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ.
ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆປະຕິບັດການຜ່ອນຜັນບາງຂໍ້ກຳນົດ, ເງື່ອນໄຂກ່ຽວກັບການອອກ, ຕໍ່ກຳນົດເວລາ, ຢັ້ງຢືນໃບອະນຸຍາດແຮງງານໃຫ້ແກ່ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ຫວຽດນາມ.