ຂໍ້ມູນດັ່ງກ່າວ ໄດ້ຖືກປະກາດໂດຍ ທ່ານປະທານາທິບໍດີ Vladimir Putin ພາຍຫຼັງການພົບປະເຈລະຈາກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ວັງ Kremlin ໃນວັນທີ 31 ກໍລະກົດ.
ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ Moskva ແລ້ວ, ຂໍ້ສະເໜີດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ວົງເງິນການຄ້າ ລັດເຊຍ - ລາວ ບັນລຸລະດັບເຕີບໂຕ 66% ໃນປີ 2024 ແລະ ສືບຕໍ່ຮັກສາລະດັບເຕີບໂຕເກືອບ 20% ໃນ 5 ເດືອນຕົ້ນປີນີ້. ການສ້າງເສັ້ນທາງຄົມມະນາຄົມໃໝ່ຄາດວ່າຈະສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າລະຫວ່າງສອງປະເທດ.
![]() |
ທ່າກ່ຳປັ່ນທະເລສາກົນ Gemalink. ພາບປະກອບ: Hong Dat/TTXVN |
ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງໃນຫຼາຍຂົງເຂດການຮ່ວມມືດ້ານເສດຖະກິດ. ລາວ ສະແດງຄວາມສົນໃຈເປັນພິເສດຕໍ່ການນຳໃຊ້ເຕັກໂນໂລຢີນິວເຄຼຍນອກຂະແໜງພະລັງງານ. ຢູ່ຝ່າຍສ. ລັດເຊຍ, ບັນດາວິສາຫະກິດພວມຂຸດຄົ້ນຢ່າງຕັ້ງໜ້າບັນດາບໍ່ແຮ່ໂລຫະດຳ ແລະ ໂລຫະສີຢູ່ລາວ, ພ້ອມທັງຄົ້ນຄ້ວາຄວາມເປັນໄປໄດ້ໃນການພັດທະນາບັນດາບໍ່ແຮ່ Boxide.
ໃນຂົງເຂດກະສິກຳ, ລາວ ໄດ້ສະແດງໃຫ້ເຫັນທ່າແຮງການສົ່ງອອກທີ່ຫຼາກຫຼາຍດ້ວຍບັນດາລາຍການເຊັ່ນ: ເຂົ້າ, ຜະລິດຕະພັນປ່າໄມ້, ຖົ່ວດິນ, ຝ້າຍ, ຊາ, ຢາສູບ, ສາລີ, ມັນຕົ້ນຫວານ ແລະ ອ້ອຍ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບແງ່ຫວັງການຮ່ວມມືໃນຂົງເຂດຕຳ່ແຜ່ນຕັດຫຍິບ ແລະ ໄຟຟ້ານ້ຳຕົກ, ຍາດແຍ່ງເອົາແຫຼ່ງນ້ຳທີ່ອຸດົມສົມບູນຂອງລາວ.
ສະຫຼຸບກອງປະຊຸມໄດ້ຮັບການລົງນາມໃນບົດບັນທຶກຄວາມເຂົ້າໃຈສຳຄັນກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳ, ການສຶກສາ ແລະ ເສັ້ນທາງການຮ່ວມມືດ້ານການນຳໃຊ້ພະລັງງານນິວເຄຼຍ ເພື່ອສັນຕິພາບໄລຍະ 2025-2026.
![]() | ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ໄດ້ຢືນຢັນການສືບທອດປະຫວັດສາດ, ສະພາບການພົວພັນໃນປະຈຸບັນ ແລະກ້າວໄປສູ່ອະນາຄົດໃໝ່ ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. |
![]() | ຊອກຫາ “ຊ່ອງທາງ” ເພື່ອສົ່ງອອກສິນຄ້າໄປຍັງອາຊີຕາເວັນອອກສ່ຽງໃຕ້ ໂດຍຜ່ານຊາວຫວຽດນາມ ຢູ່ຕ່າງປະເທດ ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”. |