ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ

11:30 | 29/09/2021

ຍ​ສ​ໝ - ບັນ​ດາ​ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ການ​ເມືອງ ສັງ​ຄົມ ແຂວງ​ແຄ໊ງ​ຮ່​ວາ ໄດ້​ນຳ​ໃຊ້​ແຫຼ່ງກອງ​ທຶນ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອ​ງ​ທ້ອງ​ຖິ່ນ ແລະ ຮຽກ​ຮ້ອງ​ໃຫ້​ຍາດ​ຕິ​ພີ່​ນ້ອງ, ເພື່ອນ​ມິດ​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​ຊາວ​ຕ່າງ​ປະ​ເທດ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ບໍ​ລິ​ເວນ​ແຂວງ.

ໜູ​ນ​ຊ່ວຍ​ຄູ​ສອນ​ຊາວ​ລັດ​ເຊຍ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ໜູ​ນ​ຊ່ວຍ​ຄູ​ສອນ​ຊາວ​ລັດ​ເຊຍ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຕ່າງ​ປະ​ເທດ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ໃຫ້​ການ​ໜູນ​ຊ່ວຍ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຕ່າງ​ປະ​ເທດ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ໃຫ້​ການ​ໜູນ​ຊ່ວຍ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ
ໜູ​ນ​ຊ​່ວຍ​ຊາວ​ຕ່າງ​ປະ​ເທດອາ​ໄສຢູ່ ຫວຽດ​ນາມ (ພາບ: TTXVN)

ໂດຍ​ໄປຕາມ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ລັດ​ເຊຍ ແຂວງ​ແຄ້ງ​ຮ່​ວາ ພາ​ໄປ​ພົບ​ປະ​ກັບ​ບັນ​ດາ​ຊາ​ວ​ລັດ​ເຊຍ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ ຍາ​ຈາງ ເພື່ອມອບ​ຂອງ​ຂວັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ຄູ​ສອນ​ພາ​ສາ​ລັດ​ເຊຍ Kontrabayeva Gulzhan, ເອື້ອຍ​ໄດ້​ຮູ້​ວ່າ ນັບ​ແຕ່​ເວ​ລາ​​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ຢູ່​ແຄ້ງ​ຮ່​ວາ ກໍ່​ແມ່ນ​ເວ​ລາທີ່​ຕ້ອງ​ຢູ່​ໃນ​ບ້ານ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ໂດຍບໍ່​ມີ​ລາຍ​ຮັບ ​ດັ່ງ​ນັ້ນ​ ຈິ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຊື້​ເຄື່ອງ​ຂອງ​ທີ່​ຈຳ​ເປັນ. ກ່ອນ​ໜ້າ​ນັ້ນ, ເອື້ອຍ Kontrabayeva Gulzhan ໄດ້​ເຊົ່າ​ເຮືອນ​ພັກ ເດືອນ​ລະ 4 ລ້ານ​ດົ່ງ ຢູ່​ທາງທິດ​ເໜືອຂອງ​ນະ​ຄອນ, ໃນຫຼາຍ​ເດືອນ​ມານີ້ ເອື້ອຍ​ບໍ່​ມີ​ເງິນ​ເພື່ອ​ຈ່າຍ​ຄ່າ​ເຊົ່າ​ເຮືອນ ແລະ ຄ່າ​ໄຟ​ຟ້າ, ນ້ຳ​ປະ​ປາ. ໂດຍ​ມີ​ການ​ໜູນ​ຊ່ວຍ​ຈາກ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ ແຂວງ​ແຄ້ງ​ຮ່​ວາ, ​ເຈົ້າ​ຂອງ​ເຮືອນໄດ້ຫຼຸດ​ຜ່ອນ​ຄ່າ​ເຊົ່າ​ເຮືອນ​ລົງ​ເຫຼືອ 2,5 ລ້ານ​ດົ່ງ/ເດືອນ. ເອື​້ອຍ Kontrabayeva Gulzhan ໃຫ້​ຮູ້​ວ່າ:

“ຍາດ​ຕິ​ພີ່​ນ້ອງ​ຢູ່​ລັດ​ເຊຍກ​ໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນ​ ບໍ່​ສາ​ມາດ​ຊ່ວຍ​ເຫຼືອ​ໃນ​ໄລ​ຍະທີ່​ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢູ່ ແຄ້ງ​ຮ່​ວາ​ ໄດ້. ດ້ວຍ​ການ​ໜູນ​ຊ່ວ​ຍ​ຂອງ​ຊາວ​ແຄ໊ງ​ຮ່​ວາ ໃນ​ໄລ​ຍະ​ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ ແລະ ເພື່ອນ​ມິດຫຼາຍ​ຄົນກ​ໍ່​ສູ້ສຶກ​ຮູ້​ບຸນ​ຄຸນ​ຢ່າງ​ຍິ່ງ”.

ຜົວ​ເມຍ​ເອື້ອຍ Larisa ແລະ ອ້າຍ Denis Dugina (ຊາວ​ລັດ​ເຊຍ) ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ເຂົາ​ເຈົ້າ​ມີ​ລູກ​ຊາຍຄົນ​ໜຶ່ງ ທີ່​ມີ​ອາ​ຍຸ 11 ປີ, ເປັນ​ຄົນ​ພິ​ການ​ຂາ ແລະ ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ຍາ​ຈາງ​ມາ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ. ເອື້ອຍ Larisa ໃຫ້​ຮູ້​ວ່າ ຄອບ​ຄົວ​ຂອງ​ເອື້ອຍ ໄດ້ມີ​ປະ​ຊາ​ຊົນ​ຢູ່​ໃກ້ໆ​ນີ້ ເອົາ​ໃຈ​ໃສ່​ໜູນ​ຊ່ວຍຫຼາຍ​ຢ່າງ, ນັບແຕ່​ເຂົ້າ​ຈີ່ຕະຫຼອດ​ຮອດ​ເຂົ້າ​ສານ 2 – 3 ກີ​ໂລ​ກຼາມ. “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ວິ​ທີ​ການ​ເຊິ່ງ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ ພວມ​ສົມ​ທົບ​ກັນ​ເພື່ອ​ຮັ​ບ​ປະ​ກັນ​ວ່າ “ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກຄ້າງ​ຢູ່​ທາງຫຼັງ”, ຂ້າ​ພະ​ເຈົ້າ​ກໍ່ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ປະ​ຊາ​ຊົນ ຫວຽດ​ນາມ ດ້ວຍ​ບັນ​ດາ​ນ້ຳ​ໃຈ​ອັນ​ດີ​ງາມ ເຊິ່ງ​ເຂົາ​ເຈົ້າ​ໄດ້​ສະ​ຫງວນ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ” ເອື້ອຍ Larisa ແບ່ງ​ປັນ.

ທ່ານ​ນາງ ຫງວຽນ​ທິ​ທູ​ແທງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ ແຂວງ​ແຄ້ງ​ຮ່​ວາ ໃຫ້​ຮູ້​ວ່າ ຄະ​ນະ​ຜູ້​ແທນ​ໄດ້ລົງ​ບັນ​ດາ​ຕາ​ແສງເປັນຫຼາຍ​ຄັ້ງ​ເພື່ອມອບ​ຂອງ​ຂວັນ​ໜູນ​ຊ່ວຍ​ຊາວ​ຕ່າງ​ປະ​ເທດ​ທີ່​ພວມ​ດຳ​ລົງ​ຊີ​ວິດໃນ​ບໍ​ລິ​ເວນທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

​ຕາມທ່ານ ເລ​ຈຸງ​ຮຶງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຄ໊ງ​ຮ່​ວາ ແລ້ວ ນັບ​ແຕ່​ເດືອນ​ມິ​ຖຸ​ນາ ປີ 2021 ມາ​ຮອດ​ປັດ​ຈຸ​ບັນ​, ສະ​ຫະ​ພັນບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ​ແຄ໊ງ​ຮ່​ວາ ພ້ອມ​ກັບຫຼາຍ​ໜ່ວຍ​ງານ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ ໄດ້ຂົນ​ຂວາຍ, ປຸກ​ລະ​ດົມ​ຂອງ​ຂວັນ​ນັບ​ພັນ​ພູດ ເຊິ່ງແມ່ນ​ເຄ​ື່ອງ​ຂອງ​ທີ່​ຈຳ​ເປັນ​ຊະ​ນິດ​ຕ່າງໆ ແລະ ປະ​ຕິ​ບັດ​ການມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ຍາ​ຈາງ​ມາເປັນ​ເວ​ລາ 5 ຄັ້ງ​ແລ້ວ…

ໂດຍ​ໄດ້​ຮູ້​ວ່າ ແຂວງ​ແຄ້ງ​ຮ່​ວາ​ມີ​ຊາວ​ຕ່າງ​ປະ​ເທດ​ກ່​ວາ 3000 ຄົນ​ທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວ​ຽກ​ຢູ່​ບັນ​ດາ​ຂະ​ແໜງ​ອາ​ຊີບ​ທີ່​ແຕກ​ຕ່າງ​ກັນ. ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ມີຫຼາຍ​ຄົນ​ຕ້ອງ​ພັກ​ຢູ່​ບ້ານ​ ດັ່ງ​ນັ້ນ ຊີ​ວິດ​ການ​ເປັນ​ຢູ່​ກໍ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ແຂວງ​ແຄ້ງ​ຮ່​ວາ ໄດ້​ມີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍຫຼາຍຢ່າງ. ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ໄດ້ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ເພື່ອ​ໃຫ້​ຊາວ​ຕ່າງ​ປະ​ເທດ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ກ່ຽວ​ກັບ​ສຸ​ຂະ​ພາບ, ເອົາ​ຕົວ​ຢ່າງ​ຫ​າ​ເຊື້ອ ໂຄວິດ - 19 ໃນ​ຊຸມ​ຊົນ… ເລື່ອງ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈະ​ໄດ້​ປະ​ຕິ​ບັດ​ຕາມ​ແຜນ​ການ​ລວມ​ຂອງ​ແຂວງ​ແຄ໊ງ​ຮ່​ວາ: ປະ​ຊາ​ຊົນ​ທ້ອ​ງ​ຖິ່ນ​ໝົດ​ທຸກ​ຄົນ, ນັບ​ທັງ​ຊາວ​ຕ່າງ​ປະ​ເທດ​ທີ່​ມີ​ອາ​ຍຸ​ແຕ່ 18 ປ​ີ​ຂຶ້ນ​ໄປ ລ້ວນ​ແຕ່​ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ໂດຍ​ບໍ່​ເສຍ​ຄ່າ. ມ​າ​ຮອດ​ປັດ​ຈຸ​ບັນ, ມີ​ຊາວ​ຕ່າງ​ປະ​ເທດ​ກ່​ວາ 250 ຄົນ​ຢູ່​ແຄ໊ງ​ຮ່​ວາ​ໄດ້​ສັກ​ວັກ​ຊິນ​ເຂັມ​ທີ 1 ແລ້ວ, ໄລ​ຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ສັກ​ວັກ​ຊິນ​ໃຫ້​ແກ່​ຜູ້​ຄົນ​ທີ່​ຍັງ​ເຫຼືອ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.