ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ

06:46 | 25/02/2024

ຍສໝ - ວັນທີ 25 ມັງກອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເພື່ອຮັບໜ້າທີ່ໃນປີ 2024. ທ່ານຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະສືບຕໍ່ເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນໜູນ​ຊ່ວຍ​ການ​ພັດທະນາ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ນະຄອນ ໂຮ່ຈິມິນ ແລະ WEF ຮ່ວມມືສ້າງຕັ້ງສູນການປະຕິວັດອຸດສາຫະກຳຄັ້ງທີ 4 ນະຄອນ ໂຮ່ຈິມິນ ແລະ WEF ຮ່ວມມືສ້າງຕັ້ງສູນການປະຕິວັດອຸດສາຫະກຳຄັ້ງທີ 4
ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ

ເຂົ້າ​ຮ່ວມ​ກອງ​ປະຊຸມ ​ມີ​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ປະຈຳ​ຕ່າງປະ​ເທດ ລວມມີທ່ານເອກ​ອັກຄະ​ລັດຖະທູດ, ທ່ານກົງສຸນໃຫຍ່ ຫວຽດນາມ ອາຍຸການ 2024 – 2027 ຢູ່​ບັນດາ​ປະ​ເທດ​ຄື: ສະ​ວິດ, ກູ​ບາ, ສະຫະນະຄອນ ເອເມຣັດ ອາຮັບ, ສະຫະພາບ ເມັກຊິໂກ, ລາຊະອານາຈັກ ໄທ, ສາທາລະນະລັດ ອິດສະລາມ ປາກິດສະຖານ, ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ...

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ (ຜູ້​ທີ 6, ຈາກ​ຊ້າຍ) ແລະ ບັນ​ດາ​ບັນ​ດາຫົວໜ້າອົງ​ການ​ຜູ້​ຕາງໜ້າ ​ຫວຽດ​ນາມ ປະຈຳຕ່າງ​ປະ​ເທດ.

ຕາມ​ທ່ານ ຫວໍວັນຮວ່ານ , ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ຕ້ອງ​​ການການຮ່ວມມືໜູນ​ຊ່ວຍ​ຂອງ​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ໃນ​ຂະບວນການພັດທະນາ​ນະຄອນ. ທ່ານ​ ໄດ້ສະເໝີໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ປະຈຳ​​ຕ່າງປະ​ເທດ ແນະນຳ, ເຊື້ອ​ເຊີນ​ບັນດາ​ນັກ​ລົງທຶນ​ສາກົນ​ໃຫຍ່​, ມີ​ແຫຼ່ງຊັບພະຍາກອນຄົບຊຸດ ເພື່ອເຂົ້າຮ່ວມລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ພັດທະນາບັນດາ​ຕົວ​ເມືອງ​ໃຫຍ່ ​ແລະ ບັນດາຂະແໜງການເຕັກ​ໂນ​ໂລ​ຢີ​ໃໝ່​ໃຫ້​ແກ່​ນະຄອນ.

ທ່ານ ຮວ່ານ ກໍປາດ​ຖະໜາ​ວ່າ ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ປະຈຳ​ຕ່າງປະ​ເທດ ຈະ​ຊ່ວຍ​ແນະນຳ, ໃຫ້ຄຳປຶກສາບັນດາ​ຄູ່​ຮ່ວມ​ມື​ສາກົນ​ເພື່ອ​ຊ່ວຍ​ເຫຼືອ​ນະຄອນ. ພ້ອມ​ກັນ​ນັ້ນ ກໍ່ຊ່ວຍ​ນະຄອນ ​ໂຮ່ຈີ​ມິນ ສ້າງກອບນະ​ໂຍບາຍ ​ແລະ ​ເຂົ້າ​ຮ່ວມ​ການ​ລົງທຶນໃນການ​ກໍ່ສ້າງ​ສູນ​ການ​ເງິນ​ສາກົນ, ພັດທະນາ​ຕົວ​ເມືອງອັດສະລິຍະ...

ໂດຍຕາງໜ້າໃຫ້ຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ທ່ານ ​ເອກ​ອັກຄະ​ລັດຖະທູດ ມາຍຟ່ານຢຸ່ງ ໄດ້ຮັບຮູ້ບັນດາ​ຂໍ້​ສະ​ເໜີ​ຂອງ​ນະຄອນ​ໂຮ່ຈິ​ມິນ ​ແລະ ໃຫ້ຮູ້ວ່າ ຍາມ​ໃດ​ກໍ່ຈະມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ, ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ຜ່ານ​ການ​ໜູນ​ຊ່ວຍ​ໃນການເຄື່ອນໄຫວດຶງ​ດູດການ​ລົງ​ທຶນ, ຊຸກຍູ້ການ​ສົ່ງ​ອອກສິນຄ້າ ແລະ ກໍ່ສ້າງ, ເຮັດນະ​ໂຍ​ບາຍ​ໃຫ້ສົມບູນແບບ.

ມິງດຶກ

ເຫດການ
302 Found

Found

The document has moved here.