ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ

09:27 | 14/04/2023

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 12 ເມສາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທັງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Pauline Tamesis, ຜູ້​ປະສານ​ງານປະຈຳ​​ສະຫະ​ປະຊາ​ຊາດ ​ປະຈຳຫວຽດນາມ.

ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ
ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທັງ​ເຊີນ ແລະ ​ທ່ານ​ນາງ Pauline Tamesis, ຜູ້​ປະສານ​ງານ​ປະຈຳ​ສະຫະ​ປະຊາ​ຊາດ ​ປະຈຳຫວຽດນາມ (ພ​າບ: baoquocte.vn)

​ໂດຍເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ການ​ສົມທົບ​ກັນ​ມານະ​ພະຍາຍາມ​ຫຼາຍ​ຝ່າຍ ​ເພື່ອຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ລວມຂອງ​ປະຊາ​ຄົມ​ໂລກ, ທ່ານ​ລັດຖະມົນຕີ​ໃຫ້ຮູ້​ວ່າ ຫວຽດນາມ ຖື​ສະຫະ​ປະຊາ​ຊາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ບຸລິມະສິດ​ອັນ​ດັບ​ໜຶ່ງ.

ໂດຍຢືນຢັນ​ ຫວຽດນາມ ຍາມ​ໃດ​ກໍ່ຈົດຈຳ​​ການ​ຮ່ວມ​ມື ​ແລະ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ໄລຍະ​ເກືອບ 50 ປີ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດຊາດ, ທ່ານ​ລັດຖະມົນຕີ ​ບຸຍ​ແທັງ​ເຊີນ ປາດ​ຖະໜາ​ວ່າ ທ່ານ​ນາງ Tamesis ຈະ​ເປັນ​ຂົວ​ຕໍ່​ທີ່​ມີ​ປະສິດທິ​ຜົນ​ລະຫວ່າງ​ ອົງການ​ສະຫະ​ປະຊາ​ຊາດ ​ແລະ ລັດຖະບານ ຫວຽດນາມ; ອົງການ, ກະຊວງ ແລະ ຂະ​ແໜງ​ການ ຫວຽດ​ນາມ; ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ຫວຽດນາມ - ສະຫະ​ປະຊາ​ຊາດ.

​ໃນ​ສະພາບ​ການ​ນັ້ນ, ທ່ານ​ລັດຖະມົນຕີ​ສະ​ເໜີ ​ໃນ​ໄລຍະ​ຈະ​ມາ​ເຖິງ​​ບັນດາ​ອົງການ​ສະຫະ​ປະຊາ​ຊາດຈົ່ງໃຫ້​ບຸລິມະສິດ​ຊຸກຍູ້ 4 ຂົງ​ເຂດ​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມ​ື. ນັ້ນ​ແມ່ນ, ລະດົມ​ແຫຼ່ງກຳລັງ, ຜັນ​ຂະຫຍາຍ​ການປະຕິບັດ​ກອບ​ຍຸດ​ທະ​ສາດ​ການ​ຮ່ວມ​ມືພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ - ສະຫະ​ປະຊາ​ຊາດ ​ໄລຍະ 2022-2026, ປະກອບສ່ວນ​ຊຸກຍູ້​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ; ພ້ອມ​ກັນ​ນັ້ນ, ​ກໍ່ໃຫ້​ຄຳ​ແນະນຳ​ດ້ານ​ນະ​ໂຍບາຍ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ​ໃຫ້​ຫວຽດນາມ ​ໃນ​ຂະ​ບວນການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ; ໜູນ​ຊ່ວຍ​ຫວຽດ​ນາມ ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຫັນ​ປ່ຽນ​ດ້ານ​ພະ​ລັງ​ງານ, ລະດົມ​ການ​ເງິນສີ​ຂຽວ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.