ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

20:36 | 07/06/2021

ຍ​ສ​ໝ - ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ​ລາວ​ບາວ ແລະ ລາ​ໄລ, ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມອ​ບຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ, ເຈວລ້າງ​ມື​ຂ້າ​ເຊື້ອ​ 30 ແກັດ, ສະ​ບູ​ລ້າງ​ມື 80 ແກັດ, ນ້ຳ​ຢາ​ລ້າງ​ມື 25 ແກັດ, ໝີ່ສຳ​ເລັດ​ຮູບ 100 ແກັດ ດ້ວຍ​ມູນ​ຄ່າ 120 ລ້ານ​ດົ່ງ ໃຫ້​ແກ່​​ຊາວ​ໜຸ່ມ​ແຂວງ ສະ​ຫວັນ​ນະເຂດ ແລະ ​ຊາວ​ໜຸ່ມ​ແຂ​ວງ​ສາ​ລະ​ວັນ (ປະ​ເທດ ລາວ).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ
ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ຮຸ່ງ​ກາ​ຣີ ຈັດ​ຕັ້ງ​ການ​ບໍ​ລິ​ຈາກ​ສະ​ໜັບ​ສະ​ໜູນວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ຮຸ່ງ​ກາ​ຣີ ຈັດ​ຕັ້ງ​ການ​ບໍ​ລິ​ຈາກ​ສະ​ໜັບ​ສະ​ໜູນວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19
ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ
ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

ວັນ​ທີ 5 ມິ​ຖຸ​ນາ, ຊາວ​ໜຸ່ມ​ແຂວງ ກ໋​ວາງ​ຈິ ໄດ້​ມອບ​ອຸ​ປະ​ກອນ​ການ​ແພດ, ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ ​ເພື່ອປ້ອງ​ກັນ​ສະ​ກັດ​ກັ້ນ ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ ຊາວ​ໜຸ່ມແຂວງ ສະ​ຫວັນ​ນະເຂດ ແລະ ​ຊາວ​ໜຸ່ມແຂວງ ສາ​ລະ​ວັນ (ລາວ) ຢູ່​ເຂດ ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ບາວ (ເມືອງ ເຮືອງ​ຮ໊ວາ, ກ໋​ວາງ​ຈິ) ແລະ ດ່ານ​ຊາຍ​ແດນສາ​ກົນ ລາ​ໄລ (ເມືອງ ດັກ​ກ​ຣົງ).

ຕາມ​ນັ້ນ​ແລ້ວ, ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ​ລາວ​ບາວ ແລະ ລາ​ໄລ, ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມອ​ບຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ, ເຈວລ້າງ​ມື​ຂ້າ​ເຊື້ອ ​30 ແກັດ, ສະ​ບູ​ລ້າງ​ມື 80 ແກັດ, ນ້ຳ​ຢາ​ລ້າງ​ມື 25 ແກັດ, ໝີ່ສຳ​ເລັດ​ຮູບ 100 ແກັດ ດ້ວຍ​ມູນ​ຄ່າ 120 ລ້ານ​ດົ່ງ ໃຫ້​ແກ່​​ຊາວ​ໜຸ່ມ​ແຂວງ ສະ​ຫວັນ​ນະເຂດ ແລະ ​ຊາວ​ໜຸ່ມ​ແຂ​ວງ​ສາ​ລະ​ວັນ (ປະ​ເທດ ລາວ).

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຮັບ​ຂອງ​ຂວັນ, ທ່ານນາງ ເຈິ່ນ​ທິ​ທູ ເລ​ຂາ​ຊາວ​ໜຸ່ມ​ແຂ​ວງ ໃຫ້​ຮູ້​ວ່າ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອມິດ​ຕະ​ພາບຂອງ​ປະ​ຊາ​ຊົນ ສອງ​ປະ​ເທດ ຫວຽດ​ນາມ - ລາວ, ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ສອງ​ແຂວງ​ຊາຍ​ແດນ ທີ່ຕິດ​ກັບ ກ໋​ວາງ​ຈິ ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19. ຜ່ານ​ນັ້ນ, ກໍ່ສະ​ແດງ​ໃຫ້​ເ​ຫັນ​ຈິດ​ໃຈ​ໜູນ​ຊ່ວຍ, ​ຮຽງ​ບ່າ​ຮຽງ​ໄລ່​ຂອງ ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ກັບ​ຊາວ​ໜຸ່ມ ປະ​ເທດລາວ ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ບັ້ນ​ຕໍ່​ສູ້​ຍູ້​ໂລກ​ລະ​ບາດ​ໂຄວິດ - 19ໃຫ້​ຖອຍ​ໄປ. ທ່ານ​ນາງ ເຈິ່ນ​ທິ​ທູ​ແບ່ງ​ປັນ​ວ່າ:

ເຖິງວ່າ​ຂອງ​ຂວັນ​ບໍ່​ໃຫ​ຍ່ກໍ່​ຕາມ, ແຕ່​ມັນ​ແມ່ນ​ສາຍ​ໃຈ​ຂອງ​ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ທີ່​ໄດ້​ສົ່ງ​ໄປ​ຍັງ​ບັນ​ດາ​ແຂວງ​ເພື່ອນ​ລາວ ດ້ວຍ​ຈິດ​ໃຈ​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ດ້ວຍ​ຄວາມ​ປາດ​ຖະ​ໜາວ່າ ບັນ​ດາ​ທ້ອງ​ຖິ່ນ ກໍ່​ຄື​ປະ​ເທດ​ລາວ ຈະສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ໂຄວິດ - 19 ແລະນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ປະ​ຕິ​ບັດ​ງານ​ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມາ​ຢ້ຽມ​ຢາມພະ​ນັກ​ງານ, ນັກ​ຮົບ​ປະ​ກອບ​ອາ​ວຸດ ທີ່​ພວມ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ປ້ອມ​ປ້ອງ​ກັນ​ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ແຂວງ, ມອບ​ນ້ຳ​ດື່ມ 50 ແກັດ, ຜ້າ​ອັດ​ປາກ - ອັດ​ດັງ 2.000 ອັນ, ເຈວ​ລ້າງ​ມື​10 ແກັດ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ 10 ແກັດລວມ​ມູນ​ຄ່າ 50 ລ້ານ​ດົ່ງ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ທີ່ພວມ​ປະ​ຕິ​ບັດ​ ໜ້​າ​ທີ່​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ປ້ອມ​ທະ​ຫານ​​ຊາຍ​ແດນ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ດ່ານ​ຊາຍ​ແດນສາ​ກົນ ລາວ​ບາວ ແລະ ປ້ອມ​ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ດ່ານ​ຊາຍ​ແດນສາ​ກົນ ລາ​ໄລ. ໂດຍປາດ​ຖະ​ໜາວ່າ ບັນ​ດາ​ຂອງ​ຂວັນ​ທີ່ມີຄວາມ​ໝາຍນີ້​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ໄວ, ປະ​ຕິ​ບັດ​ໜ້າ​ທີ່​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ເປັນຢ່າງດີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.

ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ຮຸ່ງ​ກາ​ຣີ ຈັດ​ຕັ້ງ​ການ​ບໍ​ລິ​ຈາກ​ສະ​ໜັບ​ສະ​ໜູນວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ຮຸ່ງ​ກາ​ຣີ ຈັດ​ຕັ້ງ​ການ​ບໍ​ລິ​ຈາກ​ສະ​ໜັບ​ສະ​ໜູນວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19

ຍ​ສ​ໝ -ທີ່​ພິ​ທີ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ທິ​ບິກ​ຖ໋າວ ສະ​ເໜີ​ໃຫ້​ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ​ໝົດ​ທຸກ​ຄົນ ແລະ ສະ​ມາ​ຊິກ​ຄອບ​ຄົວ​ພະ​ນັກ​ງານ​ສະ​ຖານ​ທູດ ຍາມ​ໃດ​ກໍ່​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວກັບ​ໂລກ​ລະ​ບາດ​ໂຄວິດ - 19, ນຳ​ໃຊ້​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ ເພື່ອ​ປະ​ຕິ​ບັດ​​ເປັນ​ຢ່າງ​ດີສຳ​ເລັດ​ໜ້າ​ທີ່​ຂອງ​ພັກ ແລະ ລັດ​ມອບ​ໝາຍ​ໃຫ້.

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.