ນະຄອນ​ໂຮ່ຈິ​ມິນ ​ແລະກາ​ເມົາ ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ ​​ໄລຍະ 2024 – 2028

19:59 | 07/08/2024

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ ຂໍ້ກຳນົດການ​ປະສານ​ສົມທົບ​ກັນ​ເຄື່ອນໄຫວວຽກ​ງານ​ການ​ທູດ​​ປະຊາຊົນ​ ໄລຍະ 2024 – 2028.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ
ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ

ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ມີ​ທ່ານ ​ໂດ​້ຫວຽດຮ່າ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ; ທ່ານ ຫງວ້ຽນ​ດົງ​ເຄີຍ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ.

Lễ ký kết Quy chế phối hợp hoạt động công tác đối ngoại nhân dân giai đoạn 2024 – 2028 giữa Liên hiệp các tổ chức hữu nghị Thành phố Hồ Chí Minh và Liên hiệp các tổ chức hữu nghị tỉnh Cà Mau. (Ảnh: HUFO  ພິທີ​ລົງ​ນາມ​ ລະບຽບການປະສານ​ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດ​ປະຊາຊົນ​ໄລຍະ 2024 – 2028 ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ. (ພາບ: HUFO

ພິທີ​ລົງ​ນາມ​ຂໍ້ກຳນົດການປະສານ​ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດ​ປະຊາຊົນ ​ໄລຍະ 2024 – 2028 ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ. ພາບ: HUFO

ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ; ແລກປ່ຽນວຽກງານຂໍ້ມູນຂ່າວສານ ແລະ ໜ້າທີ່ກ່ຽວກັບບັນຫາ,ການເຄື່ອນໄຫວທີ່ຕ້ອງການການໂຄສະນາເຜີຍແຜ່ ປຸກລະດົມ, ແບ່ງປັນຮຽນຮູ້ປະສົບການໃນຂົງເຂດການທູດປະຊາຊົນ ການລະດົມການຊ່ວຍເຫຼືອຈາກຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ, ກໍ່ສ້າງກົງຈັກການຈັດຕັ້ງ, ການຝຶກອົບຮົມພະນັກງານ ແລະກົນໄກນະໂຍບາຍ. ສອງຝ່າຍ​ກໍ່​ສົມທົບ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ພັດທະນາ​ບັນດາ​ສະມາຄົມ​ມິດຕະພາບ​ສອງ​ປະ​ເທດ; ​ແລກປ່ຽນ​ປະສົບ​ການ​ໃນ​ການ​ເຄື່ອນໄຫວວຽກງານ, ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່ພະນັກງານ ​ແລະ ບັນດາ​ສະມາຊິກ​ກ່ຽວ​ກັບ​ສະພາບ​ການ​ສາກົນ ​ແລະ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ, ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ການ​ທູດປະຊາຊົນ ​ແລະ ​ຂົນຂວາຍການອຸປະຖຳ.

​ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ ທ່ານ ໂດ້ຫວຽດຮ່າ ໄດ້ສະແດງຄວາມປາດຖະໜາໃຫ້ສອງຫົວໜ່ວຍ​ມີຫຼາຍການ​ເຄື່ອນ​ໄຫວ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຕື່ມ​ອີກໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ເສີມຂະຫຍາຍ​ບົດບາດ​ຂອງ​ຕົນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ທ້ອງ​ຖິ່ນ. ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍ, ຊຸກຍູ້ ​ແລະ ​ແລປ່ຽນ​ປະສົບ​ການ​ໃນ​ການ​ລະດົມ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ເພື່ອ​ແນ​ໃສ່​ພັດທະນາ​ແບບ​ຍືນ​ຍົງ ​ແລະ ໝັ້ນຄົງ; ສົມທົບ​ກັນຈັດຕັ້ງປະຕິບັດ​ບັນດາ​ເຫດການ​ການ​ເມືອງ​ການ​ຕ່າງປະເທດ​ທີ່​ສອງ​ທ້ອງ​ຖິ່ນ​ຈັດ​ຂື້ນໃຫ້ເປັນຢ່າງດີ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.