ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ

18:09 | 14/05/2021

ຍ​ສໝ -

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ
ວັນ​ບຸນ​ປະ​ຈຳ​ຊາດ ກຳ​ປູ​ເຈຍ, ລາວ, ໄທ ຢູ່​ນະ​ຄອນ​ວຸງ​ເຕົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ວັນ​ບຸນ​ປະ​ຈຳ​ຊາດ ກຳ​ປູ​ເຈຍ, ລາວ, ໄທ ຢູ່​ນະ​ຄອນ​ວຸງ​ເຕົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ
ສະ​ມາ​ຄິດ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ແຂວງ​ດົ່ງ​ນາຍ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຜ້​າ​ອັດ​ປາກ​ດັງ​ການ​ແພດ​ໃຫ້​ແກ່​ປະ​ຊາ​ຊົນ​ໄທ ຜ່ານ​ສະ​ຖານ​ກົງ​ສູນ​ໃຫຍ່​ໄທ​ປ​ະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ (ພາບ: dongnai.com.vn)

ຫ​ວ່າງ​ແລ້ວນີ້, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ສະ​ມາ​ຄິດ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ​ແຂວງ​ດົ່ງ​ນາຍ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຜ້​າ​ອັດ​ປາກ​ດັງ​ການ​ແພດ​ໃຫ້​ແກ່​ປະ​ຊາ​ຊົນ​ໄທ ຜ່ານ​ສະ​ຖານ​ກົງ​ສູນ​ໃຫຍ່​ໄທ​ປ​ະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ.

ແລກ​ປ່ຽນ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່ ໄທ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ ຫງວຽນ​ວັນ​ທັ໊ງ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ດົ່ງ​ນາຍ ໃຫ້​ຮູ້​ວ່າ, ເພື່ອ​ແນ​ໃສ່​ແບ່ງ​ປັນສ່ວນ​ໜຶ່ງ​ຄວາມ​ທຸກ​ຍາກ​​ກໍ່​ຄື​ໜູນ​ຊ່ວຍ​ຊາວ​ໄທ​ຢ່າງ​ທັນ​ການ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ຜ່ານ​ນັ້ນ​ເພີ່ມ ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ​, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ໄດ້​ລະ​ດົມ​ສະ​ມາ​ຊິກ​ໃນ​ທົ່ວ​ແຂວງ ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ, ຊື້​ຜ້າ​ອັດ​ປາກ​ອັດ​ດັງ. ຜ່ານ​ນັ້ນ, ຄະ​ນະ​ຈັດ​ຕັ້ງ​ໄດ້​​ຮັບ​ຜ້າ​ອັດ​ປາກ​ດັງ 15.000 ອັນ ແລະ ສົ່ງ​ໄປ​ຍັງ​ສະ​ຖານ​ກົງ​ສູນ​ໃຫຍ່​ໄທ ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ.

ທ່ານ Apirat Sugondhabhirom ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່​ໄທ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ​ ແບ່ງ​ປັນ​ວ່າ, ໃນ​ຈຸດ​ເວ​ລານີ້, ຫວຽດ​ນາມ ພວມ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19. ເຖິງ​ຢ່າງ​ໃດ​ກ​ໍ່​ຕາມ, ປະ​ຊາ​ຊົນ ຫວຽດ​ນາມ, ໃນ​ນັ້ນ​ມີ​ແຂວງ​ດົ່ງ​ນາຍ ຍັງ​ສະ​ຫງວດ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ໄທ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​ການ​ເຄື່ອນ​ໄຫວ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19. ພາຍຫຼັງ​ທີ່​ໄດ້​ຮັບ​ຂອງ​ຂວັນ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ແຂວງ ມອບ​ໃຫ້. ສະ​ຖານ​ກົງ​ສູນ​ໃຫຍ່ ໄທ​ຈະ​ສົ່ງ​ຈຳ​ນວນ​ຜ້າ​ອັດ​ປາກ​ດັ່ງ​ກ່າວ ໄປ​ຍັງ​ປະ​ຊາ​ຊົນ​ໄທ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 11 ພຶດ​ສະ​ພາ, ສະ​ມາ​ຄົມ​ມິ​ດ​ຕະ​ພາ​ບ ຫວຽດ​ນາມ - ລາວ​ແຂວງ​ດົ່​ງ​ນາຍ ​ໄດ້​ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ໄປ​ມອບ​ຜ້າ​ອັດ​ປາກ​ດັງ 25.000 ອັນ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ຜ່ານ​ສະ​ຖານ​ກົງ​ສູນ​ໃຫຍ່​ລາວ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ.

ຕາມ​ທ່ານ ໂດ​ດັ້ງ​ຕວັກ ປະ​ທານ​ສະ​ມາ​ຄົມ ຫວຽດ​ນາມ ລາວ ແຂວງ​ດົ່ງ​ນາຍ​ແລ້ວ, ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ ຫວຽດ​ນາມ ແລະ ລາວ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ຍາມ​ໃດ​ກໍ່​ຕິດ​ຕາມ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ກັບ​ປະ​ຊາ​ຊົນ​ລາວ​ທີ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ. ສະ​ມ​າ​ຄົມ​ໄດ້​ປຸກ​ລະ​ດົມ​ສະ​ມາ​ຊິກ​ໃນ​ທົ່ວ​ແຂວງ​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ຊື້​ຜ້າ​ອັດ​ປາກ - ດັງ. ດັ່ງ​ນັ້ນ, ສະ​ມາ​ຄົມ​ໄດ້​ຮັບ​ຜ້າ​ອັດ​ປາກ​ດັງ 25000 ອັນ ແລະ ມອບ​ໃຫ້​ປະ​ຊາ​ຊົນ​ແຂວງ​ຈຳ​ປາ​ສັກ​ຜ່ານ​ສະ​ຖານ​ກົງ​ສູນ​ໃຫຍ່ ລາວ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ

ຍ​ສ​ໝ - ພິ​ທີ​ມອບ​ຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ດ້ວຍຍອດ​ມຸນ​ຄ່າ​ເກືອບ 14 ຕື້​ດົ່ງ.

ຫວຽດ​ນາມ​ມອບ​ຜ້າ​ອັດ​ປາກ​ດັງ10.000 ອັນ​ໃຫ້​ແກ່​ສະ​ພາ​ຕຳ​ ບ​ຣາ​ຊິນ ຫວຽດ​ນາມ​ມອບ​ຜ້າ​ອັດ​ປາກ​ດັງ10.000 ອັນ​ໃຫ້​ແກ່​ສະ​ພາ​ຕຳ​ ບ​ຣາ​ຊິນ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ບ​ຣາ​ຊິນ, ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ນາງ ພ້າມ​ທິ​ກິມ​ຮ​ວາ​ຢັ້ງ​ຢືນ​ວ່າ, ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ບົດ​ບາ, ທີ່​ຕັ້ງ​ນັບ​ມື້​ນັບ​ເພີ່​ມ​ຂຶ້ນ​ຂອງ ບ​ຣາ​ຊິນ​ບົນ​ເວ​ທີ​ສາ​ກົນ, ຖື​ການ​ເພີ່ມ​ທະ​ວີ​ເປີດ​ກ້​ວາງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ວັນ​ທີ 8 ພຶດ​ສະ​ພາ 1989 ​ເປັນ​ສຳ​ຄັນ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​

ຍ​ສໝ - ທີ່​ການມອບ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ປະ​ທານ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ໃນ​ຊຸມ​ວັນ​ຜ່ານ​ມາ, ພ້ອມ​ທັງ​ແບ່​ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.