ນະຄອນ ໂຮ່ຈີມິນ ແລະ ແຂວງ Hyogo (ຍີ່ປຸ່ນ) ເພີ່ມທະວີການພົວພັນຮ່ວມມື

13:02 | 20/01/2024

ຍສໝ - ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ລະຫວ່າງ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຟ່ານວັນໝາຍ ແລະ ​ ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ໃນຕອນເຮັດວຽກ​ວັນ​ທີ 20 ທັນວາ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຕາມ​ທ່ານ ຟ່ານວັນໝາຍ ​ແລ້ວ, ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ Hyogo ຍັງ​ມີຫຼາຍ​ຄວາມ​ສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ຜະລິດຕະພັນກະເສດ, ຜະລິດ​ຕະພັນ​ຮັບ​ໃຊ້​ເສດຖະກິດ​ກະສິກຳ, ​ເອ​ເລັກ​ໂຕ​ນິກ, ຜະລິດ​ວັດສະດຸເຄິ່ງຊັກນຳໄຟຟ້າ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຜະລິດຕະພັນສາທາລະນະສຸກ ປົວແປງເບິ່ງແຍງດູແລຍົກສຸງຄຸນນນນະພາບຊີວິດໃຫ້ດີຂຶ້ນ.

2 ທ້ອງ​ຖິ່ນ​ກໍ່​ຕ້ອງ​ຈັດ​ຕັ້ງບັນດາຄະນະ​ເພື່ອແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນຢ່າງເປັນ​ປະຈຳ​. ພິເສດ​ແມ່ນ​ເປີດກວ້າງ​ບັນດາຄະນະເຊິ່ງ​ແມ່ນນັກສຶກສາ, ຊາວ​ໜຸ່ມ...ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ຫຼາກຫຼາຍຮູບແບບ ​ແລະ ຫຼາຍພະລັງຊີວິດລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ Hyogo.

ນະຄອນ ໂຮ່ຈີມິນ ແລະ ແຂວງ Hyogo (ຍີ່ປຸ່ນ) ເພີ່ມທະວີການພົວພັນຮ່ວມມື

​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຟ່ານວັນໝາຍ ແລະ ​ ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ໃນຕອນເຮັດວຽກ​ວັນ​ທີ 20 ທັນວາ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ເຫັນດີເຫັນກັບບັນດາຂໍ້ສະເໜີຂອງທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟ່ານວັນໝາຍ. ຕາມ​ທ່ານ Saito Motohiko ແລ້ວ, ພາຍຫຼັງ 15 ປີ​ແຫ່ງ​ການ​ລົງ​ນາມ​ໃນ​ການ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​ຮ່ວມມື (​ໃນ​ປີ 2007), ການ​ພົວພັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ Hyogo ກໍ່ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ພາຍຫຼັງເວລາຖືກຂາດຕອນຍ້ອນພະຍາດ, ​ແຕ່​ປີ 2022, ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງ Hyogo ​ກໍ່ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ​ຄື ບັນດາການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນຂອງ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ Hyogo, ເວທີການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ທ້ອງ​ຖິ່ນ...

ທ່ານ Saito Motohiko ​ໄດ້​ສະ​ແດງ​ຄວາມປະທັບໃຈຕໍ່​ການ​ພັດທະນາ​ຂອງ​ນະຄອນ​ໂຮ່ຈິ​ມິນ ​ແລະ ຖື​ວ່າມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຢູ່​ແຂວງ Hyogo ປາດ​ຖະໜາ​ຢາກ​ເຂົ້າ​ຮ່ວມ ​ແລະ ພັດທະນາ​ກັບ​ນະຄອນ. ນອກຈາກ​ດ້ານ​ເສດຖະກິດ, ທ່ານ Saito Motohiko ​ເຊື່ອ​ໝັ້ນ​ວ່າ ​ແຂວງ Hyogo ​ແລະ ນະຄອນ​ໂຮ່ຈິ​ມິນ ຈະສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ແລກປ່ຽນ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການທ່ອງທ່ຽວ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ສາທາລະນະ​ສຸກ...

2 ຝ່າຍ​ກໍ່ເຫັນ​ດີ​ເປັນ​ເອກະພາບສ້າງ​ເງື່ອນ​ໄຂ​ໃຫ້ນັກຮຽນ​ມັດທະຍົມ​ປາຍ​ແຂວງ Hyogo ມາຍັງ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ແລກປ່ຽນ, ຮ່ຳຮຽນ ​ແລະ ຊອກ​ຮູ້​ວັດທະນະທຳ. ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ກາລະ​ໂອກາດ​ແລກປ່ຽນ​ລະຫວ່າງ​ການ​ນຳ​ການ​ເມືອງ​ໜຸ່ມ, ນັກທຸລະກິດ​ໜຸ່ມ, ພູມປັນຍາ​ໜຸ່ມ, ຜ່ານ​ນັ້ນ ກໍ່​ປະກອບສ່ວນ​ເພີ່ມ​ທະວີເຂົ້າໃນການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ທ້ອງ​ຖິ່ນຫຼາຍກ່ວາອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.