ຮັບ​ປະ​ກັນ​ລັດ​ຖະ​ກອນ, ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ກ່​ຽວ​ກັບ​ພະ​ນັກ​ງານ, ງົບ​ປະ​ມານ ແລ​ະ​ເງື່ອນ​ໄຂ​ເຮັດ​ວຽກ​ຂອງ VUFO

11:42 | 27/06/2020

​ຍ​ສໝ - ຕອນ​ບ່າຍ​ວັນ​ທີ 26 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ສະ​ຫະພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຊຸດ​ທີ VI (2019 - 2024). ແບ່ງ​ປັນ​ທີ່ກອ​ງ​ປະ​ຊຸມ, ທ່ານ ຮ່​ວາງ​ບິ່ງກວນ ​ຫົວ​ໜ້າ​ຄະ​ນະ​ການ​ພົວ​ພັນ​ທາງ​ການ​ທູດ​ສູ​ນ​ກາງ ໄດ້​ເວົ້າ​ວ່າ​: “ຄຳ​ສັ່ງ​ເລກ​ທີ 38 – CT/TW ໃນ​ວັນ​ທີ 19 ກັນ​ຍາ 2019 ຂອງ​ຄະ​ນະ​ເລ​ຂາ​ກ່​ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່, ເສີ​ມ​ຂະ​ຫຍາຍ​ບົດ​ບາດ ແລະ ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະພັນ​​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ​ໃນ​ສະ​ພາບ​ການ​ໃໝ່​ຊີ້​ແຈ້ງວ່າ: ສະ​ຫະພັນ​​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ໄດ້​ຈັດ​ຕັ້ງ​ຢ່າ​ງ​ແໜ້ນ​ແຟ້ນ, ຮັບ​ປ​ະ​ກັນ​ລັດ​ຖະ​ກອນ, ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ຕໍ່​ພະ​ນັກ​ງານ, ງົບ​ປະ​ມານ ແລະ ເງື່ອ​ນ​ໄຂ​ໃນ​ການ​ເຮັດ​ວຽກ”.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo VUFO, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ໄດ້ແລກປ່ຽນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ
ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo ຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ຫວັງວ່າໄດ້ເປີດກວ້າງການຮ່ວມມືກັບ VUFO

VUFO ບັນ​ລຸ​ໄດ້​ໝາກ​ຜົນຫຼາຍ​ຢ່າງ​ໃນ 6 ເດືອ​ນ​ຕົ້ນ​ປີ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ ທ່ານນາງ ເຈືອງ​ທິ​ມາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາ​ຍ​ສູງ​ການ, ທ່ານ ຮ່​ວາງ​ບິ່ງກວນ ຫົວ​ໜ້າ​ຄະ​ນ​ະ​ພົວ​ພັ​ນ​ທາງ​ການ​ທູດ​ສູນ​ກາງ, ທ່​ານ​ນາງ​ຫງວ​ຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO), ຜູ້​ຕາ​ງ​ໜ້າ​ບັນ​ດາ​ອົງ​ການ, ຄະ​ນະ, ຂະ​ແໜງ​ການສູນ​ກາງ, ທ້ອ​ງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo
ກອງ​ປະ​ຊຸມ​ຄັ້ງ​ທີ II ຄະ​ນະ​ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ​ຊຸດ​ທີ VI (2019 - 2024)

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານນາງ ຫງວຽນ​ເຟຶອງ​ງາ ​ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ບັນ​ດາ​ປະ​ເທດ​ທັງ​ໝົດ, ໃນ​ນັ້ນ​ມີ ຫວຽດ​ນາມ ພວມ​ຖືກ​ຮັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງ ແລະ ຍາວ​ນານ. ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ຢ່າງ​ຖືກ​ຕ້ອງຂອງ​ພັກ, ລັດ, ລັດ​ຖະ​ບານ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະ​ໜັບ​ສະ​ໜູນ​ຂອງທົ່ວ​ປວງ​ຊົນ​ທັງ​ຊາດ. ຫວຽດ​ນາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດໄລ​ຍະ​ເບື້ອງ​ຕົ້ນ​​, ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສາ​ກົນ.

ພ້ອມ​ກັບ​ການ​ພົວ​ພັນ​​ຂອງ​ພັກ, ການ​ຕ່າງ​ປະ​ເທດ​ຂອງ​ລັດ, ການ​ທູດ​ປະ​ຊາ​ຊົນ​ໄດ້​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຜັນ​ຂະ​ຫຍາ​ຍ​ທາງ​ການ​ທູດ Covid – 19, ຊຸກ​ຍູ້​ກົດ​ໝາຍ​ສາ​ກົນ, ໜູນ​ຊ່ວຍ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ໃນການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດຢ່າງ​ທັນ​ການ, ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຂອງ​ຫວຽດ​ນາມ ແມ່ນສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ, ນະ​ໂຍ​ບາຍ​ມະ​ນຸ​ດ​ສະ​ທຳ​ຂອງ​ພັກ, ລັດ, ລະ​ບອບ​ດີ​ເລີດ ແລະ ມູນ​ເຊື້ອ​ທີ່​ດີ​ງານຂອງ​ຊົນ​ຊາດ​ຫວຽດ​ນາມ.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo
ຜູ້​ຕາງ​ໜ້າ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ​ແທັງ​ຮ​ວາ​ແບ່ງ​ປັນ​ຂໍ້​ມູນ​ຢູ່ກອງ​ປະ​ຊຸມ.

ໃນ​ສະ​ພາບ​ການ​ໃໝ່​ສ້າງ​ອອກ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ສຳ​ລັບ​ວ​ຽກ​ງານ​ການ​ທູດ​ປະ​ຊາ​ຊົນ. ນອກ​ຈາກວຽກເຊື່ອມຊຶມຢ່າງ​ເລິກ​ເຊິ່ງ​ທັດ​ສະ​ນະ, ການ​ຊີ້​ນຳ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ການວາງ​ອອກ​ບັນ​ດາ​ແຜນ​ການ, ມາດ​ຕະ​ການ​ທີ່​ແທດ​ຈິງ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ.

ຕາ​ມ​ທ່ານ ຟານ​ແອັງ​ເຊິນ ​ຮອງ​ປະ​ທານ VUFO ແລ້​ວ, ໃນ 6 ເດືອ​ນ​ຕົ້ນ​ປີ, ເຖິງວ່າ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ Covid – 19 ກໍ່​ຕາມ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ໄດ້​ເປັນ​ເຈົ້າ​ການ, ມີ​ຄວາມ​ໄຫ​ວ​ພິບ​ໃນ​ການ​ປ່ຽນ​ທິດ, ສ້າງ​ຈຸດ​ສຸມ​ເຂົ້າ​ການ​ຮັກ​ສາ​ການ​ພົວ​ພັນ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ທູດປະ​ຊາ​ຊົນດ້ວຍ​ວິ​ທີ​ການ​ທາງ​ອອນ​ລາຍ ແລະ ໜູນ​ຊ່ວຍ​ບັນ​ດາ​ຄູ່​ຮ່ວມ​ມືປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19.

ມາ​ຮອດ​ປັດ​ຈຸ​ບັນ, ມີ​ອົງ​ການ​ສະ​ມາ​ຊິ​ກ​ຢູ່​ສູນ​ກາງ​ 20 ແຫ່ງ ແລະ ບັນ​ດາ​ອົງ​ການ​ຕ່າງໆໄດ້​ສະ​ໜັບ​ສະ​ໜູນ​ຜ້າ​ອັດ​ປາກ 731.000 ອັ, ເຄື່ອງ​ປ້ອງ​ກັນ​ເຊື້ອ​ພະ​ຍາດ 500 ຊຸດ, ນ້ຳ​ຢາ​ລ້າງ​ມືຂ້າ​ເຊື້ອ 4.500 ຕຸກ, ເງິນ​ສົດ​ກ່​ວາ 3,28 ຕື້ ດົ່ງ ແລະ ບັນ​ດາ​ວັດ​ຖຸ, ອຸ​ປະ​ກອນ (ທີ່​ມີ​ມູ​ນ​ຄ່າ​ເກືອບ 5,54 ຕື້​ດົ່ງ) ມອບ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ເພື່ອນ​ມິດເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ. ບັນ​ດາ ສະ​ຫະພັນ​​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບຢູ່​ທ້ອງ​ຖິ່ນກໍ່​ໄດ້​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນ.

ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ Covid – 19, ດັ່ງ​ນັ້ນ VUFO ຕ້ອງ​ຢຸດ​ຊົ່ວ​ຄາວ​ກາ​ນ​ຈັດ​ຕັ້ງ​ 13 ການ​ເຄື່ອນ​ໄຫວ, ຍົກ​ເລີກ 16 ການ​ເຄື່ອນ​ໄຫວ​ທາງ​ການ​ທູດ, ບັນ​ດາ​ເຫດ​ການ, ໂຄງ​ການ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ. ໃນ6ເດືອນ​ຕົ້ນ​ປີ 2020, ມີ​ພຽງ​ແຕ່ 6 ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ, ກວມ​ເອົາ​ບໍ່​ຮອດ 10% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ກາຍ (63 ຄະ​ນະ​ລວມ​ມີ 20 ຄະ​ນະ​ ຜູ້​ແທນໄປ​ຢ້ຽມ​ຢາມ ແລະ 42 ຄະ​ນະ​ ຜູ້​ແທນ​ຕ່າງ​ປະ​ເທດມາ​ຢ້ຽມ​ຢາມ​ຫວຽດ​ນາມ). ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂອງບັນ​ດາ​ອົງ​ການ​ສະ​ມາ​ຊິກກໍ່ຫຼຸດ​ຜ່ອນຫຼາຍ​ພໍ​ສົມ​ຄວນ​ແມ່ນ 25%, ການ​ພົວ​ພັນ​ຢູ່ກັບ​ທີ່ກໍ່​ຫຼຸດ​ລົງ​ເກືອບ 50% (18/35 ການ​ເຄື່ອນ​ໄຫ​ວ).

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo
ກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ປະ​ຈຳ​ຄະ​ນະ​ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ​ຊຸດ​ທີ VI ທີ່​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 26 ມິ​ຖຸ​ນາ.

ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ໝ​າກ​ຜົນ​ບັນ​ລຸ​ໄດ້​ຂອງ VUFO ໃນ 6 ເດືອນ​ຕົ້ນ​ປີ 2020, ທ່ານ​ນາງ ຫງວຽ​ນ​ທິ​ຮ່​ວາງ​ເວິນ, ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ທາງ​ການ​ທູດ​ສູນ​ກາງ ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ຄະ​ນະ​ປະ​ຈຳ​ຄະ​ນະ​ປະ​ທານ ສະ​ຫະ​ພັນ​ມິດ​ຕະ​ພາບ ຊຸດ​ທີ VI (2019 - 2024) ໄດ້​ເນັ້ນ​ໜັກ​ເຖິງ 2 ຜົນ​ສຳ​ລັດ​ທີ່​ຍິ່ງ​ໃຫຍ່​ນັ້ນ​ແມ່ນ: ທີ 1ແມ່ນ, VUFO ໄດ້​ປະ​ຕົວ ແລະ ດັດ​ປັບ​ໂດຍ​ໄວ ຢ່າງ​ລະ​ອຽດ​ແມ່ນ ວິ​ທີ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ດັດ​ປັບ​ຢ່າງ​ທັນ​ທີ, ເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ, ພ້ອມ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ສະ​ພາບ​ການ​ແຍ​ກ​ຮ່າງ​ໃນ​ສັງ​ຄົມ​ຍ້ອນ​ໂລກ​ລະ​ບາດ Covid – 19. ທີ 2, VUFO ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ທີ່​ມີ​ການ​ເຄື່ອນ​ໄຫວ​ຕັ້ງ​ໜ້າ​ທີ່​ສຸດ​ ນັບທັງອົງ​ການ​ສູນ​ກາງ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ຢູ່​ທ້ອ​ງ​ຖິ່ນ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19. ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ​, VUFO ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ແບ່ງ​ປັນ​ກັບ​ເພື່ອນ​ມິດ​ສາ​ການ​ກ່ຽວ​ກັບ​ບັນ​ດາ​ປະ​ສົບ​ການ​ຂອງ​ຫວຽດ​ນາມ ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຜ່ານ​ການ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ, ຕອບ​ສຳ​ພາດ​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃຫຍ່​ຂອງ​ຕ່າງ​ປະ​ເທດ. ທ່ານ​ນາງ ຫງວຽນ​ເຟຶອງ​ງາ ແມ່ນ​ຊາວ​ຫວຽດ​ນາມ ຄົນ​ທຳ​ອິດ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າ​ວ BBC ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ປະ​ຕິ​ບັດ​ເນື້ອ​ໃນ​ຄຳ​ສັ່ງ ເລກ​ທີ 38 CT/TW ໃນ​ວັນ​ທີ 19 ກັນ​ຍາ 2019 ຂອງ ຄະ​ນະ​ເລ​ຂາ​ປະ​ກົດ​ຜົນ​ເປັນ​ຈິງ

ຕາມ​ບົດລາຍ​ງານ​ຂອງ VUFO, ໃນ 6 ເດືອ​ນ​ທ້າຍ​ປີ, VUFO ແລະ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ຕັດ​ສິນ​ໃຈ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ແຜນ​ການ​ທາງ​ການ​ທູດ, ອີງ​ໃສ່​ສະ​ພາບ​ການ​ຕົວ​ຈິງ, ສືບ​ຕໍ່​ກໍ່​ສ້າງ​ຮ່າງ​ມະ​ຕິ​ແທນ​ມະ​ຕິ ເລກ​ທີ 12/2012/ND – CP ແລະ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ, ຊຸກ​ຍູ້​ການ​ຂົນ​ຂວາຍ, ຄຸ້ມ​ຄອງ​ການ​ເຄື່ອນ​ໄຫ​ວ​ຂອງ​ບັນ​ດາ​ອົງ​ການ​ບໍ​ຂຶ້ນ​ກັບ​ລັດ​ຖະ​ບານ, ແນະ​ນຳ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບບັນ​ດາ​ທ້ອງ​ຖິ່ນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ກະ​ກ​ຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່, ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການໃຫ້​ສຳ​ເລັດ​ຜົນ ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃໝ່​ສ້າງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ມາ​ຣົກ.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo
ທ່ານ​ນາງ​ ເຈືອງ​ທິ​ມາຍ ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາ​ຍ​ສູງ​ການ​ລົ​ງ​ຈັບ​ມື​ຖາມ​ຂ່າວ​​​ຜູ້​ຕາ​ງ​ໜ້າສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ຮ່າ​ໂນ້ຍ.

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບກໍ່​ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບ​າດ Covid – 19 ຕໍ່​ຫ​ວຽດ​ນາມ ແລະ ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ ເອີ​ລົບ, ອາ​ເມ​ລິ​ກາ ແລະ ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ, ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ນິ​ຕິ​ກຳ​ໃຫ້​ສຳ​ເລັດ​ຜົນ​ເພື່ອ​ນຳ​ຫໍ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ​ເຂົ້າ​ການ​ເຄື່ອນ​ໄຫວ, ຂຸດ​ຄົ້ນ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ໃຫ້​ສຳ​ເລັດ​ຜົນ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ ແລະ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ໃນ​ເດືອນ ພະ​ຈິກ 2020.

ກ່ານ​ຄຳ​ເຫັນ​ຊີ້​ນຳທີ່ກອງ​ປະ​ຊຸມ, ທ່ານ​ນາງ ​ເຈືອງ​ທິ​ມາຍ​ ໄດ້​ເນັ້ນ​ໜັກ​ວ່າ: ເຖິງວ່າ​ສະ​ພາບ​ກາ​ໂລກ​ລະ​ບາດ Covid – 19 ເຮັດ​ໃຫ້​ວຽກ​ງານ​ຜັນ​ຂະ​ຫຍາຍ​ບັນ​ດາ​ເອ​ກະ​ສານ​ຂອງ​ພັກ, ລັດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຍັງ​ບໍ່​ທັນ​ເວ​ລາ, ແຕ່​ວ່າ​ສະ​ຫະພັນ ຮັບ​ຮູ້​ໄດ້​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ເອ​ກະ​ສານ​ນີ້, ມາ​ນະ​ພະ​ຍາ​ຍາມ​ຈັດ​ຕັ້ງ​ເຊື່ອມ​ຊືມ​ໄປ​ຍັງ​ບັນ​ດາ​ຫົວ​ໜ່ວຍ​ທີ່​ສັງ​ກັດ​ສະ​ຫະ​ພັນ​ໃນ​ຈຸດ​ເວ​ລາ​ທີ່​ເໝາະ​ສົ​ມ​ທີ່​ສຸດ.

ທ່ານ​ນາງກໍ່​ສະ​ເໜີ​ໃຫ້​ການ​ນຳ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ມີ​ຄວາມ​ສົນ​ໃຈ​ຕໍ່ 3 ເປົ້າ​ໝາຍ​ພັດ​ທະ​ນາ​ຈະ​ມາ​ເຖິງ​ຂອງ​ລັດ, ທີ່​ພວ​ມ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ແລະປະ​ກອບ​ຄຳ​ເຫັນ. ຕາມ​ນັ້ນ​ແລ້ວ, ປີ 2025 ຫວຽດ​ນາມ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ, ປະ​ມານ 5.000 USD/ ຄົນ/ປີ. ປີ 2030, ຫວຽດ​ນາມ​ແມ່ນ​ປະ​ເທດ​ພວ​ມ​ພັດ​ທະ​ນາ, ມີ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ, ຢູ່​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ. ປີ 2045, ຫວຽດ​ນາມ​ຈະ​ແມ່ນ​ປະ​ເທດ​ພັດ​ທະ​ນາ​ມີ​ລາຍ​ຮັບ​ປານ​ກາງ​ສູງ.

ຖື​ວ່າ ຫວຽດ​ນາມມີ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ແຕ່​ກໍ່​ມີ​ສິ່ງ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່,ທ່ານ​ນາງ​ເຈືອງ​ທິ​ມາຍ​ຢັ້ງ​ຢືນ​ວ່າ ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ໃນ​ນັ້ນ​ມີ​ການ​ທູດ​ປະ​ຊາ​ຊົນ​ຈ​ະ​ປະ​ກອບ​ສ່ວນ​ເຂົ້າ​ການ​ບັນ​ລຸ​ໄດ້ 3 ເປົ້າ​ໝາຍ​ດັ່ງ​ກ່າວ.

ຕາມ​ທ່ານ​ນາງ ເຈືອງ​ທິ​ມາຍ, ດ້ວຍ​ສະ​ມາ​ຊິກ ປະ​ທານ 3 ພັນ​ຄົນ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ທຸກ​ຂັ້ນ​ແຕ່​ຂັ້ນ​ສູນ​ກາງລົງ​ຮອດທ້ອງ​ຖິ່ນ. ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ພວມ​ສຸມ​ໃສ່​ກຳ​ລັງ​ແຮງ​ອັນ​ໃຫຍ່ຫຼວງ​ໃນ​ຂົງ​ເຂດ​ພົວ​ພັນ​ທາງ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ພ​າກ​ສ່ວນ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ບັນ​ດາ​ເປົ້າ​ໝາຍ​ລວມ​ຂອງ​ປະ​ເທດ​ຊາດ.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo
ທ່ານ ຮ່​ວາງ​ບິ່ງກວນ ຫົວ​ໜ້າ​ຄະ​ນ​ະ​ພົວ​ພັ​ນ​ທາງ​ການ​ທູດ​ສູນ​ກາງ​ເຊື່ອມ​ຊຶມ​ເນື້ອ​ໃຈ​ຄຳ​ສັ່ງ ເລກ​ທີ 38 CT/TWໃນ​ວັນ​ທີ 19 ກັນ​ຍາ​ຂອງ ຄະ​ນະ​ເລ​ຂາ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ​ຮ່​ວາງ​ບິ່ງກວນ ໄດ້​ເຊື່ອມ​ຊຶມ​ເນື້ອ​ໃຈ​ຄຳ​ສັ່ງ ເລກ​ທີ 38 CT/TW ໃນ​ວັນ​ທີ 19 ກັນ​ຍາ​ຂອງ ຄະ​ນະ​ເລ​ຂາ​, ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ​ໃນ​ສະ​ພາບ​ການ​ໃໝ່. ໃນ​ນັ້ນ, ມ​ມາ​ສຍ​ໄດ້​ເນັ້ນ​ໜັກ​ວ່າ: ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ໄດ້​ຈັດ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ, ຮັບ​ປະ​ກັນ​ລັດ​ຖະ​ກອນ, ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ຕໍ່​ພະ​ນັກ​ງານ, ງົ​ບ​ປະ​ມານ ແລະ ເງື່ອນ​ໄຂ​ໃນ​ການ​ເຮັດ​ວຽກ. ນີ້​ແມ່ນ​ການ​ສະ​ແດງ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບົດ​ບາດ, ທີ່​ຕັ້ງ​ຂອງ ສະ​ຫະ​ພັນ​ມິດ​ຕະ​ພາບ​ໃນ​ລະ​ບົບ​ແນວ​ໂຮມ​ທາງ​ການ​ທູດ ແລະ ໃນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ. ພວກ​ຂ້າ​ພະ​ເຈົ້າ, ຄະ​ນະ​ພົວ​ພັນ​ທາງ​ການ​ທູດ​ສູນ​ກາງ ດ້ວຍ​ບົດ​ບາດ​ໄດ້​ຮັບ​ແມ່ນ ສົ່ງ​ເສີມ, ຕິດ​ຕາມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ VUFO, ພວກ​ຂ້າ​ພະ​ເຈົ້າ​ຈະ​ເຮັດ​ວ​ຽກ, ແລກ​ປ່ຽນ​ກັ​ບ​ບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ປະ​ຕິ​ບັດ​ແຜ​ນ​ນະ​ໂຍ​ບາຍນີ້ ປະ​ກົດ​ຜົນ​ເປັນ​ຈິງ. ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​​ທີ່​ມີ​ຢູ່ແລ້ວຂອງ​ພັກ, ພ​ວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ຢ່າ​ງ​ເຂັ້ມ​ງວດ”

ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ເຟຶອກ​ລົກ ​ຮອງ​ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ສູນ​ກາງ​ໄດ້​ເຜີຍ​ແຜ່​ໂຄ​ສະ​ນາ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ໃນ​ບົດ​ລາຍ​ງານ​ສະຫຼຸບ​ເລກ​ທີ 158 ຂອງ​ຄະ​ນະ​ເລ​ຂາ​ກ່ຽວ​ກັບ​ການ​ສືບ​ຕໍ່​ປະ​ຕິ​ບັດ​ບົດ​ສະຫຼຸບ​ເລ​ກທີ 102 ໃນ​ວັນ​ທີ 22 ກັນ​ຍາ 2014 ຂອງ​ກົມ​ການ​ເມືອງ ຊຸດ​ທີ IX ກ່ຽວ​ກັບ​ສາ​ມັນ​ຊົນ​ໃນ​ສະ​ພາບ​ການ​ໃໝ່.

ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຮອງ​ເອົາ​ໂຄງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 38 ໃນ​ວັນ​ທີ 19 ກັນ​ຍາ 2019 ຂອງ​ຄະ​ນະ​ເລ​ຂາ ແລະ ມະ​ຄິ​ກອງ​ປະ​ຊຸມ​ໃຫຍ່​ຊຸດ​ທີ VI ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ. ເນື່ອ​ງ​ໃນ​ໂອ​ກາດນີ້, ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ ກ່ຽວ​ກັບ​ການ​ປ່ຽນ​ແປງ, ເພີ່ມ​ເຕີມ​ພະ​ນັກ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຫງວຽນວັນແທ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍ

ຍສໝ - ວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີປະກາດການສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທຳອິດ, ອາຍຸການ 2020-2025 ສາຂາສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ

ວັນທີ 25 ມິຖຸນາ 2020, ທີ່ສຳນັກງານສູນກາງພັກຄອມມູນນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ...

ຮ ບ ປະ ກ ນ ລ ດ ຖະ ກອນ ບ ນ ດາ ລະ ບອບ ນະ ໂຍ ບາຍ ກ ຽວ ກ ບ ພະ ນ ກ ງານ ງ ບ ປະ ມານ ແລ ະ ເງ ອນ ໄຂ ເຮ ດ ວຽກ ຂອງ vufo ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ

ຍສໝ - ຕອນບ່າຍວັນທີ 24 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານ Muhyiddin Yassin - ນາຍົກລັດຖະມົນຕີມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໃນສະພາບການຂອງການແຜ່ລະບາດຂອງ COVID-19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.