ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈີງ ລົງຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ເບ້ນ​ແຈ່

00:00 | 09/08/2023

ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ສະເໜີໃຫ້ບັນດາອົງການ ກວດຄືນບັນດານະໂຍບາຍພວມນຳໃຊ້ ເພື່ອປັບປຸງ, ເພີ່ມເຕີມບົນຈິດໃຈ ໜູນຊ່ວຍເດັກນ້ອຍຫຼາຍທີ່ສຸດ ແລະ ພະນັກງານຢູ່ສູນ ກ່ຽວກັບເງື່ອນໄຂເບິ່ງແຍງດູແລ, ດຳເນີນຊີວິດ, ການສິດສອນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ  El Salvador ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ El Salvador
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ລົງຢ້ຽມຢາມ ໂຮງຮຽນລ້ຽງ ແລະ ສອນເດັກພິການ ແຂວງເບ້ນແຈ່ (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ລົງຢ້ຽມຢາມ ໂຮງຮຽນລ້ຽງ ແລະ ສອນເດັກພິການ ແຂວງເບ້ນແຈ່ (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ ແຂວງເບ້ນແຈ່, ຕອນເຊົ້າວັນທີ 15 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ໂຮງຮຽນລ້ຽງ ແລະ ສອນເດັກພິການ ແຂວງເບ້ນແຈ່ (ຕາແສງເຊີນດົງ, ນະຄອນເບ້ນແຈ່). ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຕີລາຄາວ່າ ນີ້ແມ່ນຮູບແບບວັດທະນະທຳມະນຸດ, ຢັ້ງຢືນທາດແທ້ອັນດີງາມຂອງພັກ, ລັດ, ດ້ວຍຈິດໃຈ “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີວ່າ:

ຕ້ອງເພີ່ມແຫຼ່ງກຳລັງເພື່ອເບິ່ງແຍງດູແລຕື່ມອີກ, ລ້ຽງດູສິດສອນເດັກພິການ. ກ່ອນອື່ນໝົດຕ້ອງເບິ່ງແຍງ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນ ເພື່ອລືມຄວາມປົມດ້ອຍຕ່າງໆ; ພ້ອມກັນນັ້ນ, ລ້ຽງດູສິດສອນເຂົາເຈົ້າໃຫ້ຮ່ຳຮຽນ, ຮູ້ໜັງສື, ມີຄວາມຮັບຮູ້, ມີສະຕິ. ການລ້ຽງດູສິດສອນເຂົາເຈົ້າ ຮຽກຮ້ອງຕ້ອງມີຄວາມມານະອົດທົນ, ຕ້ອງມີຈິດໃຈ, ດ້ວຍຄວາມຮັກແພງຂອງຕົນ ຈິ່ງຈະສາມາດເຮັດໄດ້. ຂ້າພະເຈົ້າປາດຖະໜາວ່າບັນດາຄູ, ອາຈານ ຈະພະຍາຍາມເຮັດຈົນສຸດຄວາມສາມາດ, ດ້ວຍນ້ຳໃຈຮັບຜິດຊອບຂອງຕົນ.

ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ສະເໜີໃຫ້ບັນດາອົງການ ກວດຄືນບັນດານະໂຍບາຍພວມນຳໃຊ້ ເພື່ອປັບປຸງ, ເພີ່ມເຕີມບົນຈິດໃຈ ໜູນຊ່ວຍເດັກນ້ອຍຫຼາຍທີ່ສຸດ ແລະ ພະນັກງານຢູ່ສູນ ກ່ຽວກັບເງື່ອນໄຂເບິ່ງແຍງດູແລ, ດຳເນີນຊີວິດ, ການສິດສອນ.

ໃນຕອນເຊົ້າຂອງວັນດຽວກັນ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງສຳຫຼວດພື້ນທີ່ຕົວຈິງ, ຊຸກຍູ້ໂຄງການກໍ່ສ້າງຂົວ ແລກໝຽວ 2 ແລະ ສຳຫຼວດເສັ້ນທາງແຄມທະເລ ເບ້ນແຈ່.

ເຫດການ
302 Found

Found

The document has moved here.