ດົນ​ຕີ Bolero ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເອີ​ລົບ

08:07 | 14/10/2021

ຍ​ສ​ໝ - ຕອນ​ຄ່ຳ​ວັນ​ທີ 10 ຕຸ​ລາ, ຢູ່​ສູນ​ການ​ຄ້າ SAPA ຢູ່​ນະ​ຄອນຫຼວງ​ຂອງ Praha (ສ.ເຊັກ​ໂກ) ໄດ້​ດຳ​ເນີນຮອບ​ຊີງ​ຊະ​ນະ​ເລີດ​ການ​ແຂ​່​ງ​ຂັນສຽງ​ຂັບຮ້ອງທົ່ວ​ເອີ​ລົບ ຄັ້ງ​ທີ 1 ​ດົນ​ຕີ Bolero.

ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍື​ນ​ຍົງ ຫວຽດ​ນາມ ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍື​ນ​ຍົງ ຫວຽດ​ນາມ
ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ
ດົນ​ຕີ Bolero ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເອີ​ລົບ
ບັນ​ດາ​ຜູ​້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ

ການ​ແຂ່ງ​ຂັນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ 17 ຄົນ ທີ່​ໄດ້ຮັບການ​ຄັດ​ເລືອກ ແລະ ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ຫຼາຍ​ປະ​ເທດ​ເອີ​ລົບ​ຄື: ສ.ເຊັກ​ໂກ, ເຢຍ​ລະ​ມັນ, ຮຸງ​ກາ​ຣີ, ສະ​ໂລ​ວາ​ກີ, ນອກ​ແວ…

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​​ຂອບ​ຂະ​ໜາດ​ໃຫຍ່ທີ່​ມີຄວາມ​ໝາຍ​ດ້ານມະ​ນຸດ​ສະ​ທຳ​ຢ່າງ​ເລິກ​ເຊິ່ງ ໂດ​ຍ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລ​ະ​ປະ ຫວຽດ​ນາມ ອາ​ໄສ​ ຢູ່ ສ.ເຊັກ​ໂກ ຈັດ​ຕັ້ງ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ ຢູ່ ສ.ເຊັກ​ໂກ ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນ​ທົ່ວ​ເອີ​ລົບ ກໍ່​ຄື​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ທີ່ກ​ານ​ແຂ່​ງ​ຂັນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເຊັກ​ໂກ ທ໊າຍ​ຊວັນ​ຢຸງ ໄດ້​ເນັ້ນ​ໜັກ​ວ່າ ການ​ແຂ່ງ​ຂ​ັນ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນລະ​ຫວ່າງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເຊັກ​ໂກ ກັບ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ໃນ​ທົ່ວ​ເອີ​ລົບ ກໍ່​ຄື​ກັບ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ປາດ​ຖະ​ໜາຢາກ​ໃຫ້ສະ​ຫະ​ສະ​ມາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ ​ຢູ່ ເອີ​ລົບ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ ​ຢູ່​ ສ.ເຊັກ​ໂກ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສິ​ລະ​ປະ ຫວຽດ​ນາມ ຢູ່ ເຊັກ​ໂກ ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ສະ​ແດງ​ວັດ​ທະ​ນະ​ທຳສິ​ລ​ະ​ປະ​ທີ່​ມີ​ຄວາມ​ໝາຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້ຫຼາຍ​ກ່​ວາ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.