ເມື່ອບໍ່ດົນມານີ້, ຄະນະເລຂາສູນກາງຊາວຫນຸ່ມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານທາງອອນລາຍກັບ ສະມາຄົມນັກສຶກສາຫວຽດນາມ, ສະມາຄົມຊາວຫນຸ່ມ ນັກສຶກສາ ຫວຽດນາມ, ຄະນະຊາວຫນຸ່ມ ກອມມູນິດ ຫວຽດນາມ ຢູ່ ຕ່າງປະເທດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງບຸຍທິມິງຮ່ວາຍຫົວໜ້າຄະນະຂົນຂວາຍປະຊາຊົນຂັ້ນສູງກາງໄດ້ໃຫ້ການຕ້ອນຮັບແລະເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ.
ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆປະຕິບັດການຜ່ອນຜັນບາງຂໍ້ກຳນົດ, ເງື່ອນໄຂກ່ຽວກັບການອອກ, ຕໍ່ກຳນົດເວລາ, ຢັ້ງຢືນໃບອະນຸຍາດແຮງງານໃຫ້ແກ່ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ຫວຽດນາມ.
ຍສໝ - ປະຈຸບັນມີປະຊາຄົມຊາວຫວຽດນາມ ປະມານ 5.000 ຄົນ ອາໄສ Cyprus, ໄດ້ມີການເຄື່ອນໄຫວຕັ້ງໜ້າຫຼາຍຢ່າງ, ສ້າງຄວາມຮູ້ສຶກທີ່ດີໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນ Cyprus.
ຍສໝ - ຕອນບ່າຍວັນທີ 12 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານປະຈຳສະຫະປະຊາຊາດ ປະຈຳຫວຽດນາມ.
ຍສໝ - ພະນັກງານ, ນັກຮົບບັນດາກົມກອງຂອງທະຫານປ້ອງກັນຊາຍແດນກ໋ວາງບິ່ງ ໄດ້ຫັກເງິນເດືອນໜຶ່ງວັນ, ເງິນອຸດໜູນ, ຮຽກຮ້ອງແຫຼ່ງທຶນຈາກສັງຄົມສ້າງງົບປະມານ ແລະ ເຂົ້າຮ່ວມການຜັນຂະຫຍາຍກໍ່ສ້າງບັນດາໂຄງການ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.
ຍສໝ - ຄ້າຍພັກແລ້ງຫວຽດນາມປີນີ້ ມີການເຂົ້າຮ່ວມຂອງຜູ້ແທນ 108 ທ່ານໃນເກນອາຍຸແຕ່ 16 – 24 ປີ ໂດຍແມ່ນຜູ້ຕາງໜ້າໃຫ້ແກ່ ຄະນະຊາວໜຸ່ມເຊື້ອຊາດຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມາຈາກ 25 ປະເທດໃນໂລກ.
ຍສໝ - ກອງປະຊຸມພົວພັນຕ່າງປະເທດ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ດຳເນີນໃນວັນທີ 14 ທັນວາ, ຢູ່ນະຄອນຫຼວງຮ່າໂນ້ຍ.
ຍສໝ - ຢູ່ບັນດາດ່ານຊາຍແດນສາກົນລາວບາວ ແລະ ລາໄລ, ຊາວໜຸ່ມແຂວງກ໋ວາງຈິ ໄດ້ມອບຜ້າອັດປາກ - ອັດດັງ 20.000 ອັນ, ເຈວລ້າງມືຂ້າເຊື້ອ 30 ແກັດ, ສະບູລ້າງມື 80 ແກັດ, ນ້ຳຢາລ້າງມື 25 ແກັດ, ໝີ່ສຳເລັດຮູບ 100 ແກັດ ດ້ວຍມູນຄ່າ 120 ລ້ານດົ່ງ ໃຫ້ແກ່ຊາວໜຸ່ມແຂວງ ສະຫວັນນະເຂດ ແລະ ຊາວໜຸ່ມແຂວງສາລະວັນ (ປະເທດ ລາວ).
ຍສໝ - ທ່ານດິງວຽດເຊີນ - ຮອງຫົວໜ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ ແຜນການບິນຂອງບັນດາບໍລິສັດບໍ່ຂຶ້ນກັບຂໍ້ມູນຈາກກະຊວງການຕ່າງປະເທດກ່ຽວກັບຈຳນວນພົນລະເມືອງ, ສະຖານທີ່ຮັບ (ປະເທດ - ນະຄອນ) ໃດເພື່ອສ້າງແຜນການບິນ ແລະ ຫຼັງຈາກນັ້ນກໍຍັງຂຶ້ນກັບການອະນຸຍາດບິນຂອງບັນດາປະເທດທີ່ກ່ຽວຂ້ອງ…
ຍສໝ - ວັນທີ 15 ມັງກອນ, ສະຖານທູດ ຫວຽ,ນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງບຸນເຕັດປະຊາຄົມ ປີ 2023 ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ອົບອຸ່ນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ.
ຍສໝ - ຕອນຄ່ຳວັນທີ 10 ຕຸລາ, ຢູ່ສູນການຄ້າ SAPA ຢູ່ນະຄອນຫຼວງຂອງ Praha (ສ.ເຊັກໂກ) ໄດ້ດຳເນີນຮອບຊີງຊະນະເລີດການແຂ່ງຂັນສຽງຂັບຮ້ອງທົ່ວເອີລົບ ຄັ້ງທີ 1 ດົນຕີ Bolero.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ.
ຍສໝ - ວັນທີ 31 ມີນາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ເປັນປະທານເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງການສະໝັກໃຈໃນການປະຕິບັດຂໍ້ສະເໜີ UPR Cycle III ທີ່ຫວຽດນາມໄດ້ຮັບຮອງ ແລະ ຂໍ້ມູນກ່ຽວກັບຜູ້ລົງສະໝັກຂອງຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ ສະໄໝ 2023-2025.
ຍສໝ - ໂດຍເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງສະຫາຍ ຫວໍວັນເຖືອງ ໃນຖານະເປັນປະທານປະເທດ, ບົດຂຽນຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບລາວ.
ຍສໝ - ໃນສາຍສາຍຕາຂອງເອກອັກຄະລັດຖະທູດ ບັນດາປະເທດ, ປັດຈຸບັນ ຫວຽດນາມແມ່ນປະເທດທີ່ມີອິດທິພົນຊື່ສຽງ, ແມ່ນຄູ່ຮ່ວມມືທີ່ເປັນໜ້າໄວ້ເນື້ອເຊື່ອໃຈໃນການສ້າງສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ.
ຍສໝ - ໃນສະພາບການປ່ຽນແປງຂອງໂລກມີການຜັນແປ, ວຽກງານການພົວພັນຕ່າງປະເທດ ແລະ ການທູດໃນ 6 ເດືອນຕົ້ນປີ 2024 ສືບຕໍ່ສ້າງສະພາບການການຕ່າງປະເທດທີ່ປະສົບຜົນສຳເລັດຢ່າງໜ້າປະທັບໃຈ, ປະກອບສ່ວນສຳຄັນເຂົ້າໃນການນໍາປະເທດຫວຽດນາມ ໃຫ້ມີທ່າແຮງ, ທີ່ຕັ້ງ ແລະ ມີຄວາມໄວ້ວາງໃຈຈາກສາກົນຄືປະຈຸບັນນີ້.
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019 ທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ.