ຍສໝ - ວັນທີ 20 ຕຸລາ 2025, ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຂອນແກ່ນ (ໄທ) ທ່ານ ດິງຮ່ວາງລິງ ໄດ້ມີພິທີພົບປະເຮັດວຽກກັບ ທ່ານ ຮສ. Charnchai Panthongviriyakul, ອຳນວຍການໂຮງຮຽນມະຫາວິທະຍາໄລຂອນແກ່ນ, ເປັນໜຶ່ງໃນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດ, ມີຊື່ສຽງ ແລະ ເກົ່າແກ່ທີ່ສຸດຂອງປະເທດໄທ.
ຍສໝ - ວັນທີ 17 ຕຸລາ 2025, ສະຖານທູດສະຫະນະຄອນ ເອເມຣັດ ອາຮັບ (UAE) ປະຈຳ ຫວຽດນາມ ໄດ້ຈັດຕັ້ງການພົບປະແລກປ່ຽນພິເສດເພື່ອເຊີດຊູບັນດາຜົນງານອັນພົ້ນເດັ່ນຂອງທີມຊາວໜຸ່ມ ມວຍໄທ ຫວຽດນາມ ໃນງານມະຫາກຳກິລາມວຍໄທ ຊິງແຊ້ມໂລກ 2025 ທີ່ຈັດຂຶ້ນຢູ່ Abu Dhabi.
ຍສໝ - ຕອນບ່າຍວັນທີ 3 ຕຸລາ, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດໄທ. ນີ້ແມ່ນການແລກປ່ຽນຄັ້ງທຳອິດລະຫວ່າງລັດຖະມົນຕີສອງປະເທດນັບແຕ່ທ່ານ Sihasak Phuangketkeow ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ໃນວັນທີ 19 ກັນຍາ.
ຍສໝ - ຕອບສະໜອງວັນເຊີດຊູພາສາຫວຽດນາມ ຂອງຊຸມຊົນຊາວຫວຽດນາມທົ່ວໂລກ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຂອນແກ່ນ (ປະເທດໄທ) ໄດ້ປະສານງານກັບ ມະຫາວິທະຍາໄລພະບໍລົມວົງສານຸວົງອຸດອນທານີ, ມະຫາວິທະຍາໄລສຶກສາສາດຮ່າໂນ້ຍ, ສະມາຄົມຄົນຫວຽດນາມແຂວງອຸດອນທານີ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ຈັດງານ “ວັນເຊີດຊູພາສາຫວຽດນາມ ທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທ”.
ຍສໝ - ວັນທີ 8 ກັນຍາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍານະຄອນ ຂອນແກ່ນ, ປະເທດໄທ ໄດ້ຮ່ວມມືກັບ ມະຫາວິທະຍາໄລຮວງຈຽ ອຸດອນທານີ, ມະຫາວິທະຍາໄລສຶກສາສາດຮ່າໂນ້ຍ, ສະມາຄົມຄົນຫວຽດນາມ ປະຈໍາແຂວງ ອຸດອນທານີ ແລະ ກຸ່ມບໍລິສັດ FPT ໃນການຈັດງານ ວັນເຊີດຊູພາສາຫວຽດນາມ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ.
ຍສໝ - ເນື່ອງໃນໂອກາດທີ່ທ່ານ Anutin Charnvirakul ໄດ້ຮັບການອະນຸມັດຈາກກະສັດແຫ່ງລາຊະອານາຈັກໄທ ເປັນນາຍົກລັດຖະມົນຕີ, ວັນທີ 8 ກັນຍານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ.
ຍສໝ - 'ຈຸດບາດລ້ຽວໃໝ່, ສິ່ງທ້າທາຍແຕ່ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ' - ນັ້ນແມ່ນສິ່ງທີ່ຂ້າພະເຈົ້າບອກຕົນເອງເມື່ອຮູ້ວ່າຈະໄປເຮັດວຽກຢູ່ປະເທດໄທ.
ຍສໝ - ທີ່ EXPO 2025 Osaka, ຫວຽດນາມ ແລະ ໄທ ໄດ້ນຳສະເໜີເປັນຄັ້ງທຳອິດ ການປະສົມປະສານທີ່ເປັນເອກະລັກສະເພາະຂອງສິລະປະມວຍໄທ ແລະ ດົນຕີພື້ນເມືອງຂອງ ຫວຽດນາມ, ນຳມາເຊິ່ງປະສົບການສິລະປະໃໝ່, ດຶງດູດຄວາມສົນໃຈຂອງຜູ້ຊົມສາກົນເປັນຈຳນວນຫຼວງຫຼາຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ.
ຍສໝ - ປະເຊີນໜ້າກັບຄວາມເຄັ່ງຕຶງຂຶ້ນຢູ່ຊາຍແດນໄທ - ກຳປູເຈຍ, ສະຫະປະຊາຊາດ, ອາເມລິກາ, EU ແລະ ຫຼາຍປະເທດໃນພາກພື້ນໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ສອງຝ່າຍຈຳກັດ, ປົກປ້ອງສາມັນຊົນ ແລະ ແກ້ໄຂການຂັດແຍ້ງດ້ວຍການເຈລະຈາໂດຍສັນຕິວິທີ, ເໝາະສົມຕາມກົດໝາຍສາກົນ.
ຍສໝ - ຕໍ່ໜ້າການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຊາຍແດນໄທ - ກຳປູເຈຍ, ວັນທີ 24 ກໍລະກົດ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ສອງຝ່າຍຈົ່ງອົດກັ້ນ, ບໍ່ໃຊ້ກຳລັງ, ແກ້ໄຂການພິພາດດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ຈິດໃຈສາມັກຄີອາຊຽນ.
ຍສໝ - ວັນທີ 20 ກໍລະກົດນີ້, ສະຖານກົງສຸນໃຫຍ່ໄທ ປະຈຳ ນະຄອນໂຮ່ຈິມິນ ໄດ້ສົມທົບກັບສະພາກາແດງຫວຽດນາມ ແລະ ໂຄງການເດີນທາງແດງ ໄດ້ຈັດຕັ້ງລາຍການບໍລິຈາກເລືອດມະນຸດສະທຳ. ການເຄື່ອນໄຫວບໍ່ພຽງແຕ່ໄດ້ປະກອບສ່ວນເພີ່ມເຕີມແຫຼ່ງເລືອດເພື່ອຮັບໃຊ້ປິ່ນປົວພະຍາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຄົມຊາວໄທ ແລະ ຊາວຫວຽດນາມ ພ້ອມກັບເຜີຍແຜ່ຈິດໃຈມະນຸດສະທຳ, ກໍ່ສ້າງຂົວແຫ່ງການແບ່ງປັນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ວັນທີ 16 ກໍລະກົດນີ້, ໂຄງການ "ການເຊື່ອມຕໍ່ໄທ” ຢູ່ ຮືງອຽນ (Thai Connect in Hung Yen 2025) ໄດ້ໄຂເປີດໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງ20 ກວ່າແຫ່ງມາຈາກບັນດາວິສາຫະກິດໄທ, ໄດ້ດຶງດູດປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ ແລະ ປະສົບກັບການຜະລິດຕະພັນອຸປະໂພກບໍລິໂພກ, ພ້ອມທັງເປີດກາລະໂອກາດເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດຂອງສອງປະເທດ.
ຍສໝ - ວັນທີ 8 ມິຖຸນາ, ຢູ່ສະໜາມກິລານະຄອນ ຕືເຊີນ (ແຂວງ ບັກນິງ) ໄດ້ດຳເນີນງານ ຊຸບເປີຄັບບານເຕະສື່ມວນຊົນ ຫວຽດນາມ - ໄທ, ເຫດການເລີ່ມຕົ້ນການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນສື່ມວນຊົນລະຫວ່າງ 2 ປະເທດ.
ຍສໝ - ວັນທີ 29 ພຶດສະພາ, ກອງທັບ ໄທ ແລະ ກຳປູເຈຍ ໄດ້ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນ ດ້ວຍບັນດາມາດຕະການສັນຕິພາບ.
ຍສໝ - ວັນທີ 2 ພຶດສະພາ ຢູ່ໄທ, ສູນສຶກສາຫວຽດນາມ ວິທະຍາ ຂຶ້ນກັບມະຫາວິທະຍາໄລ Ratjabath Udon Thani (ໄທ) ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ ໄດ້ຈັດພິທີລົງນາມໃນການຮ່ວມມືດ້ານການບຳລຸງສ້າງພາສາຫວຽດ.
ຍສໝ - ວັນທີ 21 ເມສາ, ທີ່ສູນສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Ratjabhat Udon Thani, ພາກຕາເວັນອອກສ່ຽງເໜືອຂອງໄທ, ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພາສາຫວຽດ ພື້ນຖານສຳລັບທຸກເປົ້າໝາຍໃນປີ 2025 ຢູ່ແຂວງ Udon Thani, ບັນດາແຂວງໃກ້ຄຽງໃນພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ນະຄອນຫຼວງວຽງຈັນ.
ຍສໝ - ພິທີເລີ່ມລົງມືກໍ່ສ້າງກິດຈະກຳເຮືອນຮ້ານ ປະທານໂຮ່ຈີມິນ ໄດ້ດຳເນີນໃນວັນທີ 9 ເມສາຢູ່ເຂດປູສະນີຍະສະຖານປະທານໂຮ່ຈີມິນ ທີ່ບ້ານ ໜອງໂອນ, ເທດສະບານເມືອງ, ແຂວງ ອຸດອນທານີ, ພາກອີສານ ໄທ.
ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”.
ຍສໝ - ວັນທີ 6 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະ ໄທ. ງານບຸນໄດ້ຮັບການສົມທົບກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ເພື່ອຈັດຕັ້ງ.