ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ໂມ​ຊຳ​ບິກ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ

12:17 | 20/05/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ ມີ​ບັນ​ດາ​ພະ​ນັກ​ງານ​ສະ​ຖານ​ທູດ, ຜູ້​ຕາງ​ໜ້​າ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ Movitel ແລະ ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ, ຜູ້​ອອກ​ແຮງ​ງານ ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ນະ​ຄອນຫຼວງ Maputo.

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ
ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ
ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ໂມ​ຊຳ​ບິກ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ
​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່ ໂມ​ຊຳ​ບິກ

ຫວ່າງ​ແລ້ວນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ ໄດ້​ສົມ​ທົບ​ກັບ​ບັນ​ດາ​ໜ່ວຍ​ງານ​ວິ​ສາ​ຫະ​ກິດ​ໃນ​ປະ​ຊາຄົມ​ຊາວ​ຫວຽດ​ນາມ ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ​ຈັດ​ຕັ້ງ​ພິ​ທີ​ຖະ​ຫວາຍດອກ​ໄມ້ ອາ​ໄລ​ຫາ ປະ​ທານ​ໂຮ່​ຈີ​ມິນ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່​ງວັນ​ຄ້າຍ​ວັນ​ເກີດ​ລຸງ​ໂຮ່ (19 ພຶດ​ສະ​ພາ 1890 – 19 ພຶດ​ສະ​ພາ 2021), ຢູ່​ຖະ​ໜົນ​ໃຫຍ່​ມີ​ຊື່​ຂອງ​ລຸງ​ຢູ່​ນະ​ຄອນຫຼວງ Maputo ປະ​ເທດ ໂມ​ຊຳ​ບິກ

ເຂົ້າ​ຮ່ວມ​ພິ​ທີ ມີ​ບັນ​ດາ​ພະ​ນັກ​ງານ​ສະ​ຖານ​ທູດ, ຜູ້​ຕາງ​ໜ້​າ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ Movitel ແລະ ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ, ຜູ້​ອອກ​ແຮງ​ງານ ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ນະ​ຄອນຫຼວງ Maputo.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເລ​ຮຸຍ​ຮ່​ວາງ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ ໄດ້​ຍົກ​ອອກ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່, ບັນ​ດາ​ຂີດ​ໝາຍຫຼັກ​ແຫຼ່ງ​ໃນ​ຊີ​ວິດ​ປະ​ຕິ​ວັດ​ຂອງ ​ປະ​ທານ ​ໂຮ່​ຈີ​ມິນ ສຳ​ລັບ​ຊາດ​ເຮົາ ແລະ ພາ​ລະ​ກິດ​ປົດ​ປ່ອຍ​ປະ​ເທດ​ຊາດ ຢູ່ ອາບ​ຟຼິກ​ກາ ແລະ ໃນ​ໂລກ. ທ່ານ​ກໍ່​ຮຽກ​ຮ້ອງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຊາວ​ຫວຽດ​ນາມ ສູ້​ຊົນ, ຮ່ຳ​ຮຽນ ແລ​ະ ເຮັດ​ວຽກ​ຕາມ​ແບບ​ຢາງ​ຄຸນ​ສົມ​ບັດ​ຂອງ​ລຸງຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ກອບ​ສ່ວ​ນ​ຢ່າ​ງ​ຕັ້ງ​ໜ້າ​ເຂົ້າ​ການ​ພົວ​ພັນ​ມິດ​ຕະ​ພາບຮ່ວ​ມ​ມື​ກັບ​ໂມ​ຊຳ​ບິກ. ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ຕາງ​ໜ້າ​ປະ​ຊ​າ​ຄົມ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ບົວ​ລະ​ບັດ​ຕົ້ນຂຽວ​ໂດຍ​ບັນ​ດາ​ການ​ນຳ​ພັກ ແລະ ລັດ​ເຮົາ​ປູກ​ໄດ້​ຢູ່​ຖະ​ໜົນ​ດັ່ງ​ກ່າວ.

ກ່ອນ​ໜ້າ​ນັ້ນ, ພະ​ນັກ​ງານ ສະ​ຖານ​ທູດ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ, ນັ​ກ​ຊ່ຽວ​ຊານ​ການ​ແພດ, ການ​ສຶກ​ສາ ຫວຽດ​ນາມ ໄດ້​ຖະ​ຫວາຍ​ທູບ​ທຽນ​ຕໍ່​ບ່ອນ​ບູ​ຊາ​ລຸງ​ໂຮ່​ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ. ຫຼັງ​ຈາກ​ນັ້ນ, ທ່ານ​ ເອກ​ອັກ​ຄະ​ລັດ​ຖຸ​ທູດ ເລ​ຮຸຍ​ຮ່​ວາງ​ພ້ອມ​ກັບ​ບັນ​ດາ​ພະ​ນັກ​ງານ​ສະ​ຖານ​ທູດ, ນັກ​ຊ່ຽວ​ຊານ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດນາມ ມີ​ການ​ພົບ​ປະ​ກັນ ດ້ວຍ​ຫົວ​ຂໍ້ “ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ​ຄຸນ​ສົມ​ບັດ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ ໃນ​ວຽກ​ງານ​ທາງ​ການ​ທູດ.”

ແລະ​ກໍ່​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເລ​ຮຸຍ​ຮ່​ວາງ​ ກໍ່​ແຈ້ງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຮັບ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທ​ດ, ຜົ​ນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ແລະ ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ໃນ​ອາ​ຍຸ​ການ 2021 – 2026.

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ

ສັງຄົມນິຍົມແມ່ນເປົ້າໝາຍ, ແມ່ນເສັ້ນທາງເຊິ່ງປະທານໂຮ່ຈີມິນ, ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ ແລະ ພວມຢຶດໝັ້ນເດີນຕາມ, ມັນກໍ່ແມ່ນຈຸດຫຼັກແຫຼ່ງແກ່ນສານໃນມໍລະດົກແນວຄິດຂອງປະທານໂຮ່ຈີມິນ. ຫວນຄືນມໍລະດົກແນວຄິດຂອງປະທານໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19 ພຶດສະພາ 1890 – 19 ພຶດສະພາ 2021), ຍິ່ງເຫັນໄດ້ ບັນດາຄຸນຄ່າຂອງມໍລະດົກແນວຄິດດັ່ງກ່າວໃນຍຸກສະໄໝປັດຈຸບັນຢ່າງຈະແຈ້ງ.

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ

ຍ​ສ​ໝ - CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

ພະສົງສາມມະເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ພະສົງສາມມະເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ພາຍຫຼັງ​ການ​ລະ​ດົມ​ອຸ​ປະ​ຖຳ​ມາ​ເປັນ​ເວ​ລາ 1 ອາ​ທິດ ໃຫ້​ແກ່​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ນະ​ຄອນ​ໂຮ່​ຈີ​ມິນ. ຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນ​ຈະ​ໄດ້​ສູນ​ກາງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ສົ່ງ​ໄປ​ຍັງ ສ​ະ​ຖານ​ທູດ ອິນ​ເດຍ ເພື່ອ​ແບ່ງ​ບັນ​ສ່ວນ​ໃດ​ສ່ວນ​ໜຶ່ງ ໜູນ​ຊ່ວຍ​ປະ​ຊາ​ຊົນ​ອິນ​ເດຍ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.