ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

14:15 | 19/06/2024

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ໂຮ່ຈິ​ມິນ ຫງວຽນ​ວັນ​ຢຸງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 76 ປີ​ແຫ່ງ​ວັນ​ເອກະລາດ​ແຫ່ງ​ຊາດ ອິດສະຣາ​ແອນ (14 ພຶດສະພາ 1948 – 14 ພຶດສະພາ 2024) ໂດຍສະຖານທຸດ ອິດສະຣາ​ແອນ ປະຈຳ ຫວຽດນາມ ຈັດຕັ້ງຢູ່​ນະຄອນ ​ໂຮ່ຈິ​ມິນ ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​
ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ທ່ານ ຫງວຽນ​ວັນ​ຢຸງ ​ໃຫ້​ຮູ້​ວ່າ ກວ່າ 30 ​ປີ​ນັບ​ແຕ່​ສອງ​ປະ​ເທດ​ ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອິດສະຣາ​ແອນ ກໍ່ໄດ້ມີບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ຂົງ​ເຂດ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ ໂຮ່​ຈິ​ມິນ ຫງວຽນ​ວັນ​ຢຸງ ກ່າວ​ຄຳ​ປາໄສ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ. (ພາບ: ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ)

ບົນ​ພື້ນຖານ​ນັ້ນ, ທ່ານ​ ຢຸງ ​ຢືນຢັນ​ວ່າ ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ມານະ​ພະຍາຍາມ ​ແລະ ​ພາກ​ພູມ​ໃຈທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ​ຢ່າງ​ຕັ້ງໜ້ຂອງການ​ພົວພັນສອງຝ່າຍ. ບັນດາໂຄງການຮ່ວມມືເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ​ໂຄງການ​ໜູນ​ຊ່ວຍສ່ວນບຸກຄົນ​ໄວ​ໜຸ່ມ​ເລີ່​ມດຳ​ເນີນ​ທຸລະ​ກິດ ​ແລະ ບັນດາ​ໂຄງການ​ທົດລອງຕົວຈິງການ​ລ້ຽງ​ງົວນົມ​ເຕັກ​ໂນ​ໂລຢີ​ສູງ, ການ​ນຳ​ໃຊ້​ລະບົບ​ຄຸ້ມ​ຄອງ​ດິນ​ຟ້າ​ອາກາດ ​ແລະ ຫົດນ້ຳ, ລະບາຍນ້ຳອັດສະລິຍະ... ເຊິ່ງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ຄູ່​ຮ່ວມ​ມື ອິດສະຣາ​ແອນ ພວມ​ສືບ​ຕໍ່​ຜັນຂະຫຍາຍ ດ້ວຍການໜູນ​ຊ່ວຍ, ​ເຊື່ອມ​ຕໍ່ຂອງສະຖານທຸດ ອິດສະຣາ​ແອນ ​ແມ່ນ​ຫຼັກຖານພະຍານໃຫ້ແກ່​ປະສິດທິ​ຜົນ​ຂອງການ​ຮ່ວມ​ມື​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ, ຕິດພັນ​ອັນ​ໝັ້ນຄົງ​ລະຫວ່າງ​ສອງ​ຝ່າຍ.

ການນຳຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ໃນສະພາບການທີ່ນະຄອນ ໄດ້ຮັບອະນຸຍາດການທົດລອງກົນໄກ, ນະໂຍບາຍສະເພາະຈາກສະພາແຫ່ງຊາດ ຫວຽດນາມ ເພື່ອເພີ່ມຄວາມໄວພັດທະນາ, ນະຄອນ ກໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກລົງທຶນ ອິດສະຣາ​ແອນ ຖືນີ້ແມ່ນ “ໂອກາດ​ທອງ” ເພື່ອຍູ້ແຮງ​ການ​ລົງ​ທຶນ, ຊອກຫາກັນບັນດາຮູບແບບ, ໂຄງ​ການຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃໝ່.

“ນະຄອນ ​ໂຮ່ຈິ​ມິນ ​ແມ່ນມີຄວາມເປັນເອກະພາບກັບ​ທັດສະນະທີ່ໄດ້, ພວມ ແລະ ຍາມໃດກໍຈະໜູນຊ່ວຍ, ຮ່ວມເດີນທາງ ແລະ ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ, ເຂົ້າມາລົງທຶນ, ທຳການຜະລິດ, ດຳເນີນທຸລະກິດທີ່ມີ​ປະສິດທິ​ຜົນ, ປອດ​ໄພ ​ແລະ ​ຍາວ​ນານຢູ່ນະຄອນ". ທ່ານ ຢຸງ ຢືນຢັນ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ທ່ານ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ປະຈຳ ຫວຽດນາມ Yaron Mayer ກ່າວ​ຄຳ​ປາໄສ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ. (ພາບ: ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ)

ກ່າວ​ຄຳປາໄສທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ປະຈຳ ຫວຽດນາມ Yaron Mayer ​ໄດ້​ແບ່ງປັນຄວາມ​ໝາຍ​ປະຫວັດສາດ​ຂອງ​ວັນ​ເອກະລາດ​ແຫ່ງ​ຊາດ ອິດສະຣາ​ແອນ ແຕ່ 76 ປີ​ກ່ອນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ອິດສະຣາ​ແອນ ​ແລະ ຫວຽດນາມ ມີ​ການ​ພົວພັນ​ການ​ທູດ ແລະ ເປັນເພື່ອນມິດມາ​ເປັນ​ເວລາ 3 ທົດ​ສະ​ວັດ ດ້ວຍການທີ່ ຫວຽດນາມ ກາຍເປັນ​ຈຸດໝາຍ​ປາຍທາງແຖວໜ້າສຳລັບຊາວ ອິດສະຣາ​ແອນ ທັງ​ດ້ານ​ການທ່ອງທ່ຽວ ​ແລະ ດຳເນີນທຸລະ​ກິດ. ການພົວພັນລະຫວ່າງສອງປະເທດສ່ວນໃຫຍ່ແມ່ນອີງໃສ່ການຮ່ວມມືທາງດ້ານເສດຖະກິດ ແລະ ເຕັກໂນໂລຢີ. ສັນຍາ​ການ​ຄ້າ​ເສລີ ອິດສະຣາ​ແອນ - ຫວຽດນາມ ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ເດືອນ ກໍລະກົດ 2023 ​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່ໄດ້​ຮັບ​ການ​ສ້າງຕັ້ງບົນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ລວມໃຫ້ອານະຄົດທີ່ມີການແບ່ງປັນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Yaron Mayer ​ໃຫ້​ຮູ້ຕື່ມອີກ​ວ່າ ວົງ​ເງິນ​ການ​ຄ້າ​ລະຫວ່າງ ອິດສະຣາ​ແອນ ​ແລະ ຫວຽດນາມ ບັນລຸ​ກ່ວາ 2,7 ຕື້ USD ​ໃນ​ປີ 2023; ບໍລິສັດຂົນສົ່ງທະເລ Zim ຂອງ ອິດສະຣາ​ແອນ ໄດ້ເປີດເສັ້ນທາງການຄ້າໂດຍກົງລະຫວ່າງສອງປະເທດ. ຄຽງ​ຂ້າງ​ນັ້ນ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ວິທະຍາສາດ, ຄົ້ນ​ຄ້ວາ ​ກໍ່ໄດ້​ນຳ​ເອົາ​ບັນດາ​ນັກວິທະຍາສາດ, ນັກຮຽນຮູ້ໜຸ່ມ​ຂອງ 2 ປະ​ເທດ ​ສົມທົບ​ກັນ, ປະກອບສ່ວນບົດບາດສຳຄັນ​​ໃນ​ການ​ກໍ່ສ້າງ​ອະນາຄົດ​ແຫ່ງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ນະຄອນ ​ໂຮ່ຈີ​ມິນ ເປັນສູນກາງຂອງບັນດາຄວາມ​ມານະພະຍາຍາມນີ້ .

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ນັກສີລະປິນ ເປຍໂນ ຊາວອິດສະຣາ​ແອນ ທ່ານ Oren Dashti ໄດ້​ສະ​ແດງ​ບົດດົນຕີປະສານສຽງ​ພື້ນ​ເມືອງ​ຂອງ​ຊາວ​ຫວຽດນາມ ກັບນັກສີລະປິນ ໄວໂອລິນ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ. (ພາບ: ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ)

​ໃນ​ພິທີ, ນັກສີລະປິນ ເປຍໂນ ຊາວອິດ ສະຣາ​ແອນ ທ່ານ Oren Dashti ໄດ້​ສະ​ແດງ​ບັນດາ​ບົດ​ເພງ​ທີ່​ໄດ້​ແຕ່ງ​ເປັນ​ພິ​ເສດໃຫ້ເຫດການນີ້, ​ໃນ​ນັ້ນ​ມີ​ບົດດົນຕີປະສານສຽງ​ພື້ນ​ເມືອງ​ຂອງ​ຊາວ​ຫວຽດນາມ ກັບນັກສີລະປິນ ໄວໂອລິນ ຫວຽດນາມ. ດົນຕີສໍາລັບເຫດການດັ່ງກ່າວໄດ້ຖືກປະພັນໂດຍວົງດົນຕີປະສານສຽງ Jerusalem ທີ່ມີຊື່ສຽງຂອງ ອິດສະຣາ​ແອນ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮດວຽກຢູ່ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 4 ມິຖຸນາ, ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການ​ກວດກາ​ແຫ່ງລັດ​ ລາວ ໂດຍສະຫາຍ ຄຳ​ພັນ ພົມມະ​ທັດ, ກຳມະການ​ກົມການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ກວດກາ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ, ຫົວໜ້າ​ຄະນະປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນສູນ​ກາງ, ຫົວໜ້າອົງການກວດກາ​ແຫ່ງລັດ​ ລາວ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທະນາຄານ​ການ​ຄ້າຫຸ້ນ​ສ່ວນກ​ານ​ລົງທຶນ ...

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ: ມີ​ຫຼາຍ​ໝາກຜົນຢ່າງຕັ້ງໜ້າ ​ໃນວຽກງານດ້ານ​ການທູດປະຊາຊົນ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ: ມີ​ຫຼາຍ​ໝາກຜົນຢ່າງຕັ້ງໜ້າ ​ໃນວຽກງານດ້ານ​ການທູດປະຊາຊົນ

ຍສໝ - ໃນ​ໄລຍະ 2018-2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ໄດ້​ປະຕິບັດບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ຢ່າງຕັ້ງໜ້າ; ຍູ້ແຮງການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ປະສານ​ງານວຽກງານດ້ານ​ການທູດ​ປະຊາຊົນຢ່າງຄົບຊຸດ, ມີ​ປະສິດທິ​ຜົນ... ຜ່ານ​ນັ້ນ ກໍ່ສ້າງ​ພື້ນຖານທີ່ໝັ້ນແກ່ນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໃນ​ຊຸມ​ປີ​ຕໍ່​ໄປ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ຫາຍ​ຟ່ອງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.