ກອງປະຊຸມ ພົບປະແລກປ່ຽນປະສົບການໃນການປະຕິບັດງານ ຂອງສະມາຄົມນັກຮົບເກົ່າ ແຂວງເຊີນລາ ສສ ຫວຽດນາມ ແລະ ອຸດົມໄຊ

10:12 | 23/10/2019

ຍສໝ - ວັນທີ 22 ຕຸລາ, ຢູ່ທີ່ ສະມາຄົມນັກຮົບເກົ່າແຂວງເຊີນລາ, ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປປ ລາວ) ໄດ້ມີການພົບປະແລກປ່ຽນປະສົບການໃນການປະຕິບັດງານຂອງສະມາຄົມ. ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມພົບປະເຈລະຈາປະກອບມີ ສະຫາຍ ພົນຈັດຕະວາ ເກີ່ມ ຊົນ ເອ, ປະທານສະມາຄົມ ນັກຮົບເກົ່າແຂວງເຊີນລາ, ສະຫາຍ ພັນຕີ ສົມພັນ ມະນີພັນ, ກຳມະການບໍລິຫານສະມາຄົມ ນັກຮົບເກົ່າ ແຫ່ງຊາດລາວ, ປະທານສະມາຄົມນັກຮົບເກົ່າແຂວງອຸດົມໄຊ ແລະ ຜູ້ຕາງໜ້າ ສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປ ປລາວ)ອີກຫຼາຍທ່ານເຂົ້າຮ່ວມ.

ກອງປະຊຸມ ພົບປະແລກປ່ຽນປະສົບການໃນການປະຕິບັດງານ ຂອງສະມາຄົມນັກຮົບເກົ່າ ແຂວງເຊີນລາ ສສ ຫວຽດນາມ ແລະ ອຸດົມໄຊ

ພິທີເຊັນບົດບັນທຶກການເຮັດວຽກ ລະຫວ່າງ ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະ ສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປປ ລາວ).(ພາບ: baosonla.org.vn)

ທີ່ກອງປະຊຸມພົບປະແລກປ່ຽນ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງສອງແຂວງ; ປະສົບການໃນເຄື່ອນໄຫວວຽກງານຂອງສະມາຄົມ, ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ, ສະມາຊິກສະມາຄົມນັກຮົບເກົ່າ. ພ້ອມກັນນັ້ນ, ປຶກສາຫາລືບັນດາເນື້ອໃນດັ່ງນີ້: ເຂົ້າຮ່ວມໃນການກໍ່ສ້າງພັກ ແລະ ອຳນາດການປົກຄອງ; ຮັກສາສະຖຽນລະພາບດ້ານການເມືອງຢູ່ຂັ້ນຮາກຖານ; ສົ່ງເສີມການເຄື່ອນໄຫວຂອງນັກຮົບເກົ່າເພື່ອຊ່ວຍເຫຼືອເຊິ່ງກັນແລະກັນ ໃນການລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດຂອງສະມາຊິກສະມາຄົມ; ແບ່ງປັນປະສົບການໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ກຸ່ມຂະແໜງການຕ່າງໆ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກການເຮັດວຽກ, ເປັນເອກະພາບໃນບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ. ໂດຍສະເພາະ, ສຸມໃສ່ວຽກງານດັ່ງຕໍ່ໄປນີ້: ສືບຕໍ່ປະສານສົມທົບຢ່າງໃກ້ຊິດໃນການໂຄສະນາເຜີຍແຜ່ໃຫ້ພະນັກງານ ແລະ ສະມາຊິກສະມາຄົມສອງຝ່າຍ ກ່ຽວກັບປະເພນີແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະ ສອງລັດ ແລະ ປະຊາຊົນຂອງສອງປະເທດ; ສືບຕໍ່ແລກປ່ຽນປະສົບການໃນການພັດທະນາເສດຖະກິດຄອບຄົວຂອງສະມາຊິກສະມາຄົມ, ໂດຍສະເພາະແມ່ນປະສົບການໃນຂົງເຂດກະສິກຳ ທີ່ນຳໃຊ້ເຕັກໂນໂລຢີຂັ້ນສູງ; ຍູ້ແຮງການແລກປ່ຽນຂໍ້ມູນຂ່າວສານ, ເອກະສານ, ວັດຖຸ, ຮູບຖ່າຍ ແລະ ອັດຖິຂອງນັກຮົບຜູ້ເສຍສະຫຼະ, ນັກຊ່ຽວຊານຫວຽດນາມ ຢູ່ແຂວງອຸດົມໄຊ (ສປປ ລາວ); ສົມທົບກັນຢ່າງເປັນປົກກະຕິກັບບັນດາກອງກຳລັງ, ພະແນກ ແລະ ອົງການຂອງແຕ່ລະພັກເພື່ອສືບຕໍ່ຂົນຂວາຍປະຊາຊົນບັນດາເຜົ່າໃນສອງແຂວງ ແລະ ສອງປະເທດເຂົ້າຮ່ວມໃນການປົກປັກຮັກສາ ແລະ ປົກປ້ອງຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງທ້ອງຖິ່ນ…

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.