ງານ​ວາງສະ​ແດງ “ປະທານ​ໂຮ່ຈິ​ມິນ ກັບ​ຂະ​ບວນການ ດ້ຽນບຽນ​ຝູ”

08:50 | 01/09/2023

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ, ຕອນເຊົ້າວັນທີ 1 ກັນຍາ, ຢູ່ຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ (ນະຄອນ ດ້ຽນບຽນຝູ, ແຂວງດ້ຽນບຽນ) ໄດ້ຈັດພິທີໄຂງານວາງສະແດງຫົວເລື່ອງສະເພາະ "ປະທານໂຮ່ຈີມິນ ກັບບັ້ນຮົບ ດ້ຽນບຽນຝູ".

ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022 ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022
10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022 10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022

ງານວາງສະແດງໄດ້ແບ່ງອອກເປັນ 3 ພາກ, ລວມມີຮູບພາບເອກະສານ 29 ແຜ່ນ, ເອກະສານຄັດສະເໜີ 9 ສະບັບ ແລະວັດຖຸພັນປະຫວັດສາດຫຼາຍຢ່າງ.

ພາກທີ 1 ດ້ວຍຫົວຂໍ້ “ຈາກຫວຽດບັກ ຮອດດ້ຽນບຽນ” ແມ່ນການແນະນໍາໂດຍສັງເຂບກ່ຽວກັບວິວັດແຫ່ງການຊອກຫາເສັ້ນທາງກູ້ຊາດຂອງປະທານ ໂຮ່ຈີມິນ, ພິເສດແມ່ນການຊີ້ນໍາຂອງລຸງໂຮ່ ໃນໄລຍະ 9 ປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແຕ່ປີ 1945 ເຖິງປີ 1953.

ງານ​ວາງສະ​ແດງ “ປະທານ​ໂຮ່ຈິ​ມິນ ກັບ​ຂະ​ບວນການ ດ້ຽນບຽນ​ຝູ”

ພາກທີ 2 ມີຫົວຂໍ້ “ປະທານໂຮ່ຈີມິນ ກັບບັ້ນຮົບ ດ້ຽນບຽນຝູ” ແນະນຳກ່ຽວກັບການຕົກລົງເລືອກເອົາ ດ້ຽນບຽນຝູ ແມ່ນຖານທີ່ໝັ້ນຍຸດທະສາດເພື່ອສູ້ຮົບຕ້ານກອງທັບຝະລັ່ງ ໃນສົງຄາມລະດູໜາວ-ລະດູບານໃໝ່ ປີ 1953-1954 ຂອງກົມການເມືອງ ຄະນະບໍລິຫານງານສູນກາງພັກ, ພ້ອມທັງຢັ້ງຢືນບົດບາດຂອງປະທານໂຮ່ຈີມິນ ໃນການຊີ້ນຳ ແລະລະດົມກຳລັງແຮງຂອງກອງທັບ ແລະປະຊາຊົນພວກເຮົາ ເພື່ອຮັບໃຊ້ບັ້ນຮົບ; ການຍ້ອງຍໍຊົມເຊີຍ, ລະດົມກໍາລັງໃຈຢ່າງທັນການຂອງເພິ່ນທີ່ມີຕໍ່ພະນັກງານ, ນັກຮົບຢູ່ສະໜາມຮົບ.

ພາກທີ 3 ດ້ວຍຫົວຂໍ້ “ຈາກໄຊຊະນະດ້ຽນບຽນຝູ ໄປເຖິງກອງປະຊຸມ Geneva”, ຜູ້ຊົມຈະຊອກຮູ້ກ່ຽວກັບໄຊຊະນະດ້ຽນບຽນຝູ, ກອງປະຊຸມ Geneva ສິ້ນສຸດສົງຄາມ, ສ້າງສັນຕິພາບຢູ່ຫວຽດນາມ ແລະບັນດາປະເທດອິນດູຈີນ; ໂລກຍ້ອງຍໍໄຊຊະນະດ້ຽນບຽນຝູ ແລະປະທານໂຮ່ຈີມິນ.

ງານວາງສະແດງເພື່ອແນໃສ່ໂຄສະນາເຜີຍແຜ່, ແນະນຳເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ, ເຈດຈຳນົງຕໍ່ສູ້ຢ່າງອົງອາດ, ບໍ່ຍອມຈຳນົນຂອງກອງທັບ ແລະປະຊາຊົນເຮົາ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຢາກຢ້ຽມຊົມ, ຮໍ່າຮຽນ, ຄົ້ນຄວ້າ, ຊອກຮູ້ປະຫວັດສາດຂອງປະຊາຊົນ ແລະນັກທ່ອງທ່ຽວເມື່ອມາທ່ຽວຢູ່ແຂວງດ້ຽນບຽນວິລະຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.