ສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ເຂົ້າຢ້ຽມຂໍ່ານັບການນໍາແຂວງເຊີນລາ

14:16 | 12/10/2023

ສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ເຂົ້າຢ້ຽມຂໍ່ານັບການນໍາແຂວງເຊີນລາ

ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023 ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023
ສະຫາຍ ຟານແອງເຊີນ ດຳລົງຕຳແໜ່ງເລຂາທິການຄະນະພັກ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະຫາຍ ຟານແອງເຊີນ ດຳລົງຕຳແໜ່ງເລຂາທິການຄະນະພັກ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ

ໃນການຢ້ຽມຢາມ ແລະເຮັດວຽກຢູ່ແຂວງເຊີນລາ, ຫວຽດນາມ, ວັນທີ 12 ຕຸລາ, ຄະນະປະຕິບັດງານສະຫະພັນນັກຮົບເກົ່າແຂວງໄຊຍະບູລີ, ລາວ ນໍາໂດຍສະຫາຍນາງ ດວງສີ ກັນທະຍາໂນ ຮອງປະທານສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ໄດ້ເຂົ້າຢ້ຽມຂໍ່ານັບການນໍາແຂວງເຊີນລາ.

ສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ເຂົ້າຢ້ຽມຂໍ່ານັບການນໍາແຂວງເຊີນລາ

ສະຫາຍ ຫງວຽນທ໊າຍຮືງ, ປະທານສະພາປະຊາຊົນແຂວງເຊີນລາຄະນະປະຕິບັດງານສະຫະພັນນັກຮົບເກົ່າແຂວງໄຊຍະບູລີ, ລາວ. ພາບ: baosonla.org.vn

ທີ່ການຕ້ອນຮັບ, ສະຫາຍນາງ ດວງສີ ກັນທະຍາໂນ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນທີ່ພົ້ນເດ່ັນໃນວຽກງານສົມທົບກັນລະຫວ່າງສະຫະພັນນັກຮົບເກົ່າຂອງສອງແຂວງໃນໄລຍະຜ່ານມາ. ສະຫາຍນາງ ດວງສີ ກັນທະຍາໂນ ປາດຖະໜາຢາກໃຫ້ການນໍາສອງແຂວງສືບຕໍ່ສ້າງເງື່ອນໄຂໃຫ້ສະຫະພັນນັກຮົບເກົ່າສອງແຂວງມີເງື່ອນໄຂໄດ້ພົບປະແລກປ່ຽນ, ຮໍ່າຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວວຽກງານຂອງສະຫະພັນ.

ໂດຍຕາງໜ້າໃຫ້ການນໍາແຂວງ, ສະຫາຍ ຫງວຽນທ໊າຍຮືງ ໄດ້ສະແດງຄວາມຍິນດີຕ້ອນຮັບສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ແລະ ແຈ້ງໃຫ້ຊາບບາງໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊີນລາ ໃນໄລຍະຜ່ານມາ. ສະຫາຍກໍ່ປາດຖະໜາຢາກໃຫ້ສອງແຂວງສືບຕໍ່ມີການແລກປ່ຽນຫຼາຍກວ່າອີກ ເພື່ອໃຫ້ການເຄື່ອນໄຫວສະຫະພັນນັກຮົບເກົ່າຂອງສອງແຂວງ ນັບມື້ນັບພັດທະນາ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງແຂວງເວົ້າສະເພາະ ແລະ ສອງປະເທດເວົ້າລວມ ໃຫ້ນັບມື້ນັບຮັດແໜ້ນຂຶ້ນຕື່ມ.

ບູນມີ

ເຫດການ
302 Found

Found

The document has moved here.