ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

11:57 | 28/11/2023

ຍສໝ - ນັ້ນ​ແມ່ນ​ເນື້ອໃນ​ທີ່​ທ່ານ​ນາງ ຫວູທິ​ຮວິ່ງມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ແຈ້ງກັບບັນດາຜູ້ແທນທີ່ການພົບປະ​ຢູ່​ນອກ​ “​ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ນັກສຶກສາລາວ ຢູ່ມະຫາວິທະຍາໄລ ຫງວຽນເຕິດແທັ່ງ (ນະຄອນ ໂຮ່ຈີມິນ) ສະເຫຼີມສະຫຼອງບຸນປີໃຫມ່ ນັກສຶກສາລາວ ຢູ່ມະຫາວິທະຍາໄລ ຫງວຽນເຕິດແທັ່ງ (ນະຄອນ ໂຮ່ຈີມິນ) ສະເຫຼີມສະຫຼອງບຸນປີໃຫມ່
ນະຄອນ ໂຮ່ຈີມິນ ໃຕ້ໄຟ LED 500,000 ດອກ ຢູ່​ສວນ​ສາ​ທາ​ລະ​ນະ ເບັ້ນແບກ​ດັ່ງ ນະຄອນ ໂຮ່ຈີມິນ ໃຕ້ໄຟ LED 500,000 ດອກ ຢູ່​ສວນ​ສາ​ທາ​ລະ​ນະ ເບັ້ນແບກ​ດັ່ງ

ຕອນ​ບ່າຍ​ວັນ​ທີ 17 ພະຈິກ, ຢູ່​ນອກ​ກອງ​ປະ​ຊຸມ “ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ”, ທ່ານ​ນາງ ຫວູທິຮວິ່ງມາຍ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ​ ອາໄສຢູ່ຕ່າງປະເທດ ນະ​ຄອນ ໂຮ່​ຈິ​ມິນ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ບັນດາວິ​ສາ​ຫະ​ກິດ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ແລະ ຜູ້​ຕາງ​ໜ້າ​ອົງ​ການ​ການ​ທູດ​ຫວຽດ​ນາມ ປະ​ຈຳ ໄທ, ລາວ ແລະ ກຳ​ປູ​ເຈຍ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ
ພາບບັນຍາກາດ​ຂອງ​ການ​ພົບ​ປະ​.

ທີ່​ການ​ພົບ​ປະ, ທ່ານ​ນາງ ຫວູທິຮວິ່ງມາຍ ​ໄດ້ແຈ້ງ​​​ບັນດາ​ຂະ​ແໜງ​ການ, ອາຊີບ​ທີ່​ນະຄອນ ​ໂຮ່ຈີ​ມິນ ບຸລິມະສິດ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕາມ​ມະຕິ​ເລກທີ 98/2023/QH15 ກ່ຽວ​ກັບທົດລອງກົນໄກ, ນະ​ໂຍບາຍ​ສະ​ເພາະ​ເພື່ອ​ພັດທະນາ​ນະຄອນ​ໂຮ່ຈິ​ມິນ ຄື: ລົງທຶນກໍ່ສ້າງສູນນະວັດຕະກຳ, ສູນຄົ້ນຄວ້າ ແລະ ພັດທະນາ; ການ​ລົງ​ທຶນ​ພັດ​ທະ​ນາບັນດາພາຫະນະຄົມມະນາຄົມ​ໂດຍ​ໃຊ້​ພະ​ລັງ​ງານ​ສະ​ອາດ...

ທ່ານນາງ ຫວູທິຮວິ່ງມາຍ ສະເໜີວ່າ: “ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ, ຜູ້ຕາງໜ້າບັນດາສະມາຄົມນັກທຸລະກິດ, ສະໂມສອນວິສາຫະກິດ ໄດ້ມີການແບ່ງປັນບັນດາຂໍ້ມູນຂ່າວສານລະອຽດກ່ຽວກັບການຊຸກຍູ້ການຄ້າ ແລະ ການລົງທຶນໃນຫຼາຍຂົງເຂດ ທັງກ່າວເຖິງປະຊາຄົມນັກທຸລະກິດ ແລະ ວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ທີ່ມີຄວາມຕ້ອງການເຊື່ອມຕໍ່. ຜ່ານ​ນັ້ນ, ກໍ່ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ​ເສີມ​ຂະຫຍາຍ​ບົດບາດ ​ແລະ ​ແຫຼ່ງກຳລັງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ປະ​ເທດ​ຊາດໃຫ້ຫຼາຍກວ່າອີກ”. ນອກຈາກນັ້ນ, ທ່ານຍັງໄດ້ສະແດງໃຫ້ເຫັນຄວາມຕັ້ງໃຈທີ່ຈະຮັບຟັງຜູ້ຕາງຫນ້າຂອງສະມາຄົມ ແລະ ຄະນະຜູ້ແທນວິສາຫະກິດ ແບ່ງປັນກ່ຽວກັບບັນດາວິທີການແກ້ໄຂບັນຫາເພື່ອສ້າງຕັ້ງລະບົບແຈກຢາຍ ແລະ ຈຳໜ່າຍສິນຄ້າຂອງວິສາຫະກິດຢູ່ນະຄອນ ໂຮ່ຈີມິນເຖິງຜູ້ບໍລິໂພກບັນດາປະເທດ.

ມີບັນດາຜູ້ຕາງໜ້າທຸລະກິດ, ວິສາຫະກິດປະມານ 15 ຄົນເຂົ້າຮ່ວມກອງປະຊຸມພ້ອມກັບຜູ້ຕາງໜ້າບັນດາອົງການການທູດຢູ່ປະເທດຕ່າງໆ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.