ຍສໝ - ຕອນຄ່ຳວັນທີ 28 ກຸມພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 65 ປີແຫ່ງວັນເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍເຂົ້າຮ່ວມພິທີມີທ່ານຮອງປະທານສະພາປະຊາຊົນນະຄອນໂຮ່ຈິມິນ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຮວິ່ງແທງເຍີນ ແລະ ກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ Ono Masuo.
ຍສໝ - ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ເປັນຊຸດປຶ້ມທີ່ເປັນເອກະລັກສະເພາະ ສົມທົບລະຫວ່າງປັດໄຈບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປສູ່ຜູ້ອ່ານ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ຫງວຽນວັນຢຸງ ທີ່ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນເອກະລາດແຫ່ງຊາດ ອິດສະຣາແອນ (14 ພຶດສະພາ 1948 – 14 ພຶດສະພາ 2024) ໂດຍສະຖານທຸດ ອິດສະຣາແອນ ປະຈຳ ຫວຽດນາມ ຈັດຕັ້ງຢູ່ນະຄອນ ໂຮ່ຈິມິນ ໃນຕອນຄ່ຳວັນທີ 18 ມິຖຸນາ.
ຍສໝ - "ສະບາຍດີຫວຽດນາມ!" - ຄຳທັກທາຍຢ່າງກະຕືລືລົ້ນຈາກຜູ້ແທນຊາວໜຸ່ມ 168 ຄົນທີ່ມາຈາກປະເທດ ອາຊຽນ ແລະ ຍີ່ປຸ່ນ ໃນທັນທີທີ່ເຂົາເຈົ້າໄດ້ຢຽບດິນຕໍ່ແຜ່ນ ໂດຍການເດີນລົງຈາກດາດຟ້າກຳປັ່ນ Nippon Maru - ກຳປັ່ນທີ່ເປັນສັນຍາລັກຂອງໂຄງການກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້. ຢູ່ທີ່ນີ້, ຜູ້ແທນ 168 ຄົນໄດ້ເປີດສາກບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມບັນດາປະເທດຢ່າງເປັນທາງການ ໃນຊຸມມື້ຈະມາເຖິງຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມລົງນາມໃນໂຄງການສົມທົບກັນວຽກງານການທູດປະຊາຊົນ ແລະ ວຽກງານຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2024-2029.
ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດພົບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.
ຍສໝ - ຕອນບ່າຍວັນທີ 5 ຕຸລາ, ສາຂາສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຢູ່ເມືອງ ບິ່ງແຈ໋ງ ໄດ້ປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ຈັດຕັ້ງພິທີເປີດຕົວ.
ຍສໝ - ວັນທີ 24 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດກອງປະຊຸມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ປີ 2024 ດ້ວຍຫົວຂໍ້ “ການຫັນປ່ຽນອຸດສາຫະກຳ: ປະສົບການພັດທະນາ ແລະ ບຸລິມະສິດການຮ່ວມມື”.
ຍສໝ - ແຕ່ວັນທີ 13-14 ກັນຍາ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ແຟງລັງ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງກອງປະຊຸມແຈ້ງຂໍ້ມູນເຜີຍແຜ່ກ່ຽວກັບມະຕິເລກທີ 98/2023/QH15 ຂອງສະພາແຫ່ງຊາດ ແລະ ໂຄງການນະໂຍບາຍເສີມຂະຫຍາຍຢ່າງມີສິດທິຜົນແຫຼ່ງກຳລັງການສົ່ງເງິນຕາຕ່າງປະເທດກັບຄືນມາປະເທດ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ບົນບໍລິເວນນະຄອນ ໂຮ່ຈິມິນ ນັບແຕ່ນີ້ຮອດປີ 2030 ແລະ ລາຍການສິລະປະ ໄດ້ສະແດງເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍຫົວຂໍ້: “ຈັງຫວະຂອງນະຄອນໜຸ່ມ”.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບແຂວງ ກາເມົາ ໄດ້ດຳເນີນພິທີລົງນາມ ຂໍ້ກຳນົດການປະສານສົມທົບກັນເຄື່ອນໄຫວວຽກງານການທູດປະຊາຊົນ ໄລຍະ 2024 – 2028.
ຍສໝ - 2 ຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານການທູດປະຊາຊົນ ແລະ ບົດບາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການເຊື່ອມຕໍ່ນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ.
ຍສໝ - ວັນທີ 19 ມັງກອນ, ໂຮງໝໍທະຫານ 175 ໃຫ້ຮູ້ວ່າ ສູນກະດູກ ແລະ ຂໍ້ - ໂຮງໝໍທະຫານ 175 ໄດ້ສົມທົບກັບອົງການຈັດຕັ້ງ Operation Walk Chicago (OWC) ເພື່ອຜັນຂະຫຍາຍການຜ່າຕັດໂດຍບໍ່ເສຍຄ່າໃຫ້ບັນດາຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍທີ່ມີພະຍາດກ່ຽວກັບສະໂພກ, ມີການບົ່ງມະຕິປ່ຽນຂໍ້ກະດູກ.
ຍສໝ - ວັນທີ 25 ມັງກອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເພື່ອຮັບໜ້າທີ່ໃນປີ 2024. ທ່ານຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະສືບຕໍ່ເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນາໃຫ້ນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ.
ຍສໝ - ນັ້ນແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືລະຫວ່າງທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟ່ານວັນໝາຍ ແລະ ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ໃນຕອນເຮັດວຽກວັນທີ 20 ທັນວາ ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ນັ້ນແມ່ນເນື້ອໃນທີ່ທ່ານນາງ ຫວູທິຮວິ່ງມາຍ, ປະທານຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ແຈ້ງກັບບັນດາຜູ້ແທນທີ່ການພົບປະຢູ່ນອກ “ເວທີປາໄສວິສາຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ໄທ - ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ” ໃນປີ 2023.
ຍສໝ - ຕອນເຊົ້າວັນທີ 14 ຕຸລາ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງເດືອນແຫ່ງຄວາມໝັ້ນຄົງ “ເພື່ອຄົນທຸກຍາກ” ປີ 2023.
ນະຄອນ ຖູດຶກ - ຕົວເມືອງ ທຳອິດ ຂອງ ນະຄອນ ໂຮ່ຈີມິນ ແລະ ຂອງທົ່ວປະເທດ ໄດ້ຮັບການສ້າງ ຕັ້ງຢ່າງເປັນທາງການ. ໃນແຜນຜັງ ແລະ ກຳນົດທິດພັດທະນາ, ຖູດຶກ ຈະກາຍເປັນເຂດເສດຖະກິດ ນຳໜ້າ ກ່ຽວກັບຂະແໜງ ການເສດຖະກິດ ພູມປັນຍາ, ມຸ່ງສູ່ກາຍເປັນຕົວເມືອງ ຫຼາຍຈຸດ ໃຈກາງ ໃນປີ 2040, ປະກອບສ່ວນ ສ້າງແຮງກະຕຸ້ນ ຊຸກຍູ້ ການພັດທະນາ ຂອງ ນະຄອນ ໂຮ່ຈີມິນ ແລະ ທົ່ວທັງພາກ ຕາເວັນອອກ ສ່ຽງໃຕ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ, ຕອນເຊົ້າວັນທີ 1 ກັນຍາ, ຢູ່ຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ (ນະຄອນ ດ້ຽນບຽນຝູ, ແຂວງດ້ຽນບຽນ) ໄດ້ຈັດພິທີໄຂງານວາງສະແດງຫົວເລື່ອງສະເພາະ "ປະທານໂຮ່ຈີມິນ ກັບບັ້ນຮົບ ດ້ຽນບຽນຝູ".
ຍສໝ - ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ, ໃນວັນທີ 18 ເມສາ 2023, ຢູ່ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ຈັດຕັ້ງງານໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ.
ຍສໝ - ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ 1.000 ຄອບຄົວພີ່ນ້ອງຂອງຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລວມຍອດມູນຄ່າ 1,2 ຕື້ດົ່ງ ແລະ ມອບ 1 ຕື້ດົ່ງໃຫ້ກອງທຶນເພື່ອຄົນທຸກຍາກ ຂອງຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ.