ຫວຽດ​ນາມ ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຕ່າງ​ປະ​ເທດ

06:12 | 27/06/2021

ຍ​ສ​ໝ - ທີ່​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ຕອນ​ບ່າຍ​ວັນ​ທີ 24 ມິ​ຖຸ​ນາ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຂ​ໍ້​ມູນ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ຊາ​ວ​ຕ່າງ​ປະ​ເທດ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ຫັນ​ຂໍ​້​ມູນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ ຫັນ​ຂໍ​້​ມູນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ຈະ​ມາ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ຈະ​ມາ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ
ຫວຽດ​ນາມ ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຕ່າງ​ປະ​ເທດ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ເພື່ອ​ໃຫ້​ຊາວ​ຕ່າງ​ປະ​ເທດຢູ່ ຫວຽດ​ນາມ ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ, ປອດ​ໄພ ແລະ ໄດ້​ຮັບ​ການ​ຕິດ​ຕາມກວດ​ກາ, ເບິ່ງ​ແຍງ​ດູ​ແລ​ທາງ​ການ​ແພດ, ປິ່ນ​ປົວ​ເມື່ອ​ມີ​ຄວາມ​ຈຳ​ເປັນ.

ທີ່​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ຕອນ​ບ່າຍ​ວັນ​ທີ 24 ມິ​ຖຸ​ນາ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຂ​ໍ້​ມູນ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ຊາ​ວ​ຕ່າງ​ປະ​ເທດ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ຫວຽດ​ນາມ ​ໄດ້ສ້າງ​ເງື່ອນ​ໄຂ​ສະ​ດວກ, ສັກ​ວັກ​ຊິນ​ໂດຍ​ບໍ່​ເສຍ​ຄ່າໃຫ້​ແກ່​ສະ​ມາ​ຊິກ​ອົງ​ການ​ຕາງ​ໜ້າ​​ອົງ​ການ​ການ​ທູ​ດ, ບັນ​ດາ​ອົງ​ການ​ຂຶ້ນ​ກັບ​ລະ​ບົບ​ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ແລະ ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ກໍ່​ໄດ້​ແລ​ກ​ປ່ຽນ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເພື່ອ​ສັບ​ຊ້ອນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ກ່​ວາ 50 ຄົນ ແລະ ຜູ້​ຊ່ວຍວຽກ​ຢູ່​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບົນ​ເນື້ອ​ໃນ​ຈິດ​ໃຈ​ມະ​ນຸດ​ສະ​ທຳ, ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ເພື່ອ​ຊາວ​ຕ່າງ​ປະ​ເທດ​ທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ໄດ້​ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ໄດ້​ຮັບ​ການ​ຕິດ​ຕາມກວດ​ກາ, ປິ່ນ​ປົວ​ຢ່າງ​ຕັ້ງ​ໜ້າ​ໃນ​ບັນ​ດາ​ກໍ​ລະ​ນີ​ທີ່​ຈຳ​ເປັນ.

ຫ​ວຽດ​ນາມ​ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ວິ​ວັດ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ກໍ່​ຄື​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ລະ​ຫວ່າງ​ພົນ​ລະ​ເມືອງ ຫວຽດ​ນາມ ແລະ ພົນ​ລະ​ເມືອງ​ຕ່າງ​ປະ​ເທດ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ຈະ​ໄດ້​ສ້າງ​ເງື່ອນ​ໄຂ​ໃນ​ການ​ສັກ​ວັກ​ຊິນ​ ເມື່ອ ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງ​ພູມ​ຕ້ານ​ທານ​ໃນ​ສັງ​ຄົມ, ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ.

ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ

ທີ່ພິທີຮັບ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດານັກອຸປະຖຳ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນແຫຼ່ງກຳລັງ ທີ່ເພີ່ມກຳລັງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອປະຕິບັດເປົ້າໝາຍສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນໂດຍໄວ.

ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່ ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່

​ຍ​ສ​ໝ - ໂອ້​ລົມເຈລະຈາໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ດ້ວຍ​ເປົ້າ​ໝາຍ​ສະຫຼຸບ, ຕີ​ລາ​ຄາ​ສະ​ພາບ​ການ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຂອງ​ຂົງ​ເຂດ​ຂົນ​ຂວາຍ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ຈາກ​ນັ້ນ​ຖອດ​ຖອນ​ບົດ​ຮຽນ, ປະ​ສົບ​ການ, ບັນ​ດາ​ຂໍ້​ຈຳ​​ກັດທີ່ຈະຕ້ອ​ງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບວຽກ​ງານການ​ຕ່າງ​ປະ​ເທດ ອັງ​ກິດ ມີ​ຄວາມ​ປີ​ຕິ​ຊົມ​ຊື່ນ ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາຂອງ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບວຽກ​ງານການ​ຕ່າງ​ປະ​ເທດ ອັງ​ກິດ ມີ​ຄວາມ​ປີ​ຕິ​ຊົມ​ຊື່ນ ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາຂອງ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ

ວັນທີ 22 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ, ທ່ານ Nigel Adams ລັດຖະມົນຕີການຕ່າງປະເທດຮັບຜິດຊອບທະວີບ ອາຊີ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຮວ່າງລອງ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.