ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ​ຕ້ອນ​ຮັບ​ບຸນ​ເຕັດ ປີ​ສະ​ລຸ ທາງ​ອອນ​ລາຍ

10:36 | 02/02/2021

ຍ​ສ​ໝ - ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ກາ​ນາ​ດາ​ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ (CVS) ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ “ບຸນ​ເຕັດ​ຫວຽດ​ນາມ: ປະ​ຊາ​ຄົມ​ເຂັ້ມ​ແຂງ ແລະ ອົງອາດກ້າແກ່ນ”.

ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ວາງ​ອອກ 6 ມາດ​ຕະ​ຖານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ປີ 2021
ຫວຽດ​ນາມ - ກາ​ນາ​ດາ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ​ຕ້ອນ​ຮັບ​ບຸນ​ເຕັດ ປີ​ສະ​ລຸ ທາງ​ອອນ​ລາຍ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ ເຫດ​ການ

ຕາມ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ​ແລ້ວ, ເຫດ​ການ​ດຶງ​ດູດ​ໄດ້​ການ​ເຂົ້າ​ຮ່ວມຂອງ ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ​ຢູ່ ກາ​ນາ​ດາ ເປັນ​ຈຳ​ນວນຫຼາຍ​ກໍ່​ຄື ວົງ​ການ​ເຈົ້າ​ໜ້າ​ທີ່ ແລະ ເພື່ອນ​ມິດ​ປະ​ເທດ​ປະ​ຈຳ​ຖິ່ນ.

ໃນ​ສານອວຍ​ພອນ​ບຸນ​ເຕັດ​ສະ​ລຸ ທີ່​ໄດ້​ສົ່ງ​ໄປ​ຍັງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ ແລະ ໃນ​ທົ່ວ​ໂລກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau ຢັ້ງ​ຢືນ​ວ່າ: ສຳ​ລັບ​ປະ​ຊາ​ຊົນ​ກາ​ນາ​ດາ​ໝົດ​ທຸກ​ຄົນ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ຢັ້ງ​ຢືນ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫ​ຍ່ຫຼວງ​ຂອງ​ຊາວ​ກາ​ນາ​ດາ​ເຊື້ອ​ສາຍ ຫວຽດ​ນາມ​ ໄດ້ ແລະ ພວມ​ປະ​ຕິ​ບັດ​ໃນ​ທຸກ​ຂົງ​ເຂດ​ຂອງ​ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ຟ້າມ​ກາວ​ຟອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກາ​ນາ​ດາ​ໄດ້​ຕີ​ລາ​ຕາ​ສູງ​ການ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19ກໍ່​ຄື​ການ​ພົ​ວ​ພັນ​ຮ່ວມ​ມື​ຮອບ​ດ້ານ, ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ນາ​ດາ, ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພ​ວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ ຈະ​ສືບ​ຕ​ໍ່​ສາ​ມັກ​ຄີ​ກັນ, ເປັນ​ຈິດ​ໜຶ່ງ​ໃນ​ດຽວ​ກັນ,ປະ​ກອບ​ສ່ວນ​ເຂ​ົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ.

ໂດຍ​ແມ່ນ​ແຂກ​ຖືກ​ເຊ​ີນ​ເຂົ້າ​ຮ່ວມ​ເຫດ​ການ, ທ່ານ​ນາງ Mary Ng ລັດ​ຖະ​ມົນ​ຕີ​ຮັ​ບ​ຜິດ​ຊອບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໜ້ອຍ​, ສົ່ງ​ເສີມ​ການ​ສົ່ງ​ອອກ ແລະ ການ​ຄ້າ​ສາ​ກົນ ຂອງ​ກາ​ນາ​ດາ ໄດ້​ເນັ້ນ​ໜັກ​ວ່າ ດ້ວຍ​ຜູ້​ທີ່​ມີ​ເຊື້ອ​ສາຍ​ຫວຽດ​ນາມ​ກ່​ວາ 240.000 ຄົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ກາ​ນາ​ດາ, ຫວຽດ​ນາມ ແລະ ກາ​ນາ​ດາ ມີ​ການ​ພົວ​ພັນ​ພິ​ເສດ ເຊິ່ງ​ໄດ້​ສ້າງ​ຂຶ້​ນ​ບົນ​ພື້ນ​ຖານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດທີ່​ສະ​ໜິດ​ຕິດ​ພັນ ແລະ ພົບ​ປະ​ປະ​ຊາ​ຊົນ​ຢ່າງ​ແຮງ. ບັນ​ດາ​ການ​ສະ​ຖິ​ຕິ​ຄັ້ງຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນ​ດາ​ຜູ້​ຜະ​ລິດ ແລະ ລົງ​ທຶນ​ຂອງ ກາ​ດາ​ນານັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ຕໍ່​ການ​ຕະຫຼາດ​ຫວຽດ​ນາມ.

ເຖິງວ່າ ບຸນ​ເຕັດ​ປີ​ໃໝ່​ປະ​ຈຳ​ຊາດ​ປີນີ້​ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ອອນ​ລາຍ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ກາ​ນາ​ດາ, ແຕ່​ຊາວ​ຫວຽດ​ນາມ​ລ້ວນ​ແຕ່​ຮູ້​ສຶກ​ໄດ້​ນ້ຳ​ໃຈ​ອົບ​ອຸ່ນ, ບັນ​ຍາ​ການ​ເຕົ້າ​ໂຮມ​ຂອງວັນ​ລະ​ດູ​ບານ​ໃໝ່.

ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ວາງ​ອອກ 6 ມາດ​ຕະ​ຖານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ປີ 2021

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ກຳ​ມະ​ການ​ສະ​ມາ​ກອງ​ທຶນ​ເພີ່ມ​ເຕີມ, ຮັ​ບ​ຟັງ​ລາຍ​ງານ​ໝາກ​ຜົນ​ການ​ເຄື່ອ​ນ​ໄຫວ​ປີ 2020 ແລະ ທິດ​ທາງ, ໜ້າ​ທີ ປີ 2021, ບົດ​ລາຍ​ງານ​ທາງ​ກາ​ນ​ເງິນ ປີ 2020, ບົດ​ລາຍ​ງານ​ຂອງ ຄະ​ນະ​ກວດ​ກາ, ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ເຕີມ​ກຳ​ມະ​ການ​ສະ​ພາ​ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ອາ​ຍຸ​ການ 2019 – 2024.

ຫວຽດ​ນາມ - ກາ​ນາ​ດາ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ

ຍ​ສ​ໝ - ຫວຽດ​ນາມ ແລະ ກາ​ນາ​ດາ​ໄດ້​ກໍ່​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ, ໃນ​ສະ​ພາບ​ການ​ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ຂອງ ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP).

ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - EU ແລະ ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ຍ​ສ​ໝ - ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫ​ວຽດ​ນາມ ແລະ Eu ຢັ້ງ​ຢຶນ​ໄດ້​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ມິດ​ຕະ​ພາບ, ພ້ອມ​ກັນ​ແບ່ງ​ປັນ​ວິ​ໄສ​ທັ​ດ​ຍາວ​ນານ​ຂອງ​ທັງ​ສອງ​ຝ່າຍ​ໃນ​ການ​ຍົກ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ, ກໍ່​ຄື​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ຮ່ວມ​ມື, ພັດ​ທະ​ນາ​ຢູ່​ສອງ​ພາກ​ພື້ນ ແລະ ໃນ​ໂລກ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.