ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ

15:49 | 07/07/2026

ຍສໝ - ຢູ່ທ່າມກາງເນື້ອທີ່ອັນເກົ່າແກ່ຂອງ ສູນກາງຕົວເມືອງໂບຮານ Wroclaw (ປະເທດ ໂປໂລຍ), ເທສະການວັດທະນະທຳ ຫວຽດນາມ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ ດ້ວຍບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ແລະ ອາຫານການກິນອັນໂດດເດັ່ນ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.

ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ "ວີລະຊົນ ເວເນຊູເອລາ "
ທ່ານ ເອກອັກຄະລັດຖະທູດ ປາເລັສຕິນ Saadi Salama ຮັບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ"

ເທສະການວັດທະນະທຳ ຫວຽດນາມ ແມ່ນວັນບຸນຂອງຊຸມຊົນຄົນ ຫວຽດນາມ ຢູ່ ໂປໂລຍ ແລະ ແມ່ນໂອກາດເພື່ອແນະນຳສູ່ປະຊາຊົນ ໂປໂລຍ ແລະ ເພື່ອນມິດສາກົນ ກ່ຽວກັບບັນດາຄຸນຄ່າອັນໂດດເດັ່ນຂອງວັດທະນະທຳ, ອາຫານການກິນ ແລະ ຊາວ ຫວຽດນາມ; ໃນຂະນະດຽວກັນກໍເປີດໂອກາດໂຄສະນາການທ່ອງທ່ຽວ ແລະ ຊຸກຍູ້ການຂະຫຍາຍຕົວຂອງບັນດາວິສາຫະກິດ ຫວຽດນາມ ຢູ່ເທິງຜືນແຜ່ນດິນ ໂປໂລຍ.

ເຂົ້າຮ່ວມເທສະການມີທ່ານ ຮ່າຮວາງຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ, ທ່ານ Jakub Mazur ຮອງປະທານ Wroclaw, ທ່ານ Michał Jaros ຮອງລັດຖະມົນຕີກະຊວງເສດຖະກິດ, ທ່ານ Grzegorz Napieralski ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ໂປໂລຍ - ຫວຽດນາມ, ຕາງໜ້າບັນດາພະແນກການ, ຂະແໜງການ ຂອງອຳນາດການປົກຄອງເມືອງ ແລະ ບັນດາອົງການຈັດຕັ້ງສະມາຄົມຄົນ ຫວຽດນາມ ຢູ່ ໂປໂລຍ.

ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ
ທ່ານເອກອັກຄະລັດຖະທູດ ຮ່າຮວາງຫາຍ ກ່າວຄຳປາໄສຢູ່ທີ່ເທສະການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ)

ກ່າວຄຳປາໄສໄຂພິທີ, ທ່ານເອກອັກຄະລັດຖະທູດ ຮ່າຮວາງຫາຍ ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈ ມາຍັງທ່ານເຈົ້າຄອງນະຄອນ ແລະ ອຳນາດການປົກຄອງ Wroclaw ທີ່ໄດ້ໃຫ້ການອຸປະຖຳ ແລະ ປະສານງານຈັດຕັ້ງເທສະການ; ຂອບໃຈບັນດາອົງການຈັດຕັ້ງສະມາຄົມຄົນ ຫວຽດນາມ, ບັນດາອົງການຈັດຕັ້ງ, ບຸກຄົນ ທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນ, ຊ່ວຍເຫຼືອ ແລະ ປະສານງານຈັດຕັ້ງເຫດການທີ່ມີຄວາມໝາຍເປັນຢ່າງຍິ່ງນີ້.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຫວຽດນາມ – ໂປໂລຍ ມີສາຍພົວພັນມິດຕະພາບມູນເຊື້ອມາເປັນເວລາຫຼາຍກວ່າ 75 ປີ ແລະ ປະຈຸບັນແມ່ນຄູ່ຮ່ວມມືທີ່ສຳຄັນຂອງກັນແລະກັນ; ຢູ່ທີ່ ໂປໂລຍ ມີຄົນ ຫວຽດນາມ ອາໄສ, ສຶກສາຮ່ຳຮຽນ, ເຮັດວຽກຫຼາຍກວ່າ 30 ພັນຄົນ, ກາຍເປັນຂົວຕໍ່ແຫ່ງການຮັດແໜ້ນ, ຖະນຸຖະໜອມສາຍພົວພັນມິດຕະພາບລະຫວ່າງສອງປະຊາຊາດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ເທສະການວັດທະນະທຳ ຫວຽດນາມ ກໍຄືບັນດາການເຄື່ອນໄຫວ, ເຫດການວັດທະນະທຳ, ການແລກປ່ຽນລະຫວ່າງປະຊາຊົນ ແມ່ນໜຶ່ງໃນບັນດາວິທີການອັນສຳຄັນ, ຕົວຈິງ ທີ່ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທະວິພາຄີ ພາຍໃນບັນດາຂົງເຂດ ເສດຖະກິດ - ການຄ້າ - ການລົງທຶນ, ການທ່ອງທ່ຽວ…

ຕາງໜ້າໃຫ້ແກ່ອຳນາດການປົກຄອງ Wroclaw, ທ່ານ Jakub Mazur ຮອງປະທານເມືອງ ໄດ້ກ່າວຄຳປາໄສຂອບໃຈ ສະຖານເອກອັກຄະລັດຖະທູດ ຫວຽດນາມ, ຊຸມຊົນຄົນ ຫວຽດນາມ ຢູ່ ໂປໂລຍ ແລະ Wroclaw ທີ່ໄດ້ປະສານງານຈັດຕັ້ງເທສະການ, ຊ່ວຍໃຫ້ປະຊາຊົນ Wroclaw ແລະ ແຂກທ່ອງທ່ຽວສາກົນ ມີໂອກາດ, ເງື່ອນໄຂ ເພື່ອຮັບຊົມ ແລະ ເສບສຳຜັດກັບບັນດາຄຸນຄ່າວັດທະນະທຳອັນໂດດເດັ່ນຂອງ ຫວຽດນາມ, ກໍຄືເຮັດໃຫ້ຊີວິດການເປັນຢູ່ດ້ານວັດທະນະທຳ ຂອງປະຊາຊົນທ້ອງຖິ່ນມີຄວາມອຸດົມສົມບູນຍິ່ງໆຂຶ້ນ, ໃນຂະນະດຽວກັນກໍປະກອບສ່ວນໂຄສະນາ Wroclaw ໃຫ້ເປັນເມືອງຫຼາກຫຼາຍວັດທະນະທຳຂອງ ໂປໂລຍ ແລະ ເອີຣົບ.

ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ
ເຫດການດັ່ງກ່າວ ດຶງດູດປະຊາຊົນເຂົ້າຮ່ວມຫຼາຍພັນຄົນ.

ເທສະການວັດທະນະທຳ ຫວຽດນາມ ຢູ່ Wroclaw ໄດ້ຖືກຈັດຂຶ້ນພາຍໃນເນື້ອທີ່ເປີດ ຢູ່ທີ່ໃຈກາງຕົວເມືອງໂບຮານ Wroclaw ໄດ້ດຶງດູດແຂກທ່ອງທ່ຽວ ໂປໂລຍ ແລະ ສາກົນ ຫຼາຍສິບພັນເທື່ອຄົນ ມາຢ້ຽມຊົມ, ຊອກຮູ້, ທົດລອງສຳຜັດກັບບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳ ຫວຽດນາມ.

ເຫດການດັ່ງກ່າວ ປະກອບມີຫຼາກຫຼາຍລາຍການວັດທະນະທຳ, ສິລະປະ, ຮ້ອງເພງ ແລະ ຟ້ອນ ທີ່ມີລັກສະນະສະເພາະຕົວ ເຊັ່ນ: ການຟ້ອນສິງໂຕ, ການຮ້ອງເພງກວານຮໍ່, ການຮ້ອງເພງເຈົາວັນ, ເຄື່ອງດົນຕີພື້ນເມືອງ, ຫຼັກການແຕ້ມໂຕໜັງສືຈີນ, ການສະແດງຊຸດເຊື້ອຍາວ, ປະສົມປະສານກັບເນື້ອທີ່ວາງສະແດງຮູບແຕ້ມ, ສື່ສິ່ງພິມ, ຂອງຂວັນທີ່ລະນຶກ, ຫັດຖະກຳວິຈິດສິນ ແລະ ການໂຄສະນາອາຫານການກິນມູນເຊື້ອ ດ້ວຍ 20 ຮ້ານຂາຍເຄື່ອງ ທີ່ປະກອບມີເຍື່ອງອາຫານອັນເປັນໜ້າດຶງດູດຫຼາກຫຼາຍຢ່າງ, ສ້າງເປັນເຄື່ອງໝາຍການຄ້າອາຫານການກິນ ຫວຽດນາມ ເຊັ່ນ: ເຝີ, ແນມ,… ສິ່ງດັ່ງກ່າວໄດ້ສ້າງແຮງດຶງດູດ ແລະ ເປັນຈຸດເດັ່ນອັນຈັບອົກຈັບໃຈ ແກ່ແຂກທ່ອງທ່ຽວເຂົ້າຮ່ວມ, ທົດລອງສຳຜັດຢູ່ທີ່ເທສະການຢ່າງແທ້ຈິງ.

ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ
ລາຍການສະແດງຢູ່ທີ່ເທສະການ.

ເຫດການດັ່ງກ່າວ ໄດ້ຮັບການລາຍງານຂ່າວຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຈາກຫຼາກຫຼາຍອົງການສື່ມວນຊົນ, ແພລດຟອມເຄືອຂ່າຍສັງຄົມຂອງ ໂປໂລຍ ແລະ ຂອງ Wroclaw, ປະກອບສ່ວນໂຄສະນາ, ກະຈາຍພາບພົດປະເທດຊາດ, ຊາວ ຫວຽດນາມ, ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ກໍຄືຄວາມສຳເລັດພາຍໃນວິວັດທະນາການເຊື່ອມໂຍງເຂົ້າກັບສັງຄົມ ຂອງຊຸມຊົນຄົນ ຫວຽດນາມ ຢູ່ປະເທດປະຈຳຖິ່ນ.

ໄຂພິທີເຫດການວັດທະນະທຳຊຸມຊົນຂະໜາດໃຫຍ່ທີ່ສຸດຂອງຄົນ ຫວຽດນາມ ຢູ່ ພາກຕາເວັນຕົກຂອງອົດສະຕຣາລີ ໄຂພິທີເຫດການວັດທະນະທຳຊຸມຊົນຂະໜາດໃຫຍ່ທີ່ສຸດຂອງຄົນ ຫວຽດນາມ ຢູ່ ພາກຕາເວັນຕົກຂອງອົດສະຕຣາລີ

ຍສໝ - ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Perth, ເຄືອຂ່າຍພອນສະຫວັນ ຫວຽດນາມ - ອົດສະຕຣາລີ (AVTN) ແລະ Global Trade Connection ຫາກໍປະກາດໂຄງການ Vietnamese Culture Day 2026 – ສີສັນບ້ານເກີດເມືອງນອນ, ເຊິ່ງແມ່ນເຫດການວັດທະນະທຳຊຸມຊົນຂະໜາດໃຫຍ່ທີ່ສຸດຂອງຄົນ ຫວຽດນາມ ຢູ່ ...

ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ

ຍສໝ - ຕອບສຳພາດຕໍ່ ວາລະສານ ຍຸກສະໄໝ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026), ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ...

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ