ໄຂ​ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ​ບໍ່​ເປັນ​ທາງ​ການ

07:56 | 11/11/2020

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ຍັງຄົງມີການຜັນແປຢ່າງສັບສົນ, ອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງ.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ
ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​
ໄຂ​ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ​ບໍ່​ເປັນ​ທາງ​ການ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 10 ພະຈິກ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງການ ຖືກດຳເນີນຕາມຮູບການທາງອອນລາຍ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມ. ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີທຳອິດ, ເປີດສາກໃຫ້ແກ່ຫຼາຍເຫດການກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມອື່ນໆ ໃນລະຫວ່າງວັນທີ 12 – 15 ພະຈິກ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ຍັງຄົງມີການຜັນແປຢ່າງສັບສົນ, ອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງ. ເພາະສະນັ້ນ, ບັນດາປະເທດ ອາຊຽນ ຕ້ອງສືບຕໍ່ປະຕິບັດເປົ້າໝາຍສ້າງປະຊາຄົມ ອາຊຽນ 2025. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ສະແດງຄວາມຫວັງວ່າ:

“ບົນເນື້ອໃນຈິດໃຈການກະທຳສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຂ້າພະເຈົ້າປາດຖະໜາວ່າ ບັນດາທ່ານຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືໃນຕະຫຼອດໄລຍະດຳເນີນກອງປະຊຸມດັ່ງກ່າວ, ກໍຄືກອງປະຊຸມສຳຄັນຈຳນວນໜຶ່ງທີ່ຈະດຳເນີນໃນໄລຍະຈະມາເຖິງ, ພິເສດແມ່ນກອງປະຊຸມສຸດຍອດ ອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ບົນເນື້ອໃນຈິດໃຈນັ້ນ, ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຈະປຶກສາຫາລືຢ່າງມີປະສິດທິຜົນເພື່ອຊຸກຍູ້ບັນດາຄວາມສົນໃຈ ແລະ ບຸລິມະສິດຮ່ວມຂອງພວກເຮົາໃຫ້ຫຼາຍກວ່າອີກ”.

ພາຍຫຼັງ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມ ສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 22. ກອງປະຊຸມດັ່ງກ່າວເພື່ອແນໃສ່ຈຸດປະສົງພິຈາລະນາບັນດາບົດລາຍງານຂອງບັນດາເສົາຄ້ຳ: ການເມືອງ - ຄວາມໝັ້ນຄົງ, ວັດທະນະທຳ - ສັງຄົມ, ເສດຖະກິດ, ຄວາມຄືບໜ້າໃນການສ້າງປະຊາຄົມ ອາຊຽນ; ພິຈາລະນາຄວາມຄືບໜ້າບັນດາຂໍ້ລິເລີ່ມກໍຄືບຸລິມະສິດຂອງ ຫວຽດນາມ ນັບແຕ່ຕົ້ນປີມານີ້.

ໃນວັນດຽວກັນກໍໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດບັນດາມາດຕະການຍົກເວັ້ນພາສີສຳລັບສິນຄ້າທີ່ຈຳເປັນ.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​

ຍ​ສ​ໝ - ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ບຸຍ​ວັນ​ນາມ ​ໄດ້​ຮັບ​ເອົາ, ຕີ​ລາ​ຄາ​ສູງ ແລະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ສະ​ມາ​ຊິກ​ຂອງ ອະ​ນຸ​ຄະ​ນະກຳ​ມະ​ການ​ໄດ້​ມາ​ນະ​ພະ​ຍາ​ຍາມກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ປະ​ກັ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​​ສຸດຍອດ​ອາ​ຊຽນຄັ້ງ​ທີ 37.

ຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ

ຍ​ສ​ໝ - ກອງປະຊຸມສຳມະນາແນໃສ່ແບ່ງປັນບົດຮຽນ ແລະ ບົດບາດຂອງບັນດາອົງການຈັດຕັ້ງພົນລະເຮືອນ ໃນການຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ; ອັບເດດທ່າອ່ຽງຫັນປ່ຽນພະລັງງານໃນພາກພື້ນ ແລະ ທົ່ວໂລກ.

vovworld.vn

ເຫດການ
302 Found

Found

The document has moved here.