ຫວຽດ​ນາມ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຊາວ​ປະ​ມົງ

15:31 | 18/08/2020

ຍ​ສ​ໝ - ກົ​ມ​ກົງ​ສູນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ພົວ​ພັນ​ແລກ​ປ່ຽນ​ກັບ​ສະ​ຖານ​ທູດ ມາ​ເລ​ເຊຍ​ ປະ​ຈຳ ​ຮ່າ​ໂນ້ຍ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເຫດ​ການ​ຢ່າງ​ຮ້າຍ​ແຮງນີ້, ຮຽກ​ຮ້ອງ​ໃຫ້​ຝ່າຍ​ມາ​ເລ​ເຊຍກວດ​ກາແລະ ເຮັດ​ໃຫ້​ແຈ້ງ​ເຫດ​ການ, ແກ້​ໄຂ​ພະ​ນັກ​ງານ​ທີ່​ເຮັດ​ໃຫ້​ຊາວ​ປະ​ມົງ​ຫວຽດ​ນາມ​ຖືກ​ເສຍ​ຊີ​ວິດຢ່າງ​ເຂັ້ມ​ງວດ.

ຫວຽດ ນາມ ປ ກ ປ ອງ ສ ດ ແລະ ຜ ນ ປະ ໂຫຍດ ອ ນ ຊອບ ທຳ ຂອງ ຊາວ ປະ ມ ງ ສະຖານທູດ​ຫວຽດນາມ ປະ​ຈໍາ​ປະ​ເທດ​ຕ່າງໆ ຈັດ​ຕັ້ງ​ພິທີ​ໄວ້ອາ​ໄລ​ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ ​ເລຂາຟຽວ
ຫວຽດ ນາມ ປ ກ ປ ອງ ສ ດ ແລະ ຜ ນ ປະ ໂຫຍດ ອ ນ ຊອບ ທຳ ຂອງ ຊາວ ປະ ມ ງ ຫວຽດ​ນາມ​ປະ​ຕິ​ເສດ​ຄຳ​ກ່າວ​ປາ​ໄສ​ຂອງ​ໂຄ​ສົກ​ການ​ຕ່າງ​ປະ​ເທດ​ຈີນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕຢູ່​ໝູ່​ເກາະ​ເຈື່ອງ​ຊາ
ຫວຽດ ນາມ ປ ກ ປ ອງ ສ ດ ແລະ ຜ ນ ປະ ໂຫຍດ ອ ນ ຊອບ ທຳ ຂອງ ຊາວ ປະ ມ ງ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: nhandan.com)

ວັນ​ທີ 17 ສິງ​ຫາ, ເມື່ອ​ຕອບ​ຄຳ​ຖາມ​ສະ​ເໜີ​ຢັ້ງ​ຢືນ​ຂໍ້​ມູນ​ຂ່າວ​ສານທີ່​ໄດ້​ເອົາ​ລົງ​ໃນ​ໜັງ​ສື​ພິມ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ເລື່ອງ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍຢູ່​ທະ​ເລ​ຂອງ ມາ​ເລ​ເຊຍ​ໄລ່​ຕາມ​ກ່ຳ​ປັ່ນ​ຫາ​ປາ ຫວຽດ​ນາມ ແລະ ເຮັດ​ໃຫ້​ຊາວ​ປະ​ມົງ​ຫວຽດ​ນາມ​ຄົນ​ໜຶ່ງ​ເສຍ​ຊີ​ວິດ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ພາຍຫຼັງ​ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ​ໄດ້​ຮີບ​ດ່ວນ​ຕິດ​ຕໍ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ມາ​ເລ​ເຊຍ​ເພື່ອ​ຢັ້ງ​ຢືນ, ເຮັດ​ໃຫ້​ແຈ້ງ​ເຫດ​ການ.

ຕາມ​ຂໍ້​ມູນ​ຂ່າວ​ເບື້ອງ​ຕົ້ນຈາກ​ຝ່າຍ​ມາ​ເລ​ເຊຍ, ໃນ​ວັນ​ທີ 16 ສິງ​ຫາ, ຢູ່ ​ເຂດ​ທະ​ເລ​ ຢູ່ ​ລັດ Kelantan (ມ​າ​ເລ​ເຊຍ) ໄດ້​ເກີດ​ຂຶ້ນ​ເຫດ​ການ​ແຕະ​ຕ້ອງ​ກັນ​ລະ​ຫວ່າງ ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ທະ​ເລ​ຂອງ​ມາ​ເລ​ເຊຍ ກັບ​ທ່າ​ກ່ຳ​ປັ່ນ​ຫວຽດ​ນາມ 2 ລໍາ​ເຮັດ​ໃຫ້​ຊາວ​ປະ​ມົງ​ຄົນ​ໜຶ່ງ​ເສຍ​ຊີ​ວິດ. ກ່ຳ​ປັ່ນ 2 ລໍາ​ພ້ອມ​ກັບ​ຊາວ​ປະ​ມົງຍັງເຫຼືອ​ພວມ​ຖືກ​ຝ່າຍ​ມາ​ເລ​ເຊຍ​ກັກ​ຕົ​ວ​ດ້ວຍ​ຂໍ້​ກ່າວ​ຫາ​ວ່າ​ຫາ​ປາ​ຜິດ​ກົດ​ໝາຍ​ຢູ່​ເຂດ​ທະ​ເລ​ຂອງ ມາ​ເລ​ເຊຍ.

ກົ​ມ​ກົງ​ສູນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ພົວ​ພັນ​ແລກ​ປ່ຽນ​ກັບ​ສະ​ຖານ​ທູດ ມາ​ເລ​ເຊຍ ​ປະ​ຈຳ​ ຮ່າ​ໂນ້ຍ ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເຫດ​ການ​ຢ່າງ​ຮ້າຍ​ແຮງນີ້, ຮຽກ​ຮ້ອງ​ໃຫ້​ຝ່າຍ​ມາ​ເລ​ເຊຍກວດ​ກາ ແລະ ເຮັດ​ໃຫ້​ແຈ້ງ​ເຫດ​ການ, ແກ້​ໄຂ​ພະ​ນັກ​ງານ​ທີ່​ເຮັດ​ໃຫ້​ຊາວ​ປະ​ມົງ​ຫວຽດ​ນາມ​ຖືກ​ເສຍ​ຊີ​ວິດຢ່າງ​ເຂັ້ມ​ງວດ. ກະ​ຊວງ​ການ​ຕ່າງ​ປະ​ເທດໄດ້ ຊີ້​ນຳ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍ​ສືບ​ຕໍ່​ເຮັດ​ວຽກ ແລະ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ບັນ​ດາ​ອົງ​ການ​ມີ​ໜ້​າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ມາ​ເລ​ເຊຍ​ສະ​ໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ເຫດ​ການ, ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ໄປ​ຢ້ຽມ​ຢາມ​​​ຊາວປະ​ມົງ ແລະ​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ປົງ​ປ້ອງ​ສຳ​ລັບ​ຊາວ​ປະ​ມົງ​ທີ່​ຖືກ​ເສຍ​ຊີ​ວິດ.

ຫວຽດ ນາມ ປ ກ ປ ອງ ສ ດ ແລະ ຜ ນ ປະ ໂຫຍດ ອ ນ ຊອບ ທຳ ຂອງ ຊາວ ປະ ມ ງ ເວ​ທີ​ປາ​ໄສ​ທີ່​ມີ​ຜົນ​ປະ​ໂຫຍດ​ຂອງ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ ຢູ່ ອົດ​ສະ​ຕາ​ລີ

ຍ​ສ​ໝ - ໃນ​ອະ​ນາ​ຄົດ ເມື່ອ​ຄວບ​ຄຸມ​ໄດ້​ໂລກ​ລະ​ບາ​ດ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ ອົດ​ສະ​ຕາ​ລີ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທົ່ວ​ລັດທັງມຸ່ງ​ໄປ​ສູ່​ດ້ານ​ວັດ​ທະ​ນະທຳ, ສິ​ລະ​ປະ​, ທັງ​ແລກ​ປ່ຽນ​ບົດ​ຮຽນ, ປະ​ສົບ​ການ ແລະ ພັດ​ທະ​ນາ​ທັກ​ສະ​ໃຫ້​ແກ່​ນັກ​ສຶ​ກ​ສາ.

ຫວຽດ ນາມ ປ ກ ປ ອງ ສ ດ ແລະ ຜ ນ ປະ ໂຫຍດ ອ ນ ຊອບ ທຳ ຂອງ ຊາວ ປະ ມ ງ ຫວຽດນາມ ຊຸກຍູ້ບັນດາຄວາມມານະພະຍາຍາມຂອງອາຊຽນໃນການຮັບມືກັບບັນດາຜົນກະທົບຂອງໂລກລະລາດ Covid - 19

ຍ​ສໝ - ທ່ານ​ຫງວຽນ​ກ໊ວກ​ຢຸງ​ເນັ້ນ​ໜັກ​ວ່າ : ດ້ວຍ​ຫົວ​ຂໍ້​ອາ​ຊຽນ 2020 ແມ່ນ ສະ​ໜິດ​ຕິດ​ພັ​ນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື, ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ ໃນ​ການຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19ຂອງ ອາ​ຊຽນ​ ໂດຍ​ໄວ.

ຫວຽດ ນາມ ປ ກ ປ ອງ ສ ດ ແລະ ຜ ນ ປະ ໂຫຍດ ອ ນ ຊອບ ທຳ ຂອງ ຊາວ ປະ ມ ງ ຫວຽດ​ນາມ​ປະ​ຕິ​ເສດ​ຄຳ​ກ່າວ​ປາ​ໄສ​ຂອງ​ໂຄ​ສົກ​ການ​ຕ່າງ​ປະ​ເທດ​ຈີນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕຢູ່​ໝູ່​ເກາະ​ເຈື່ອງ​ຊາ

ຍສໝ - ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.