ນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ ກອງທັບປະຊາຊົນຫວຽດນາມຢ້ຽມຢາມກອງພົນທີ 5

10:06 | 16/12/2019

ຫວ່າງແລ້ວນີ້, ສະຫາຍ ພັນເອກ ຫງວຽນວັນເທີນ ພ້ອມຄະນະນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ກອງ A-54 ກົມກອງວີລະຊົນກຳລັງປະກອບອາວຸດກອງທັບປະຊາຊົນຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງພະນັກງານພະແນກການທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.

ໃນວັນທີ 9 ທັນວານີ້, ສະຫາຍ ພັນເອກ ຫງວຽນວັນເທີນ ພ້ອມຄະນະນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ກອງ A-54 ກົມກອງວີລະຊົນກຳລັງປະກອບອາວຸດກອງທັບປະຊາຊົນຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງພະນັກງານພະແນກການທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.

ນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ ກອງທັບປະຊາຊົນຫວຽດນາມຢ້ຽມຢາມກອງພົນທີ 5

ນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ ກອງທັບປະຊາຊົນຫວຽດນາມຢ້ຽມຢາມກອງພົນທີ 5.(ພາບ: Lao's Army News)

ສະຫາຍ ພັນເອກ ວັນທອງ ບຸດຕະວົງ, ຫົວໜ້າການທະຫານກອງພົນທີ 5 ກໍໄດ້ສະແດງຄວາມຕ້ອນຮັບດ້ວຍຄວາມອົບອຸ່ນພ້ອມ ທັງລາຍງານສະພາບຈຸດພິເສດທີ່ຕັ້ງຂອບເຂດຄວາມຮັບຜິດຊອບຂອງກົມກອງໂດຍຫຍໍ້ ແລະ ໄດ້ຕີ ລາຄາສູງຕໍ່ສາຍພົວພັນຮ່ວມມືພິເສດທີ່ເປັນມູນເຊື້ອລະຫວ່າງສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະກໍຄືສອງກອງທັບ ລາວ - ຫວຽດນາມ ເວລາໃດກໍມີການພົວ ພັນຮ່ວມມືກັນຢ່າງສະໜິດແໜ້ນດ້ວຍຄວາມຮັກແພງກັນຕະຫຼອດມາ.

ຈາກນັ້ນສະຫາຍ ພັນໂທ ນາງ ຫວູ້ທີເຟື້ອງວີ້ງ ກໍໄດ້ຕາງໜ້າໃຫ້ຄະນະສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ຄະນະພັກ-ຄະນະ ບັນຊາກອງພົນທີ 5 ໄດ້ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ພ້ອມທັງຍົກໃຫ້ເຫັນສາຍພົວພັນການຮ່ວມມືກັນ ລະຫວ່າງສອງກອງທັບໃນໄລຍະຜ່ານມາການມາຢ້ຽມຢາມຄັ້ງນີ້ກໍເນື່ອງໃນໂອກາດຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ພ້ອມນັ້ນຍັງເປັນຂີດໝາຍອັນສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືກັນລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນ. ຈາກນັ້ນທັງສອງຝ່າຍກໍໄດ້ພ້ອມກັນສົນທະນາກັນດ້ວຍບັນຍາກາດທີ່ສະໜິດສະໜົມໄມຕີຈິດມິດຕະພາບຄວາມຮັກແພງ.

(ແຫຼ່ງ​ຂໍ້​ມູນ​: Lao's Army News)

ເຫດການ
302 Found

Found

The document has moved here.