ປະທານ VUFO ຕ້ອນຮັບຄະນະນັກຮົບເກົ່າເພື່ອສັນຕິພາບ (ອາເມລິກາ)

00:00 | 15/10/2024

ຍສໝ - ວັນ​ທີ 14 ຕຸລາ, ຢູ່​ຮ່າ​ໂນ້ຍ, ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ (VUFO) ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​​ນັກຮົບ​ເກົ່າ​ເພື່ອ​ສັນຕິພາບ (Veterans for Peace - VFP) ຂອງອາເມລິກາ ​ໂດຍ​ທ່ານ Chuck Searcy ເປັນຫົວໜ້າ​ຄະນະ ເນື່ອງໃນໂອກາດຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ປະທານ VUFO ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດອິນເດຍ
ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນຂອງການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດຫວຽດນາມ

ກ່າວ​ຄຳ​ປາໄສ​ທີ່​ການ​ຕ້ອນຮັບ​, ທ່ານ​ປະທານ VUFO ຟານ​ແອງ​ເຊີນ ​ໄດ້​ແຈ້ງ​ໃຫ້​ຄະນະ​​ຊາບກ່ຽວ​ກັບ​ບັນດາ​ໝາກຜົນ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການປ່ຽນແປງໃໝ່ ​ແລະ ແນວທາງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ປະຈຸ​ບັນ; ການພົວພັນ ຫວຽດນາມ - ອາເມລິກາ; ບົດບາດ, ໜ້າທີ່, ໂຄງ​ສ້າງການຈັດຕັ້ງຂອງ VUFO.

ທ່ານ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ ກ່ອນ​ປີ 1975, ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ເພື່ອນ​ມິດ​ ອາ​ເມ​ລິ​ກາ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຫຼາຍ​ອົງການ​ຂອງ​ປະຊາຊົນ ​ຢູ່ອາ​ເມ​ລິ​ກາ ​ເພື່ອ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ. ປີ 1945, ສະມາຄົມ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ໄດ້​ສ້າງ​ຕັ້ງ​ຂຶ້ນ. ປະຈຸ​ບັນ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ແມ່ນ​ສະມາຊິກ​ຂອງ VUFO, ຮັບຜິດຊອບສະເພາະ​ ກ່ຽວກັບການ​ພົວພັນ​ການ​ທູດ​​ປະຊາຊົນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ປະຊາຊົນ ຫວຽດນາມ ກັບປະຊາຊົນ ອາ​ເມ​ລິ​ກາ.

ປະທານ VUFO ຕ້ອນຮັບຄະນະນັກຮົບເກົ່າເພື່ອສັນຕິພາບ (ອາເມລິກາ)

ທ່ານ ຟານ​ແອງ​ເຊີນ, ປະທານ VUFO (ຢູ່ກາງ) ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​​ນັກຮົບ​ເກົ່າ VFP ​ເພື່ອ​ສັນຕິພາບ, ວັນ​ທີ 14 ຕຸລາ ຢູ່​ຮ່າ​ໂນ້ຍ (ຮູບພາບ: ດິງຮວາ).

ທ່ານ​ປະທານ VUFO ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ ປີ 2025 ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ​ເປັນຂີດໝາຍ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ເປັນ​ເອກະ​ພາບ​ຂອງ ຫວຽດນາມ, 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ. ນີ້​ແມ່ນ​ໂອກາດ​ ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ເບິ່ງ​ຄືນບັນດາ​ການ​ພັດທະນາ​ຂອງ​ການ​ພົວພັນ ​ຫວຽດນາມ - ອາ​ເມ​ລິ​ກາ ​ແຕ່​ອະດີດ​ເຖິງ​ປະຈຸ​ບັນ ​ແລະ ມຸ່ງໄປເຖິງອະນາຄົດ. ທ່ານ​ປະທານ VUFO ​ໄດ້​ເຊີນ​ຄະນະ​ VFP ກັບ​ຄືນ​ມາຍັງປະ​ເທດ ຫວຽດນາມ ​ອີກເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະເຫຼີມສະຫຼອງ​ໃນ​ປີໜ້າ.

ປະທານ VUFO ຕ້ອນຮັບຄະນະນັກຮົບເກົ່າເພື່ອສັນຕິພາບ (ອາເມລິກາ)

ທ່ານ Chuck Searcy (ທີ 3 ຈາກຊ້າຍ) ໄດ້ກ່າວຂອບໃຈສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ຄະນະ VFP ໄດ້ຊອກຮູ້ກ່ຽວກັບສະພາບການຫວຽດນາມ ໃນປັດຈຸບັນ. (ຮູບພາບ: ດິງຮວາ)

ທີ່​ການ​ຕ້ອນຮັບ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ຫວຽດນາມ, ​ພ້ອມທັງໄດ້​ຕັ້ງ​ຄຳ​ຖາມຕໍ່ປະທານ VUFO ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ, ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ທິດ​ທາງຂອງ​ຫວຽດນາມ ​ໃນ​ບັນດາຂົງ​ເຂດການ​ພັດທະນາ​ເສດຖະກິດ, ພື້ນຖານ​ໂຄງ​ລ່າງ, ການລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ...

ຕາງໜ້າຄະນະ VFP, ທ່ານ Chuck Searcy ໄດ້ສະແດງຄວາມຂອບໃຈ VUFO ສຳລັບການຕ້ອນຮັບຢ່າງຈິງໃຈ. ທ່ານ Chuck Searcy ຢືນຢັນ​ວ່າ ບັນດາຂໍ້​ມູນ​ທີ່ທ່ານ​ປະທານ ຟານ​ແອງ​ເຊີນ ສະໜອງ ໄດ້​ຊ່ວຍ​ໃຫ້​ຄະນະ​​ແກ້ຂໍ້ຂ້ອງໃຈຫຼາຍຢ່າງ,​ ມີເພິ່ມ​ຂໍ້​ມູນ​ຂ່າວສານ​ທີ່​ອັບເດດກ່ຽວ​ກັບ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ.

ແທັງຮັ່ງ

302 Found

Found

The document has moved here.