ປ້ອມ​ຣາ​ດາ 575: ປະ​ຊາ​ຊົນ​ຖື​ພວກ​ອ້າຍ​ຄື​ຍາດ​ຕິ​ພີ່​ນ້ອງ​ໃນ​ຄອບ​ຄົວດຽວກັນ

17:15 | 01/06/2021

ຍ​ສ​ໝ - ​ໂດຍ​ໄດ້​ກາຍ​ເປັນຄວາມ​ສິ້ນ​ເຄີຍ, ໃນວັນ​ເສົາ​ຂອງທຸກໆອາ​ທິດ, ປ້ອມ​ຣາ​ດາ 575 ໄດ້​ສົມ​ທົບ​ກັບ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ ທຳ​ຄວາມ​ສະ​ອາດ​ຢູ່​ຝັ່ງ​ທະ​ເລ, ສົມ​ທົບ​ກັນ​ໂຄ​ສະ​ນາຂົນ​ຂວາຍ​ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ທຳ​ຄວາມ​ສະ​ອາດ ທະ​ເລ.

ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ
ຜັ​ນ​ຂະ​ຫຍາຍ ປ້ອມ​ທະ​ຫານຄົງທີ່ 84 ແຫ່ງຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຫວ​ຽດ - ລາວ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19 ຜັ​ນ​ຂະ​ຫຍາຍ ປ້ອມ​ທະ​ຫານຄົງທີ່ 84 ແຫ່ງຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຫວ​ຽດ - ລາວ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19
ປ້ອມ​ຣາ​ດາ 575: ປະ​ຊາ​ຊົນ​ຖື​ພວກ​ອ້າຍ​ຄື​ຍາດ​ຕິ​ພີ່​ນ້ອງ​ໃນ​ຄອບ​ຄົວດຽວກັນ
ພາບປະກອບ

ທັງ​ຝຶກແອບ​ເກັ່ງ, ກຽມ​ພ້ອມ​​ສູ້​ຮົບ​ຢູ່​ໃນ​ລະ​ດັບ​ສູງ, ປ້ອມ​ຣາ​ດາ 575 (ກອງ​ພັນ​ໃຫຍ່ 451, ທະ​ຫານ​ເຮືອ​ເຂດ 4) ທັງ​ປະ​ຕິ​ບັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ໄດ້ເປັນ​ຢ່າງດີຊຶ່ງປະ​ຊາ​ຊົນ​ເມືອງ​ເກາະ​ຟຸ​ກຸ໊ຍ, ແຂວງ ບິ່ງ​ທ້ວນ ໄດ້ “ຖື​ເປັນ​ຍາດ​ຕິ​ພີ່​ນ້ອງ​ໃນ​ຄອບ​ຄົວດຽວກັນ”.

​ໂດຍ​ໄດ້​ກາຍ​ເປັນຄວາມ​ສິ້ນ​ເຄີຍ, ໃນວັນ​ເສົາ​ຂອງທຸກໆອາ​ທິດ, ປ້ອມ​ຣາ​ດາ 575 ໄດ້​ສົມ​ທົບ​ກັບ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ ທຳ​ຄວາມ​ສະ​ອາດ​ຢູ່​ຝັ່ງ​ທະ​ເລ, ສົມ​ທົບ​ກັນ​ໂຄ​ສະ​ນາຂົນ​ຂວາຍ​ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ທຳ​ຄວາມ​ສະ​ອາດ ທະ​ເລ.

ທ່ານ ພັນ​ຕີ ຫງວຽ​ນ​ວັນ​ກົງ, ພະນັກງານການ​ເມືອງ ປ້ອມ ຣາ​ດາ 575 ໃຫ້​ຮູ້​ວ່າ: ຍາມ​ໃດ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ສົມ​ທົບ​ກັບ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ບຸ​ນ​ແທນ​ຄຸນ, ເຂົ້າ​ຮ່ວມ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່, ປະ​ຕິ​ບັດ​ “ໂຄງ​ການ​ທະ​ຫານ​ເຮືອ ຫວຽດ​ນາມ ແມ່ນ​ບ່ອນ​ອີງ​ໃຫ້​ແກ່​ຊາວ​ປະ​ຊາ​ມົງ​ໄປ​ຫາ​ປາ” ຢ່າງ​ແໜ້ນ​ແຟ້ນ.

ໄລ່​ສະ​ເພາະ​ໄຕມາດI/2021, ພະ​ນັກ​ງານ, ນັກ​ຮົບ​ຂອງ​ປ້ອມ​ໄດ້​ສົມ​ທົບ​ກັບ​ຊາວ​ໜຸ່ມ​ທ້ອງ​ຖິ່ນ​ ຊ່ວ​ຍ​ປະ​ຊາ​ຊົນ​ທຳ​ຄວາມ​ສະ​ອາດ​ຝັ່ງ​ທະ​ເລ, ເສັ້ນ​ທາງ​ຫຼວງແຄມ​ທະ​ເລ​ຢູ່​ຕາ​ແສງ​ງູ​ຟຸງ ໄດ້​ຮັບ​ການ​ທຳ​ຄວາມ​ສະ​ອາດ​ຢ່າງສະອາດງາມຕາ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ໄວໜຸ່ມ​ກົມ​ກອງ ແລະ ທ້ອງ​ຖິ່ນ ໄດ້​ຈັດ​ຕັ້ງ​ການ​ອອກ​ເຄື່ອນ​ທັບ​ທຳ​ຄວາມ​ສະ​ອາດ​ສິ່ງ​ແວດ​ລ້ອມ, ເກັບຂົນ​​ຂີ້​ເຫຍື້ອ​ນັບ​ສິບ​ໂຕນ ໃນ​ບໍ​ລິ​ເວນ​ແຂວງ.

ທ່ານ ໂດ​ຫິວ​ເຈື່ອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ງູ​ຟຸງ ແບ່ງ​ປັນ​ວ່າ: ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ປ້ອມຣາ​ດາ 575 ຍາມ​ໃດ​ກໍ່​ມີຄວາມໃກ້ຊິດສະໜິດສະໜົມ, ສົມ​ທົບ​ກັບ​ທ້ອງ​ຖິ່ນ, ສ້າງຂີດ​ໝາຍເລິກເຊິ່ງກ່ຽວ​ກັບ​ນ້ຳ​ໃຈ​ລະ​ຫວ່າງ​ທະ​ຫານປະ​ຊາ​ຊົນຢູ່​ເກາະ. ຫວ່າງ​ແລ້ວນີ້, ​ເສັ້ນ​ທາງ​ຊົນ​ນະ​ບົດ​ໃໝ່​ທີ່​ມີ​ຄວາມຍາວ​ກ່​ວາ 1 ກິ​ໂລ​ແມັດ ຂອງ​ຕາ​ແສງ ເທືອງ​ເຈົາ, ​ພະ​ນັກ​ງານ, ນັກ​ຮົບ​ກົມ​ກອງໄດ້​ເຂົ້າ​ຮ່ວມ​ປະ​ຕິ​ບັດ​ກໍ່​ສ້າງ​ໃຫ້​ສຳ​ເລັດພາຍ​ໃນ​​ເວ​ລາ 1 ວັນ.

ລຸງ ຫງວຽນ​ວັນ​ເຊົາ ຊາວ​ປະມົງ ຢູ່​ຕາ​ແສງ ງູ​ຟຸງ ແບ່ງ​ປັນ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ທະ​ຫານ​ເຮືອ, ພວກ​ອ້າຍທີ່​ໄດ້​ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ພໍ່​ແມ່​ປ​ະ​ຊາ​ຊົນ​ໃນ​ທຸກ​ດ້ານ. ພວ​ກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ແນະ​ນຳ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢ່າງ​ໝັ້ນ​ຄົງ, ຮູ້​ວິ​ທີ​ກຸ​ຊ່ວຍ​ຄົນ​ໃນ​ເບື້ອງ​ຕົ້ນເມື່ອປະສົບ​ອຸ​ບັດ​ຕິ​ເຫດ. ພວກ​ຂ້າ​ພະ​ເຈົ້າ​ຖືທະ​ຫານ​ຄື​ຍາດ​ຕິ​ພີ່​ນ້ອງ​ໃນ​ຄອບ​ຄົວດຽວກັນ.

ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ

ຍ​ສໝ - ບົນ​ເສັ້ນ​ທາງ​ໄປ​ຍັງ​ໃຈ​ກາງ​ຂອງ​ຕາ​ແສງ ວຽດ​ຮຸ່ງ, ບ້ານ​ໂລ​ຢາ​ວ​ ເຕັມ​ໄປ​ດ້ວຍ​ທຸງ​ຊາດ, ຄຳ​ຂວັນ​ ຊຶ່ງກະ​ກ​ຽ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ. ການ​ດຳ​ລົງ​ຊີ​ວິດ​ເຖິງວ່າ​ຢູ່​ໃນ​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ ແຕ່​ຊາວ​ໃນ​ບ້ານ​ຍັງ​ພວມ​ກຽມ​ສູ້​ຮົບ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ. ທຸກ​ຄົນ​ລ້ວນ​ແຕ່​ຕ້ອງ​ໃສ່​ຜ້າ​ອັດ​ປາກ - ດັງ, ພິ​ເສດ​ແມ່ນ​ຜູ້​ມາ​ຈາກ​ບ່ອ​ນ​ອື່ນນອກ​ຈາກ​ຕ້ອງ​ໃສ່​ຜ້າ​ອັດ​ປາດ​ກັງ ກໍ່​ຕ້ອງ​ແທກ​ອຸນ​ຫະ​ພູນຫ່າງ​ກາຍ ແລະ ແຈ້ງ​ອາ​ການ​ສຸ​ຂະ​ພາບ.

ຫວຽດ​ນາມ​ມອບ​ຜ້າ​ອັດ​ປາກ​ດັງ10.000 ອັນ​ໃຫ້​ແກ່​ສະ​ພາ​ຕຳ​ ບ​ຣາ​ຊິນ ຫວຽດ​ນາມ​ມອບ​ຜ້າ​ອັດ​ປາກ​ດັງ10.000 ອັນ​ໃຫ້​ແກ່​ສະ​ພາ​ຕຳ​ ບ​ຣາ​ຊິນ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ບ​ຣາ​ຊິນ, ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ນາງ ພ້າມ​ທິ​ກິມ​ຮ​ວາ​ຢັ້ງ​ຢືນ​ວ່າ, ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ບົດ​ບາ, ທີ່​ຕັ້ງ​ນັບ​ມື້​ນັບ​ເພີ່​ມ​ຂຶ້ນ​ຂອງ ບ​ຣາ​ຊິນ​ບົນ​ເວ​ທີ​ສາ​ກົນ, ຖື​ການ​ເພີ່ມ​ທະ​ວີ​ເປີດ​ກ້​ວາງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ວັນ​ທີ 8 ພຶດ​ສະ​ພາ 1989 ​ເປັນ​ສຳ​ຄັນ.

ຜັ​ນ​ຂະ​ຫຍາຍ ປ້ອມ​ທະ​ຫານຄົງທີ່ 84 ແຫ່ງຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຫວ​ຽດ - ລາວ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19 ຜັ​ນ​ຂະ​ຫຍາຍ ປ້ອມ​ທະ​ຫານຄົງທີ່ 84 ແຫ່ງຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຫວ​ຽດ - ລາວ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19

ຍ​ສ​ໝ - ເພື່ອປ້ອງກັນບໍ່ໃຫ້ເກີດການລະບາດຂອງ Covid-19 ນັບແຕ່ທ້າຍເດືອນກໍລະກົດປີ 2020 ຈົນເຖິງປະຈຸບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນແຂວງກວາງຈີ້ ໄດ້ຈັດຕັ້ງປະຕິບັດ ແລະ ປົກປັກຮັກສາປ້ອມ​ທະ​ຫານຄົງທີ່ 84 ແຫ່ງ ຢ່າງເປັນປະຈຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.