ວັນທີ 10 ມິຖຸນານີ້, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ງອກໂຮ່ຍ, ແຂວງ ກອນຕູມ ໄດ້ມີການຈັດພິທີໄຫວ້ອາໄລ, ຝັງອັດຖິຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມທີ່ສະຫຼະຊີວິດໃນສະໄໝສົງຄາມຢູ່ລາວ ແລະ ກຳປູເຈຍ 12 ຄົນ.
ຍສໝ - ຕອນເຊົ້າວັນທີ 26 ມິຖຸນານີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຕາແສງ ເຮືອງເຊີນ, ແຂວງ ຮ່າຕິ້ງ), ທ່ານພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າວຽກງານການເມືອງທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານ ແລະ ໃຫ້ການຕ້ອນຮັບ ທ່ານພັນເອກ ອຸ່ນຄຳ ສີແຫວນວົງສັກ, ຮອງຫົວໜ້າກົມປ້ອງກັນຊາຍແດນ, ກົມເສນາທິການ ກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນນາຍທະຫານປ້ອງກັນຊາຍແດນລາວ 45 ຄົນ ທີ່ເດີນທາງໄປຫວຽດນາມ ເຂົ້າຮ່ວມໂຄງການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023.
ຍສໝ - ງານວາງສະແດງ ໂດຍສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ສົມທົບກັບຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຈັດຕັ້ງເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.
ຍສໝ - ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 23 ຄອບຄົວຢູ່ເມືອງປາກຊ່ອງ ແລະ ນະຄອນ ປາກເຊ ແຂວງຈໍາປາສັກ, ຕົວແທນກົງສຸນໃຫຍ່ຫວຽດນາມ ປະຈໍາ ນະຄອນ ປາກເຊ ໄດ້ສະແດງຄວາມຂອບໃຈຕໍ່ບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ຕອນບ່າຍວັນທີ 18 ກໍລະກົດນີ້, ຢູ່ກອງບັນຊາການ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ກອງບັນຊາການທະຫານສູນກາງໄດ້ຈັດຕັ້ງພິທີເປີດຊຸດອົບຮົມວິຊາຊີບ ໃຫ້ແກ່ພະນັກງານສານທະຫານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນຕອນເຊົ້າຂອງວັນທີ 13 ມິຖຸນານີ້, ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັັກສຳມະນາກອນກອງທັບປະຊາຊົນລາວ
ຍສໝ - ວຽກງານສົມທົບກັນເຄື່ອນໄຫວຄຸ້ມຄອງ, ປ້ອງກັນຊາຍແດນ ລະຫວ່າງ ກອງບັນຊາການທະຫານປ້ອງກັນຊາຍແດນ ຮ່າຕິ້ງ, ກອງບັນຊາການທະຫານປ້ອງກັນຊາຍແດນ ກວາງບິ່ງ ເເລະ ກອງບັນຊາການທະຫານ ແຂວງ ຄຳມ່ວນ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ປະຊາຊົນ ທີ່ມີຕໍ່ການເສຍສະຫຼະຊີວິດເພື່ອຊາດຂອງບັນດານັກຮົບໃນການຕໍ່ສູ້ເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນານີ້, ຢູ່ສະໜາມກິລາໃນຮົ່ມ ແຂວງ ຮ່າຕິ້ງ ໄດ້ຈັດການແຂ່ງຂັນ ແລະ ພົບປະແລກປ່ຽນກິລາລະຫວ່າງນາຍທະຫານຊາຍແດນໜຸ່ມ ສອງປະເທດ ຫວຽດນາມ - ລາວ. ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການພົລປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023, ເຊິ່ງໄດ້ດຳເນີນແຕ່ວັນທີ 26 – 30 ມິຖຸນາ ຢູ່ແຂວງ ຮ່າຕິ້ງ ແລະ ເງ້ອານ.
ຍສໝ - ໃນຕອນບ່າຍ ວັນທີ 17 – 19 ພຶດສະພາ ໄດ້ເຮັດພິທີກຳທາງສາສະໜາອັດຖິຂອງທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 115 ອັດຖິ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ກວາງບິ່ງ ແລະ ເງະອານ.
ວັນທີ 25 ມີນາ ປະທານາທິບໍດີລັດເຊຍ ປູຕິນ ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຕວກກີ ເອໂດການ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ທີ່ກ່ຽວຂ້ອງເຖິງພົວພັນຄູ່ຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.
ຍສໝ - ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກເຖິງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ. ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງເລື່ອງກະຊວງປ້ອງກັນປະເທດ ສອງປະເທດໄດ້ສົມທົບກັນຈັດຕັ້ງສຳເລັດບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ ຫວຽດນາມ ປີ 2022.
ຍສໝ - ໃນລະຫວ່າງວັນທີ 20-24 ກຸມພາ, ທ່ານ ນາງ Chihoko Asada-Miyakawa, ຫົວໜ້າອົງການແຮງງານສາກົນ (ILO) ປະຈຳ ອາຊີ ແລະ ປາຊີຟິກ ໄດ້ໄປຢ້ຽມຢາມ ຮ່າໂນ້ຍ ເພື່ອເຂົ້າຮ່ວມການໂອ້ລົມສົນທະນາ ເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນວຽກງານທີ່ໝັ້ນຄົງຢູ່ ຫວຽດນາມ.
ຍສໝ - ຕາມຂໍ້ມູນຈາກກອງບັນຊາທະຫານແຂວງ ເຊີນລາ, ອົງການປະຈຳສະພາສະໜອງເຂດປ້ອງກັນປະເທດແຂວງ ເຊີນລາ ຫາກໍ່ຈັດຕັ້ງປະຕິບັດແຜນການສະບັບເລກທີ 31/KH-UBND ລົງວັນທີ 2 ກຸມພາ 2023 ຂອງຄະນະກຳມະການປະຊາຊົນແຂວງ ເຊີນລາ ກ່ຽວກັບການຈັດຕັ້ງການຝຶກອົບຮົມພາສາຫວຽດ ໃຫ້ແກ່ພະນັກງານ ແລະ ທະຫານປະຊາຊົນຂອງ 9 ແຂວງ ສປປ ລາວ ໃນປີ 2023.
ຍສໝ - ໃນວັນທີ 11 ກຸມພານີ້, ຢູ່ທີ່ອົງການ UNISFA ເຂດ Abyei, ກອງທະຫານຊ່າງແສງດິຈິຕອນ ຫວຽດນາມ ໄດ້ສົມທົບກັບຫ້ອງການປະສານງານພົນລະເຮືອນຂອງຄະນະຜູ້ແທນ UNISFA ຈັດພິທີເປີດ ແລະ ມອບໂຄງການມະນຸດສະທຳ, ໂດຍກອງທະຫານຊ່າງແສງດິຈິຕອນຫວຽດນາມ ມອບໃຫ້ໂຮງຮຽນມັດທະຍົມຕອນປາຍ Abyei. Ngày 11/2, tại Phái bộ UNISFA khu vực Abyei, Đội Công binh số Việt Nam đã phối hợp với Phòng Điều phối quân dân sự Phái bộ UNISFA tổ chức Lễ khánh thành và bàn giao các công trình nhân đạo, do Đội Công binh Việt Nam làm tặng Trường cấp 3 Abyei.
ຍສໝ - ຕອນບ່າຍວັນທີ 12 ກຸມພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບ (ລາຊະອານາຈັກກໍາປູເຈຍ).
ຍສໝ - ສິ້ນສຸດການຝຶກອົບຮົມ, ສໍາມະນາກອນທັງໝົດໄດ້ສຳເລັດເນື້ອໃນໂຄງການທີ່ວາງອອກ, ໃນນັ້ນ 60% ໄດ້ຮັບການຈັດອັນດັບເປັນດີເດັ່ນ ແລະ 6 ສະຫາຍໄດ້ຮັບໃບຍ້ອງຍໍຂອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.
ຍສໝ - ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ” ໃນໂອກາດບຸນປີໃໝ່ປະຈໍາຊາດປີເຖາະ 2023 ເພື່ອເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມສາມັກຄີສະໜິດຕິດພັນລະຫວ່າງທະຫານ ແລະ ປະຊາຊົນ; ...
ຕອນບ່າຍວັນທີ 29 ພະຈິກ, ທີ່ແຂວງຮ່າຕິ້ງ ສສ. ຫວຽດນາມ ໄດ້ດໍາເນີນກອງປະຊຸມຮ່ວມມືປົກປັກຮັກສາປ່າ, ສະກັດກັ້ນ ແລະຕ້ານໄຟໄໝ້ປ່າລະຫວ່າງພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງຮ່າຕິ້ງ ກັບພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ ແລະແຂວງບໍລິຄໍາໄຊ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີເປີດຊຸດຝຶກອົບຮົມນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາ ເພື່ອຮັບໃຊ້ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022.