ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ສົມທົບກັບສູນວິທະຍາສາດ ແລະ ວັດທະນະທໍາລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ແລະ ຄົບຮອບ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຄົບຮອບ 71 ປີແຫ່ງ ວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2025).
ຍສໝ - ຕອນເຊົ້າວັນທີ 4 ພຶດສະພາ (ຕາມເວລາຮ່າໂນ້ຍ), ຢູ່ສະໜາມຫຼວງແດງ, ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ) ໄດ້ດຳເນີນການຊ້ອມຂັ້ນຕົ້ນໃນພິທີການແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີນັກສຶກສາຫວຽດນາມ ແລະ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນໄດ້ມີໜ້າແຕ່ຕອນເຊົ້າຢູ່ເສັ້ນທາງນໍາໄປສູ່ສະໜາມຫຼວງເພື່ອຕ້ອນຮັບຄະນະ.
ຍສໝ - ວັນທີ 22 ເມສານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 155 ປີແຫ່ງວັນເກີດຂອງ V.I. ເລນິນ (ວັນທີ 22 ເມສາ 1870 – 22 ເມສາ 2025), ຜູ້ນຳຜູ້ຍິ່ງໃຫຍ່ຂອງຊົນຊັ້ນກຳມາຊີບໂລກ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຢູ່ ຮ່າໂນ້ຍ ໄດ້ຈັດຕັ້ງພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີ ເລນິນ ຢູ່ສວນສາທາລະນະ ເລນິນ (ຖະໜົນ ດ້ຽນບຽນຝູ, ເມືອງ ບາດິ່ງ, ຮ່າໂນ້ຍ).
ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າຫນັງ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ສົມທົບກັບສະຖານກົງສຸນໃຫຍ່ສະຫະພັນ ລັດເຊຍ ປະຈຳ ນະຄອນ ດ່າໜັງ ແລະ ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລ ດ່າໜັງ) ຈັດຕັ້ງງານບຸນອຳລາບຸນລະດູໜາວ - Maslenitsa. ເຫດການດັ່ງກ່າວໄດ້ດຶງດູດນັກສຶກສາ, ຄູອາຈານ ແລະ ພົນລະເມືອງ ລັດເຊຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນເປັນຈຳນວນຫຼວງຫຼາຍພ້ອມກັບເຂົ້າຮ່ວມ.
ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການປະທະກັນໃນທັນທີ, ບໍ່ມີການກະທຳທີ່ເຄັ່ງຕຶງຂຶ້ນ, ໃຫ້ບຸລິມະສິດປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທໍາ.
ຍສໝ - ຫວຽດນາມ ສະໜັບສະໜູນ ແລະ ພ້ອມທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍຂອງປະຊາຄົມສາກົນ ເພື່ອຊອກຫາມາດຕະການສັນຕິວິທີອັນຍາວນານໃຫ້ການປະທະກັນລະຫວ່າງ ລັດເຊຍ - ອູແກຣນ.
ຍສໝ - ວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຂອງອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva.
ຍສໝ - ວັນທີ 3 ກຸມພາ, ຢູ່ນະຄອນຫຼວງ ມົດສະກູ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
ຍສໝ - ວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ມີການເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ - ສະຫະພັນ ລັດເຊຍ ໃນປີ 2024 ແລະ ກຳນົດທິດຮອດປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງທາບ ຫາກໍ່ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ແລະ ວິທະຍາໄລຊຸມຊົນ ດົ່ງທາບ ຈັດຕັ້ງການພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ.
ຍສໝ - ວັນທີ 7 ມັງກອນ 2025, ຢູ່ສະຫະພັນ ລັດເຊຍ ໄດ້ດຳເນີນລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ; ພິທີສະຫຼຸບວຽກງານຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ລັດເຊຍ ໃນປີ 2024 ແລະ ຊົມເຊີຍ, ຍ້ອງຍໍນາມມະຍົດ “ນັກສຶກສາ 5 ດີ” ປີ 2024.
ຍສໝ - ຕອນເຊົ້າວັນທີ 14 ມັງກອນນີ້, ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Mikhail Vladimirovich Mishustin ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-15 ມັງກອນ 2025, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.
ຍສໝ - ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານ Mikhail Vladimirovich Mishustin ຈະມີການພົບປະ ແລະເຈລະຈາກັບບັນດາການນຳຫວຽດນາມ.
ຍສໝ - ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະຖາບັນ Pushkin ຢູ່ ຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງພິທີມອບລາງວັນການເສັງແຕ້ມຮູບສາກົນ “ນ້ອງແຕ້ມ ຫວຽດນາມ - ນ້ອງແຕ້ມ ລັດເຊຍ” ຄັ້ງທີ VIII.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ໄດ້ຈັດຕັ້ງບັນດາການເຄື່ອນໄຫວລະນຶກ ທວນຄືນການເດີນທາງອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືດ້ານການປ້ອງກັນຊາດອັນເລິກເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.
ຍສໝ - ຕອນເຊົ້າວັນທີ 6 ພະຈິກ, ຢູ່ນະຄອນ ວິງ, ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ເຫງ້ອານ ໄດ້ຈັດຕັ້ງການໂອ້ລົມສົນທະນາເພື່ອສະເຫຼີມສະຫຼອງ 107 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (1917 – 2024); ສັງລວມການເຄື່ອນໄຫວວຽກງານການທູດປະຊາຊົນປີ 2024 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ຕອນເຊົ້າວັນທີ 5 ພະຈິກ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈິມິນ (HUFO) ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 107 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (7 ພະຈິກ 1917 – 7 ພະຈິກ 2024).
ຍສໝ - ອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ໄຂຂຶ້ນ.