ສ້າງຕັ້ງສະມາຄົມ ມິດຕະພາບ ຫວຽດນາມ - ລາວ ຢູ່ເມືອງບ່າວເລີມ - ແຂວງ ເລີມດົງ

15:50 | 09/10/2019

ຍສໝ - ຢູ່ທີ່ຫ້ອງປະຊຸມຄະນະກຳມະການປະຊາຊົນ ເມືອງ ໂລກທັ໋ງ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງ ເລີມດົງ ໄດ້ຈັດພິທີສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວຢູ່ເມືອງ ເມືອງບ່າວເລີມ - ແຂວງ ເລີມດົງ

ສະມາຄົມມິດຕະພາບຫວຽດນາມ - ລາວ ເມືອງບ່າວເລີມ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍບັນດາກຳລັງນັກຮົບເກົ່າ, ຜູ້ຊ່ຽວຊານອະດີດ ດ້ານການທະຫານ ແລະ ພົນລະເຮືອນຫວຽດນາມ ຊ່ວຍເຫຼືອ ປະເທດລາວ. ສະມາຊິກສ່ວນໃຫຍ່ ແມ່ນໄດ້ເຂົ້າຮ່ວມໃນການຕໍ່ສູ້ຢູ່ໃນຫຼາຍສະໜາມຮົບ, ເຊັ່ນ: ທຳລາຍແນວປ້ອງກັນໃນແມ່ນ້ຳ ນຳ້ຫູ່, ແລວທາງເຊື່ອມຕໍ່ ຫລວງພະບາງ ກັບ ດ້ຽນບຽນຝູ, ປະກອບສ່ວນເຂົ້າໃນການບັ້ນສູ້ຮົບກະກຽມໃຫ້ແກ່ ຂະບວນການປະຫວັດສາດ ດ້ຽນບຽນຝູ.

ສ້າງຕັ້ງສະມາຄົມ ມິດຕະພາບ ຫວຽດນາມ - ລາວ ຢູ່ເມືອງບ່າວເລີມ - ແຂວງ ເລີມດົງ

ນຳສະເໜີຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ, ເມືອງບ່າວເລີມ. (ພາບ: baolamdong.vn)

ໃນໄລຍະສົງຄາມຕໍ່ຕ້ານ ການຮຸກຮານຂອງອາເມລິກາ, ບັນດາສະຫາຍໄດ້ຕໍ່ສູ້ຢ່າງພິລະອາດຫານເພື່ອປົດປ່ອຍເຂດທົ່ງພຽງຫີນ - ຊຽງຂວາງ (ປີ 1969, 1970, 1972)...ໃນຊ່ວງເວລານັ້ນ, ບັນດາສະຫາຍໄດ້ຮັບການຊ່ວຍເຫລືອຢ່າງສຸດໃຈ ຂອງປະຊາຊົນແຂວງຊຽງຂວາງເວົ້າສະເພາະ ແລະ ປະຊາຊົນລາວເວົ້າລວມ ໃນການຮັບປະກັນການຂົນສົ່ງເສັ້ນທາງເຈື່ອງເຊີນຕາເວັນອອກ ແລະ ເຈື່ອງເຊີນຕາເວັນຕົກ, ສະໜັບສະໜູນ ຢ່າງທັນເວລາຕໍ່ສະໜາມຮົບພາກໃຕ້, ປະກອບສ່ວນເຂົ້າໃນການໄຊຊະນະຂອງການບຸກໂຈມຕີຂະໜາດໃຫຍ່ ແລະ ກະປົດປ່ອຍປະເທດປີ 1975, ໂດຍສະເພາະແມ່ນການໄຊຊະນະຂອງຂະບວນການໂຮ່ຈິມິນ (30 ເມສາ 1975). ການໄຊຊະນະດັ່ງກ່າວໄດ້ຊຸກຍູ້ຢ່າງແຮງ ແລະ ສ້າງເງື່ອນໄຂໃຫ້ກອງທັບ ແລະ ປະຊາຊົນລາວຕໍ່ສູ້ຢ່າງຕໍ່ເນື່ອງ, ຍາດໄດ້ໄຊຊະນະໃນທົ່ວປະເທດ ແລະ ສ້າງຕັ້ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ (2 ທັນວາ 1975).

ທ່ານ ເຈີ່ນ ຈູງ ຕ໋ວຽນ, ຫົວໜ້າສະມາຄົມມິດຕະພາບຫວຽດນາມ - ລາວ ເມືອງບ່າວເລີມ ໃຫ້ຮູ້ວ່າ ນີ້ແມ່ນສາຂາຮາກຖານທີ 2 ໄດ້ສ້າງຕັ້ງຢູ່ແຂວງເລີມດົ່ງ ໂດຍມີສະມາຊິກທັງໝົດ 107 ຄົນ ແລະ ສະມາຊິກ 5 ຄົນຂອງຄະນະບໍລິຫານງານ. ສະມາຄົມມີ ໜ້າທີ່ຊຸກຍູ້ການໂຄສະນາເຜີຍແຜ່ແນວທາງຂອງພັກ, ລັດ ແລະ ນະໂຍບາຍການຕ່າງປະເທດ ກ່ຽວກັບການພົວພັນຫວຽດນາມ - ລາວຕໍ່ປະຊາຊົນທຸກຊັ້ນຄົນໃນເມືອງ. ພ້ອມກັນນັ້ນ, ເພື່ອເຕົ້າໂຮມສາມັກຄີ ແລະ ລະດົມກຳລັງໃຈບັນດາລຸ້ນຕ່າງໆຂອງບັນດານັກຮົບເກົ່າ, ນັກຊ່ຽວຊານດ້ານການທະຫານ ແລະ ພົນລະເຮືອນເພື່ອດຳລົງຊີວິດ, ເຮັດວຽກ ແລະ ຕໍ່ສູ້ເພື່ອຊ່ວຍໃຫ້ ປະເທດ ລາວ ໄດ້ຮັກສາ ແລະ ເຊີດຊູຄຸນລັກສະນະ "ທະຫານລຸງໂຮ່”; ປະກອບສ່ວນກໍ່ສ້າງເທດສະບານກາຍເປັນເມືອງຊົນນະບົດໃໝ່ ຂອງແຂວງບາກລາມທີ່ ນັບມື້ນັບເຕີບໃຫຍ່, ອຸດົມສົມບູນ ແລະ ສວຍງາມຫຼາຍກ່ວາຂຶ້ນ.

(ຄຳຮຸ່ງ)

302 Found

Found

The document has moved here.