ທ່ານຮອງເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນທະຫານແຂວງ ແທງຮ່ວາ ມາຢ້ຽມຢາມສຸສານນັກຮົບເກົ່າສາກົນ ຫວຽດນາມ - ລາວ

06:14 | 14/01/2020

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ ປີ 2020, ໃນຕອນບ່າຍວັນທີ 11 ມັງກອນ, ຄະນະຜູ້ແທນແຂວງແທງຮວາ ນຳໂດຍ ທ່ານ ໂດຈ້ອງຫື່ງ, ຮອງເລຂາຜູ້ປະຈຳການພັກແຂວງ, ຫົວໜ້າສະມາຊິກສະພາແຫ່ງຊາດຂັ້ນແຂວງ ໄດ້ມາວາງທູບທຽນ, ວາງດອກໄມ້ ແລະ ຢ້ຽມຢາມສຸສານນັກຮົບເກົ່າສາກົນຫວຽດນາມ - ລາວຢູ່ເມືອງ ແອັງເຊີນ (ເຫງ້ອ່ານ).

ເຂົ້າຮ່ວມພິທີມີ ຄະນະຜູ້ແທນນຳພາ ຂອງຄະນະຂົນຂວາຍປະຊາຊົນ ພັກແຂວງ, ຄະນະກຳມະການແນວໂຮມແຫ່ງຊາດແຂວງ, ກອງບັນຊາການທະຫານແຂວງ, ພະແນກແຮງງານ, ທະຫານເສຍອົງຄະແລະ ສັງຄົມ; ສະຫະພັນກຳມະບານແຂວງ ແລະ ຫ້ອງການຄະນະກຳມະການພັກແຂວງ, ຫ້ອງການສະມາຊິກສະພາແຫ່ງຊາດຂັ້ນແຂວງ.

ທ່ານຮອງເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນທະຫານແຂວງ ແທງຮ່ວາ ມາຢ້ຽມຢາມສຸສານນັກຮົບເກົ່າສາກົນ ຫວຽດນາມ - ລາວ

ທ່ານ ໂດຈ້ອງຫື່ງ, ຮອງເລຂາຜູ້ປະຈຳການພັກແຂວງໄດ້ມາວາງທູບທຽນ, ວາງດອກໄມ້ ແລະ ຢ້ຽມຢາມສຸສານນັກຮົບເກົ່າສາກົນຫວຽດນາມ - ລາວ. (ພາບ. baothanhhoa)

ທີ່ສຸສານນັກຮົບເກົ່າສາກົນ ຫວຽດນາມ - ລາວ, ໃນບັນຍາກາດອັນສະຫງ່າເຄັ່ງຂຶມ ແລະ ເຄົາລົບນັບຖື, ທ່ານຮອງເລຂາພັກແຂວງ, ຫົວໜ້າສະມາຊິກສະພາແຫ່ງຊາດຂັ້ນແຂວງ ເຫງ້ອ່ານ ພ້ອມດ້ວຍບັນດາສະມາຊິກໃນຄະນະໄດ້ມາວາງທູບທຽນ, ວາງດອກໄມ້ ແລະ ຢ້ຽມຢາມ ຢູ່ວິຫານບູຊາປະທານໂຮ່ຈີມິນ ແລະ ວິຫານບູຊານັກຮົບເສຍສະຫຼະ.

ນັບແຕ່ໄດ້ຮັບການກໍ່ສ້າງແຕ່ປີ 1976 ມາຮອດປະຈຸບັນ, ສຸສານນັກຮົບເກົ່າສາກົນຫວຽດນາມ - ລາວ ໄດ້ຮັບ ແລະ ເບິ່ງແຍງດູແລອັດຖິກະດູກຂອງນັກຮົບ, ນັກຊ່ຽວຊານ ແລະ ອາສາສະໝັກ ຫວຽດນາມ ຈຳນວນ 11.000 ຄົນ ທີ່ໄດ້ເຂົ້າຮ່ວມໃນການຕໍ່ສູ້ ແລະ ເສຍສະຫຼະ ຢູ່ສະໜາມຮົບແຫ່ງຕ່າງໆຂອງລາວ, ໃນນັ້ນ, ແຂວງ ແທງຮວາ ມີ 348 ຄົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.