ຍສໝ - ຕອນເຊົ້າວັນທີ 6 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະມາຄົມອາດີດນັກຮົບທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ປະຈຳລາວ ຈາກທະຫານເຂດ 4 ສົມທົບກັບຜູ້ຕາງໜ້າວັດ ເຟີດຕິກ ນະຄອນຫຼວງວຽງຈັນ, ສະມາຄົມວິສາຫະກິດຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໄປຢື້ຢາມຖາມຂ່າວແລະ ມອບຂອງຂວັນ 40 ພູດ ລວມມູນຄ່າ 40 ລ້ານກີບ (ປະມານ 1.800 USD) ໃຫ້ແກ່ທະຫານເຈັບປ່ວຍທີ່ເປັນນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ອະດີດນັກຮົບຂອງລາວ ທີ່ພວມປິ່ນປົວຢູ່ບາງພະແນກຂຶ້ນກັບໂຮງໝໍສູນກາງກອງທັບ 103 ລາວ.
ຍສໝ - ວັນທີ 9 ທັນວາ, ຄະນະຊີ້ນຳແຫ່ງຊາດ 515 ໄດ້ສົມທົບກັບສະຖານທູດອາເມລິກາ ປະຈຳ ຫວຽດນາມ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ແລະອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸລະນຶກໃນສະໄໝສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າຫວຽດນາມ ໂດຍ ອາເມລິກາ ສະໜອງໃຫ້.
ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ແລະຍາດຕິພີ່ນ້ອງຂອງນັກຮົບເກົ່າ, ນັກຊ່ຽວຊານຈີນ ກວ່າ 30 ຄົນ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.
ຍສໝ - ວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນສະມາຄົມນັກຮົບເກົ່າ ວຽງຈັນ.
ຍສໝ - ວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບຄະນະນັກຮົບເກົ່າເພື່ອສັນຕິພາບ (Veterans for Peace - VFP) ຂອງອາເມລິກາ ໂດຍທ່ານ Chuck Searcy ເປັນຫົວໜ້າຄະນະ ເນື່ອງໃນໂອກາດຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນ ດ່າໜັງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະນັກຮົບເກົ່າ ແລະ ຍາດຕິພີ່ນ້ອງ ທະຫານເຮືອສູ້ຮົບເທິງບົກ ອາເມລິກາ.
ຍສໝ - ຕອນບ່າຍວັນທີ 8 ກໍລະກົດ, ໃນບັນຍາກາດທີ່ທົ່ວປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢູ່ເຂດພູດອຍ ເມືອງ ແອງເຊີນ (ແຂວງ ເງ້ອານ), ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝີນ ພ້ອມດ້ວຍຄະນະປະຈຳສະພາແຫ່ງຊາດ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ບັນດາວິລະຊົນຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ຍສໝ - ໃນການຢ້ຽມຢາມແຂວງ ເຊີນລາ, ຕອນເຊົ້າວັນທີ 12 ຕຸລາ, ຄະນະເຮັດວຽກສະມາຄົມນັກຮົບເກົ່າແຂວງ ໄຊຍະບູລີ ສປປ ລາວ ນຳໂດຍສະຫາຍດວງສີ ກັນທະຍາໂນ, ຮອງປະທານສະມາຄົມນັກຮົບເກົ່າແຂວງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ເຊີນລາ.
ຍສໝ - ສະຫາຍ ຫງວຽນທ໊າຍຮືງ ປາດຖະໜາຢາກໃຫ້ສອງແຂວງສືບຕໍ່ມີການແລກປ່ຽນຫຼາຍກວ່າ ເພື່ອໃຫ້ການເຄື່ອນໄຫວສະຫະພັນນັກຮົບເກົ່າຂອງສອງແຂວງ ນັບມື້ນັບພັດທະນາ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງແຂວງເວົ້າສະເພາະ ແລະສອງປະເທດເວົ້າລວມ ໃຫ້ນັບມື້ນັບຮັດແໜ້ນຂຶ້ນຕື່ມ.
ຍສໝ - ຕອນບ່າຍວັນທີ 11 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ລາວ, ໂດຍທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າ ລາວ ເປັນຫົວໜ້າຄະນະ.
ຍສໝ - ສອງກົມກອງໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໃນຊຸມປີຜ່ານມາ, ສະມາຄົມນັກຮົບເກົ່າແຂວງບິ່ງເຟືອກ ແລະ ຄະນະກໍາມະການສະຫະສະມາຄົມນັກຮົບເກົ່າແຂວງ Kratie ຍາມໃດກໍ່ເປັນເຈົ້າການສ້າງການສົມທົບກັນເຄື່ອນໄຫວຮ່ວມມືທີ່ບັນລຸຫຼາຍໝາກຜົນສໍາຄັນ, ປະກອບສ່ວນສ້າງສະມາຄົມຂອງແຕ່ລະທ້ອງຖິ່ນຢ່າງເຂັ້ມແຂງ...
ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.
ຍສໝ - ສະຫະພັນນັກຮົບເກົ່າຢູແກຼນ ໄດ້ປະກາດຄວາມສາມັກຄີ ກັບ ທ່ານນາງ ເຈີນໂຕຫງ່າ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນການຕໍ່ສູ້ດ້ານກົດໝາຍ ຕໍ່ບໍລິສັດເຄມີຫຼາຍປະເທດຈຳນວນ 14 ແຫ່ງ.
ຍສໝ - ຕອນເຊົ້າວັນທີ 29 ມິຖຸນາ, ຄະນະນັກຮົບເກົ່າສະຫະລັດອາເມລິ ນຳໂດຍທ່ານ Matt Keenan ໄດ້ມີການພົບປະກັບສະມາຄົມນັກຮົບເກົ່າແຂວງແທງຮວາ. ທີ່ການພົບປະ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມື, ຮໍາບາດແຜສົງຄາມ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ ປີ 2020, ໃນຕອນບ່າຍວັນທີ 11 ມັງກອນ, ຄະນະຜູ້ແທນແຂວງແທງຮວາ ນຳໂດຍ ທ່ານ ໂດຈ້ອງຫື່ງ, ຮອງເລຂາຜູ້ປະຈຳການພັກແຂວງ, ຫົວໜ້າສະມາຊິກສະພາແຫ່ງຊາດຂັ້ນແຂວງ ໄດ້ມາວາງທູບທຽນ, ວາງດອກໄມ້ ແລະ ຢ້ຽມຢາມສຸສານນັກຮົບເກົ່າສາກົນຫວຽດນາມ - ລາວຢູ່ເມືອງ ແອັງເຊີນ (ເຫງ້ອ່ານ).
ຫວ່າງແລ້ວນີ້, ສະຫາຍ ພັນເອກ ຫງວຽນວັນເທີນ ພ້ອມຄະນະນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ກອງ A-54 ກົມກອງວີລະຊົນກຳລັງປະກອບອາວຸດກອງທັບປະຊາຊົນຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງພະນັກງານພະແນກການທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.
ຍສໝ - ວັນທີ 22 ຕຸລາ, ຢູ່ທີ່ ສະມາຄົມນັກຮົບເກົ່າແຂວງເຊີນລາ, ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປປ ລາວ) ໄດ້ມີການພົບປະແລກປ່ຽນປະສົບການໃນການປະຕິບັດງານຂອງສະມາຄົມ. ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມພົບປະເຈລະຈາປະກອບມີ ສະຫາຍ ພົນຈັດຕະວາ ເກີ່ມ ຊົນ ເອ, ປະທານສະມາຄົມ ນັກຮົບເກົ່າແຂວງເຊີນລາ, ສະຫາຍ ພັນຕີ ສົມພັນ ມະນີພັນ, ກຳມະການບໍລິຫານສະມາຄົມ ນັກຮົບເກົ່າ ແຫ່ງຊາດລາວ, ປະທານສະມາຄົມນັກຮົບເກົ່າແຂວງອຸດົມໄຊ ແລະ ຜູ້ຕາງໜ້າ ສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປ ປລາວ)ອີກຫຼາຍທ່ານເຂົ້າຮ່ວມ.
ຍສໝ - ຢູ່ທີ່ຫ້ອງປະຊຸມຄະນະກຳມະການປະຊາຊົນ ເມືອງ ໂລກທັ໋ງ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງ ເລີມດົງ ໄດ້ຈັດພິທີສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວຢູ່ເມືອງ ເມືອງບ່າວເລີມ - ແຂວງ ເລີມດົງ
ຍສໝ - ດ້ວຍຄວາມກະຕັນຍູ ແລະ ຮູ້ບຸນຄຸນບໍ່ມີຂອບເຂດຕໍ່ ປະທານ ໂຮ່ ຈີ ມິນ ທີ່ແສນເຄົາລົບຮັກ ແລະ ວິລະຊົນນັກຮົບວິລະຊົນ, ຄະນະຜູ້ແທນສະພາແຫ່ງຊາດ ເຂດ 9 ແລະ ຄະນະສະພາປະຊາຊົນແຂວງຊຽງຂວາງ (ສປປ ລາວ) ໄດ້ເຂົ້າຖະຫວາຍດອກໄມ້ທູບທຽນ ດ້ວຍຄວາມເຄົາລົບ ຢູ່ ສຸສານ ປະທານ ໂຮ່ ຈີ ມິນ ແລະ ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ ອະນຸສາວະລີນັກຮົບນິລະນາມ ຢູ່ທີ່ ສຸສານນັກຮົບວິລະຊົນ ຫວຽດນາມ - ລາວ.