ຫວຽດນາມ ໜູນຊ່ວຍລາວໃນການບຳລຸງສ້າງວິຊາຊີບ ໃຫ້ພະນັກງານແພດທະຫານ

00:00 | 12/08/2023

ຍສໝ - ວັນ​ທີ 3 ກໍລະກົດ​ນີ້, ຢູ່​ໂຮງໝໍ​ທະຫານ​ 108 ​ໄດ້​ຈັດ​ກອງ​ປະຊຸມ ​ແລະ ມອບ​ໝາຍ​ໜ້າ​ທີ່​ໃຫ້​ພະນັກງານ​ແພດ​ທະຫານ​ໂຮງໝໍ​ສູນ​ກາງ​ກອງທັບ​ປະຊາຊົນ​ລາວ 103 ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ຢູ່​ໂຮງໝໍ. ໃນໄລຍະການຝຶກອົບຮົມ, ພະນັກງານແພດໝໍໂຮງໝໍ​ສູນ​ກາງ​ກອງທັບ​ປະຊາຊົນ​ລາວ 103 ໄດ້ແບ່ງວຽກໃຫ້ບັນດາພະແນກອາການຄລີນິກ ແລະ ອາການຂ້າງຄຽງກັບພະຍາດເພື່ອປະຕິບັດຕົວຈິງ.

ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ” ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”
ປະຊາຊົນເຊື່ອໝັ້ນ ແລະຮັກແພງແພດທະຫານຊາຍແດນ ປະຊາຊົນເຊື່ອໝັ້ນ ແລະຮັກແພງແພດທະຫານຊາຍແດນ

ຫວ່າງມໍ່ໆມານີ້, ໂຮງໝໍທະຫານສູນກາງ 108 ໄດ້ໃຫ້ການສະໜັບສະໜູນໂຮງໝໍສູນກາງກອງທັບປະຊາຊົນລາວ 103 ໂດຍການສົ່ງຊ່ຽວຊານໄປປະເທດລາວ ເພື່ອມາຝຶກອົບຮົມໂດຍກົງ ແລະ ເຂົ້າຮ່ວມວຽກງານວິຊາສະເພາະຢູ່ລາວ; ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ​ແພດ​ທະຫານ​ລາວ ​ໄປ​ຮຽນ​ຢູ່​ຫວຽດນາມ; ໂຮງໝໍທະຫານ 108 ຈະຮັບຄົນເຈັບລາວ ທີສົ່ງໄປປິ່ນປົວຢູ່ຫວຽດນາມ.

ພິ​ເສດ, ໂຮງໝໍ​ສອງ​ປະ​ເທດ​ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ວິ​ທະ​ຍາ​ສາດ​ໝູນ​ວຽນ ​ເພື່ອ​ຍົກ​ລະດັບ ​ແລະ ຊຸກຍູ້​ການ​ຄົ້ນຄວ້າ​ວິທະຍາສາດ​ຂອງ 2 ຫົວໜ່ວຍ.

ຫວຽດນາມ ໜູນຊ່ວຍລາວໃນການບຳລຸງສ້າງວິຊາຊີບ ໃຫ້ພະນັກງານແພດທະຫານ

ຫວຽດນາມ ໜູນຊ່ວຍລາວໃນການບຳລຸງສ້າງວິຊາຊີບ ໃຫ້ພະນັກງານແພດທະຫານ

​ໃນ​ໂຄງການ​ຝຶກ​ອົບຮົມ​ຄັ້ງ​ນີ້, ທັງ​ສອງ​ຫົວ​ໜ່ວຍ ​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ, ນັກ​ຝຶກ​ອົບຮົມ​ລ້ວນ​ແຕ່​ເປັນ​ໄວ​ໜຸ່ມ, ມີ​ເວລາ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຍາວ​ນານ ​ແລະ ລ້ວນ​ແຕ່​ເວົ້າ​ພາສາ​ຫວຽດນາມ​ໄດ້​ດີ. ນອກຈາກ​ບັນຫາ​ວິຊາ​ຊີບ​ແລ້ວ, ພະນັກງານ​ແພດ​ທະຫານ​ຂອງ​ໂຮງໝໍ 103 ​ສູນ​ກາງ​ກອງທັບ​ປະຊາຊົນ​ລາວ ​ເມື່ອ​ມາ​ຮຽນ ​ແລະ ​ເຮັດ​ວຽກ​ຢູ່​ໂຮງໝໍ​ທະຫານ 108 ລ້ວນ​ແຕ່​​ໄດ້​ຮັບ​ການ​ສະໜັບສະໜູນ​ໃນ​ການດຳລົງຊີວິດ​​ຢ່າງ​ຟົດຟື້ນຫ້າວຫັນ.

ໂດຍຕາງໜ້າ​ໃຫ້​ພະນັກງານ​ການ​ແພດ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ, ທ່ານ​ຮ້ອຍໂທ ສອນທາ​ລາ ​ໄມນີວົງ ​ໄດ້​ສະແດງຄວາມຂອບ​ໃຈ​ຄະນະ​ອຳນວຍ​ການ​ໂຮງໝໍ​ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ຮໍ່າຮຽນທີ່ດີ, ພ້ອມທັງ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈເຝິກຝົນ​ຍົກ​ສູງ​ຄວາມ​ຮູ້, ປະສົບ​ການ​ຜ່ານ​ຂະ​ບວນການ​ຝຶກ​ອົບຮົມ​ຄັ້ງ​ນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ