ຊຸກຍູ້ການຮ່ວມມືລະຫວ່າງຂະແໜງໂຄສະນາອົບຮົມກອງທັບ ຫວຽດນາມ ແລະ ລາວ

00:00 | 10/08/2023

ຍສໝ - ຕອນບ່າຍວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຈາກກົມໂຄສະນາອົບຮົມ, ກົມປະກັນສັງຄົມ, ກົມກໍ່ສ້າງພື້ນຖານໂຄງລ່າງ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ນໍາໂດຍ ພັນເອກ ວິລະໄຊ ສົມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ.

ປິດຊຸດຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ກອງທັບປະຊາຊົນລາວ ປິດຊຸດຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ກອງທັບປະຊາຊົນລາວ
ຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ພະນັກງານກອງທັບລາວ ຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ພະນັກງານກອງທັບລາວ

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແນະນຳ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກົມ​ໂຄສະນາ​ອົບຮົມ ​ແລະ ລະບົບ​ການ​ໂຄສະນາອົບຮົມກອງທັບຂອງ​ແຕ່ລະ​ປະ​ເທດໂດຍສັງເຂບ, ພ້ອມ​ກັນ​ນັ້ນ​ ກໍ່ໄດ້​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກົມ​ໂຄສະນາ​ອົບຮົມ​ໃນ​​ໄລຍະຜ່ານມາ.

​ໃນ​ໄລຍະ​ຜ່ານ​ມາ, ສອງ​ອົງການ​ ໄດ້​ສຸມ​ໃສ່​ປະຕິບັດ​ແຜນການ​ຮ່ວມ​ມື​ປະຈຳ​ປີ​ລະຫວ່າງ​​ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ສອງ​ຝ່າຍ​ຢ່າງ​ເຂັ້ມ​ງວດ, ສຸມ​ໃສ່​ໂຄສະນາ​ເຜີຍ​ແຜ່​ການ​ສຶກສາ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ໃນ​ສະພາບ​ການ​ໃໝ່; ສົມທົບ​ກັນ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ມູນເຊື້ອການປະຕິວັດ, ມູນເຊື້ອ​ການ​ທະຫານ​ຂອງ​ສອງ​ປະ​ເທດ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ນ້ຳ​ໃຈ​ສາມັກຄີ​ຕໍ່ສູ້​ຂອງ​ສອງ​ກອງທັບ ​ແລະ ສອງ​ປະ​ເທດ​ໃຫ້​ແກ່​ພະນັກງານ, ນັກຮົບ; ການ​ຝຶກ​ອົບ​ຮົມ ແລະ ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ….

ຊຸກຍູ້ການຮ່ວມມືລະຫວ່າງຂະແໜງໂຄສະນາອົບຮົມກອງທັບ ຫວຽດນາມ ແລະ ລາວ

ຊຸກຍູ້ການຮ່ວມມືລະຫວ່າງຄະນະໂຄສະນາອົບຮົມກອງທັບ ຫວຽດນາມ ແລະ ລາວ

ສອງຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ໂຄສະນາ​ສຶກສາ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃນ​ສະພາບ​ການ​ໃໝ່, ຕໍ່ສູ້ເຮັດໃຫ້ປະລາໄຊທຸກກົນອຸບາຍຂອງກຳລັງສັດຕູທີ່ເຮັດໃຫ້ຂາດຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ; ສົມທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ບັນດາ​ເຫດການ​ສຳຄັນ​ຂອງ​ສອງ​ປະ​ເທດ ​ແລະ ສອງ​ກອງທັບ; ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂ່າວສານ, ໂຄ​ສະ​ນາ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.