ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ

10:01 | 14/05/2021

ຍສໝ - ໃນຕອນບ່າຍວັນທີ 12 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ.

ລັດຖະບານໄທ ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ ລັດຖະບານໄທ ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ປະເທດໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ໄດ້ສະແດງຄວາມຊົມເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ ແລະ ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄປຢ້ຽມຢາມໄທຢ່າງເປັນທາງການໃນໄວໆນີ້.

ທ່ານນາຍົກລັດຖະມົນຕີປະເທດໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການຕອບສະໜອງຕໍ່ການພັດທະນາເສດຖະກິດ - ສັງຄົມ, ກໍ່ຄື ຜົນງານການຕ່າງປະເທດຂອງຫວຽດນາມ ໃນໄລຍະທີ່ຜ່ານມາ, ເຊັ່ນ: ບົດບາດເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໂດຍສະເພາະ ແມ່ນບົດບາດເປັນປະທານສະພາໃນເດືອນເມສາ 2021; ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ບັນຫາພາກພື້ນ ແລະ ສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ. (ພາບ: baoquocte)

ໃນການປຶກສາຫາລືບັນດາມາດຕະການ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ນາຍົກລັດຖະມົນຕີສອງທ່ານ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງ ໄດ້ສົມທົບກັນເປັນຢ່າງດີໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໄທ ໃນປີ 2021, ຮັບປະກັນການປະຕິບັດຕົວຈິງ, ຫລີກລ້ຽງການຟຸ່ມເຟືອຍ; ຮັກສາ ແລະ ຍົກສູງປະສິດທິຜົນຂອງກົນໄກການຮ່ວມມືສອງຝ່າຍ, ໃນນັ້ນມີການຈັດກອງປະຊຸມຄະນະລັດຖະບານຮ່ວມຫວຽດນາມ - ໄທ ຄັ້ງທີ 4 ໃນເວລາທີ່ເໝາະສົມ; ລົງນາມໃນໂຄງການປະຕິບັດງານໂດຍໄວ ເພື່ອຈັດຕັ້ງປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ໃນໄລຍະ 2021-2025; ພະຍາຍາມເຮັດໃຫ້ວົງເງິນການຄ້າສອງຝ່າຍບັນລຸ 25 ຕື້ USD ໃນປີ 2025.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຢືນຢັນວ່າ, ຫວຽດນາມຈະສ້າງເງື່ອນໄຂສະດວກ, ຊຸກຍູ້ບັນດາວິສາຫະກິດໄທ ໃນການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ ແລະ ກຳລັງແຮງຂອງສອງຝ່າຍ, ຄື: ພະລັງງານ, ການທ່ອງທ່ຽວ, ອຸດສາຫະກຳເຕັກໂນໂລຢີສູງ, ອຸດສາຫະກຳໜູນຊ່ວຍສຳລັບຂະແໜງການລົດຍົນ, ເທັກໂນໂລຢີດິຈິຕອນ...

ນາຍົກລັດຖະມົນຕີສອງທ່ານ ໄດ້ແບ່ງປັນຄວາມສຳຄັນຂອງການສືບຕໍ່ເພີ່ມທະວີຄວາມສາມັກຄີ, ຮັກສາທັດສະນະລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ; ປະສານສົມທົບການເຈລະຈາ ເພື່ອບັນລຸປະມວນຂໍ້ກຳນົດການປະພຶດທີ່ມີປະສິດທິຜົນ ແລະ ສຳຄັນຢູ່ທະເລຕາເວັນອອກ (COC) ຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລປີ 1982, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ເຫັນດີຊຸກຍູ້ການເຈລະຈາກ່ຽວກັບລະບຽບການເດີນທາງບູລິມະສິດ ລະຫວ່າງຫວຽດນາມ ແລະ ສິງກະໂປ, ສືບຕໍ່ເປີດການບິນການຄ້າທີ່ປອດໄພຕາມສະພາບການຂອງແຕ່ລະປະເທດ ແລະ ພາກພື້ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ

ຍສມ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ ທີ່ສຳນັກງານໃຫຍ່ຂອງກອງເລຂາອາຊຽນ ຢູ່ນະຄອນຫຼວງຈາກາຕາ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ທີ່ມາຫວຽດນາມເພື່ອຄົ້ນຄ້ວາ, ລົງທຶນແລະ ດຳເນີນທຸລະກິດຢູ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.