ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ

17:40 | 26/01/2024

ຍສໝ - ວັນ​ທີ 19 ມັງກອນ, ໂຮງໝໍທະຫານ 175 ໃຫ້​ຮູ້​ວ່າ ສູນກະດູກ ແລະ ຂໍ້ - ໂຮງໝໍທະຫານ 175 ໄດ້ສົມທົບ​ກັບອົງການຈັດຕັ້ງ Operation Walk Chicago (OWC) ​ເພື່ອ​ຜັນ​ຂະຫຍາຍ​ການ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ທຸກ​ຍາກ, ຄົນເຈັບເປົ້າໝາຍນະໂຍບາຍທີ່ມີພະຍາດກ່ຽວກັບສະໂພກ, ມີການບົ່ງມະຕິປ່ຽນຂໍ້ກະດູກ.

ນະຄອນ ໂຮ່ຈິມິນ ແລະ WEF ຮ່ວມມືສ້າງຕັ້ງສູນການປະຕິວັດອຸດສາຫະກຳຄັ້ງທີ 4 ນະຄອນ ໂຮ່ຈິມິນ ແລະ WEF ຮ່ວມມືສ້າງຕັ້ງສູນການປະຕິວັດອຸດສາຫະກຳຄັ້ງທີ 4
ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ

ຄາດວ່າຈະມີຄົນເຈັບ 50 ຄົນ ໄດ້ຮັບການຜ່າຕັດບໍ່ເສຍຄ່າໃນລາຍການ. ຄົນເຈັບທັງໝົດຈະໄດ້ຮັບການກວດ, ຄັດເລືອກໂດຍບັນດາທ່ານໝໍໂຮງໝໍແພດທະຫານ 175 ແລະ ຄະນະ OWC ແລະ ຕົກລົງເຂົ້າຮ່ວມລາຍການປ່ຽນສະໂພກການກຸສົນດ້ວຍຄວາມສະໝັກໃຈ.

ບັນດາກໍລະນີທີ່ໄດ້ຮັບການຜ່າຕັດແມ່ນຄົນເຈັບຈອມກະດູກຂາເນົ່າເປື່ອຍ, ໂລກຂໍ້ສະໂພກອັກເສບ…

ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ
ລາຍການ​ຜັນ​ຂະຫຍາຍ​ການ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ

ກຳນົດເວລາກວດຄົນເຈັບແມ່ນຈະຈັດຂຶ້ນໃນວັນທີ 27 ແລະ 28 ມັງກອນນີ້. ການຜ່າຕັດສໍາລັບຄົນເຈັບທີ່ໄດ້ຮັບການຄັດເລືອກຈະດໍາເນີນໃນລະຫວ່າງວັນທີ 7 ຫາ 13 ມີນາ. ເວລາລົງທະບຽນເຂົ້າຮ່ວມລາຍການແມ່ນແຕ່ວັນທີ 19 ມັງກອນ ຫາ 17 ໂມງ ວັນທີ 25 ມັງກອນ.

ນີ້​ແມ່ນ​ຄັ້ງ​ທີ 3 ທີ່​ໂຮງໝໍ​ທະຫານ 175 ພ້ອມກັບ OWC ​ໄດ້​ຜັນ​ຂະຫຍາຍ​ລາຍການ​ຜ່າຕັດ​ປ່ຽນຂໍ້ກະດູກໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຄົນເຈັບຫຼາຍຄົນທີ່ມີພະຍາດກ່ຽວກັບສະໂພກໄດ້ສົ່ງຜົນກະທົບຕໍ່ໜ້າທີ່ການເຄື່ອນໄຫວ ແຕ່ບໍ່ໄດ້ຜ່າຕັດ ຍ້ອນຄ່າໃຊ້ຈ່າຍໃນການປິ່ນປົວສູງ. ດັ່ງນັ້ນ, ເມື່ອເຂົ້າຮ່ວມລາຍການ, ຄົນເຈັບຈະບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງຫມົດໃນການຜ່າຕັດປ່ຽນຂໍ້ກະດູກທຽມຄັ້ງນີ້. ຫຼັງຈາກການຜ່າຕັດ, ຄົນເຈັບໄດ້ຮັບການບຳບັດເພື່ອຟື້ນຟູໜ້າທີ່ໃນການເຄື່ອນໄຫວຂອງແຂນຂາ, ກັບຄືນການເຄື່ອນໄຫວອອກແຮງງານ ແລະ ການດຳລົງຊີວິດທີ່ເປັນປົກກະຕິ.

OWC ເປັນອົງການມະນຸດສະທຳກ່ຽວກັບການຜ່າຕັດປ່ຽນຂໍ້ກະດູກ, ສ້າງຕັ້ງໃນປີ 1996 ຢູ່ ອາເມລີກາ, ເຕົ້າໂຮມຫຼາຍສາດສະດາຈານ, ທ່ານຫມໍ ແລະ ນັກວິທະຍາການທີ່ດີໃນຂົງເຂດການຜ່າຕັດປ່ຽນຂໍ້ກະດູກທຽມ. ສໍາລັບກວ່າ 20 ປີຂອງການດໍາເນີນງານ, ອົງການນີ້ ໄດ້ຜ່າຕັດໃຫ້ຄົນເຈັບຫຼາຍພັນຄົນໃນທົ່ວໂລກ.

ມິງດຶກ

ເຫດການ
302 Found

Found

The document has moved here.