ພິທີສົ່ງອັດຖິທະຫານອາເມລິກາ ກັບເມືອປະເທດ ຄັ້ງທີ 162

14:45 | 02/08/2023

ຍສໝ - ວັນທີ 29 ກໍລະກົດ, ພິທີສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ (MIA) ກັບເມືອປະເທດ ຄັ້ງທີ 162 ໄດ້ຈັດຂຶ້ນຢູ່ສະໜາມບິນສາກົນ ດານັ້ງ, ນະຄອນ ດານັ້ງ, ຫວຽດນາມ.

ເຂົ້າ​ຮ່ວມ​ພິ​ທີ, ຝ່າຍ​ຫວຽດ​ນາມ ມີ​ຄະນະອຳນວຍການ ແລະ ບັນ​ດາ​ສະ​ມາ​ຊິກອົງການຫວຽດ​ນາມ ​​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ​ (VNOSMP), ຝ່າຍ ອາ​ເມ​ລິ​ກາ ມີທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Marc E. Knapper, ການນຳຫ້ອງ​ການ MIA ອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ (DET2) ​ແລະ ບັນດາ​ຜູ້​ຊ່ຽວຊານ MIA ຂອງ​ອາ​ເມ​ລິ​ກາ ຈຳນວນໜຶ່ງ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປະສົມ ຄັ້ງທີ 151 (ພຶດສະພາ - ກໍລະກົດ 2023).

ພິທີສົ່ງອັດຖິທະຫານອາເມລິກາ ກັບເມືອປະເທດ ຄັ້ງທີ 162

ພິທີສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ (MIA) ກັບເມືອປະເທດ ຄັ້ງທີ 162 ໄດ້ຈັດຂຶ້ນຢູ່ສະໜາມບິນສາກົນ ດານັ້ງ, ນະຄອນ ດານັ້ງ, ຫວຽດນາມ.

ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ມອບສົ່ງອັດຖິໃຫ້ຜູ້ຕາງໜ້າຝ່າຍ ອາເມລິກາ ຫີບໜຶ່ງ ເຊິ່ງແມ່ນໝາກຜົນການເຄື່ອນໄຫວຂອງກອງກຳລັງຄົ້ນຫາໃຕ້ນ້ຳຢູ່ ຍາຈາງ, ແຂວງ ແຄ໋ງຮ່ວາ ໃນການເຄື່ອນໄຫວຄັ້ງທີ 151.

ອັດຖິຈຳນວນດັ່ງກ່າວໂດຍບັນດານັກນິຕິເວດສາດ ຫວຽດນາມ ຢູ່ ດານັ້ງ ສັນນະສູດ ແລະ ສະຫລຸບວ່າ ມີສ່ວນກ່ຽວຂ້ອງເຖິງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມ. ຫີບກະດູກໄດ້ສົ່ງໄປຍັງ Hawaii, ປະເທດ ອາເມລິກາ ເພື່ອຄົ້ນຄ້ວາຢັ້ງຢືນຕື່ມອີກ.

ພິທີສົ່ງອັດຖິທະຫານອາເມລິກາ ກັບເມືອປະເທດ ຄັ້ງທີ 162
ບັນດາຜູ້ແທນເຂົ້າຮ່ວມພິທີ. (ພາບ: ກະຊວງການຕ່າງປະເທດ)

ການເຄື່ອນໄຫວຮ່ວມມືມະນຸດສະທຳຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມ ລະຫວ່າງສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວສອງຝ່າຍທີ່ໄດ້ເລີ່ມປະຕິບັດໃນທ້າຍຊຸມປີ 1980, ມາຮອດປະຈຸບັນໄດ້ຊ່ວຍຢັ້ງຢືນອັດຖິທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມ ໄດ້ຫຼາຍກ່ວາ 730 ຄົນ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.