ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ

10:26 | 01/05/2022

ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ.

“ເລື່ອງ​ເລົ່າທິດຕາ​ເວັນ​ອອກ” - ການສະຫຼັບກັນຂອງສິລະປະຂັດສີ ລະຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ “ເລື່ອງ​ເລົ່າທິດຕາ​ເວັນ​ອອກ” - ການສະຫຼັບກັນຂອງສິລະປະຂັດສີ ລະຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ
​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ພາບປະກອບ: chinhphu.vn
ພາບປະກອບ: chinhphu.vn

ວັນທີ 29 ເມສາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມຕໍ່ເລື່ອງ ຈີນ ປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ ໃນເວລາ 3 ເດືອນ, ໃນນັ້ນມີເຂດທະເລຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ. ຕາມນັ້ນແລ້ວ, ຂອບເຂດໜຶ່ງຂອງຄຳສັ່ງຫ້າມດັ່ງກ່າວໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ສິດອະທິປະໄຕ ແລະສິດອຳນາດສານຂອງ ຫວຽດນາມ ທີ່ໄດ້ກຳນົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ສັນຍາແບ່ງກຳນົດເຂດອ່າວພາກເໜືອລະຫວ່າງ ຫວຽດນາມ - ຈີນ ເຊິ່ງລົງນາມໃນປີ 2000.

ຫວຽດນາມ ຮຽກຮ້ອງໃຫ້ ຈີນ ເຄົາລົບ ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ສິດອະທິປະໄຕ ແລະ ສິດອຳນາດສານ ສຳລັບບັນດາເຂດທະເລຂອງຕົນ, ເມື່ອຜັນຂະຫຍາຍບັນດາມາດຕະການ, ອະນຸລັກປົກປັກຮັກສາແຫ່ງຊັບພະຍາກອນສິ່ງທີ່ມີຊີວິດຢູ່ເຂດທະເລຕາເວັນອອກ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.