ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ

10:39 | 11/05/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ຝ່າຍ​ອິນ​ເດຍ​ມີ​ທ່ານ Gautam De ອະ​ດີດ​ຫົວ​ໜ້າ​ສະ​ພາ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອິນ​ເດຍ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ແລະ ບັນ​ດາ​ນັກ​ວັນ​ນະ​ຄະ​ດີ, ສາດ​ສະ​ດາ​ຈານ, ນັກ​ຮຽນ​ຮູ້ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ມາ​ຊິກ ອິນ​ເດຍ - ຫວ​ຽດ​ນາມ.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ
ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື
ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ
ພິ​ທີ​ລະ​ນຶກ​ເຖິງທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ

ຫວ່າງ​ແລ້ວນີ້, ຢູ່​ອິນ​ເດຍ, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ - ຫວຽດ​ນາມ ສົມ​ທົບ​ກັບ​ອົງ​ການ​ນັກ​ວັນ​ນະ​ຄະ​ດີ (Dialogue Society) ຈັດ​ພິ​ທີ​ລະ​ນຶກ​ເຖິງ ທ່ານ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ - ຫວຽດ​ນາມ ທາງ​ອອນ​ລາຍ.

ເຂົ້າ​ຮ່ວມ​ຝ່າຍ​ອິນ​ເດຍ​ມີ​ທ່ານ Gautam De ອະ​ດີດ​ຫົວ​ໜ້າ​ສະ​ພາ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອິນ​ເດຍ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ແລະ ບັນ​ດາ​ນັກ​ວັນ​ນະ​ຄະ​ດີ, ສາດ​ສະ​ດາ​ຈານ, ນັກ​ຮຽນ​ຮູ້ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ມາ​ຊິກ ອິນ​ເດຍ - ຫວ​ຽດ​ນາມ.

ຝ່າຍ ຫວຽດ​ນາມ ມີ​ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິ​ນ​ເດຍ, ທ່ານນາງ ຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ທ່ານນາງ ຮ່າ​ມິງ​ເຫ້ວ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ອິນ​ເດຍ ພ້ອມ​ກັບ​ສະ​ມາ​ຄົມ​ນັກ​ວັນ​ນະ​ຄະ​ດີ, ສູນ​ຄົ້ນ​ຄ້​ວາ​ອິນ​ເດຍ, ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ອິ​ນ​ເດຍ​ນະ​ຄອນ ດ່າ​ນັ້ງ.

ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ
ທ່ານນາງ ຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ

ທ່າ​ນ​ນາງ ຫງວຽນ​ເຟືອງ​ງາ ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ ທ່ານ Geetesh Sharma ແມ່ນ​ພະ​ຍານຫຼັກ​ຖານ​ສຳ​ຄັນ​ໃຫ້​ແກ່​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ປະ​ເທດ ຫວຽດ​ນາມ ແລະ ອິນ​ເນຍ. ທ່ານ​ໄດ້​ມາ​ຫວຽດ​ນາມ ເປັນ​ເວ​ລາ​ 29 ຄັ້ງ​ແລ້ວ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ Geetesh Sharma, ໃນ​ກ່​ວາ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ - ຫວຽດ​ນາມ ໄດ້​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ແຕກ​ຕ່າງ​ກັນ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ການ​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ກໍ່​ຄື ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ຄື​ໃນ​ປັດ​ຈຸ​ບັນ.

ທ່ານ​ນາງ ຫງວຽ​ນ​ເຟືອງ​ງາ​ ໃຫ້​ຮູ້​ວ່າ ໂດຍ​ບຳ​ຫົວ​ຊາ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກຫຼາຍ​ຢ່າງ, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ກາ​ນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ອິນ​ເດຍ ຫວຽດ​ນາມ, ບັນ​ດາ​ວິ​ສາ​ຫະ​ກິດເຂດ Kolkata ມາ​ຍັງ ຫວຽດ​ນາມ ກໍ່​ຄື​ປະ​ກາດ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ທ່ານ​ນາງ​ ຫງວຽນ​ເຟືອງ​ງານ ໄດ້​ຢັ້ງ​ຢືນ​ວ່າ, ເຖິງວ່າ​ທ່ານ Geetesh Sharma ເຖິງ​ແກ່​ມໍ​ລະ​ນະ​ກຳ​ແລ້ວ ​ບັນ​ດາ​ສັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ທີ່ ທ່ານ​ສະ​ຫງວນ​ໃຫ້​ພວກ​ເຮົາ​ຈະ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ການ.

ທ່ານ​ນາງ ຫງວຽນ​ເຟືອງ​ງານ ​ເນັ້ນ​ວ່າ “ພວກ​ຂ້າ​ພະ​ເຈົ້າ​ຈະ​ຮຽງ​ບ່າ​ຮ່ຽງ​ໄຫຼ່ ກັບ​ພວກ​ເພື່ອນ ແລະ ຊາວ​ອິນ​ເດຍ​ໝົດ​ທຸກ​ຄົນ ຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ ສືບ​ຕໍ່​ພາ​ລະ​ກິດ​ຂອງ Geetesh Sharma, ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາ​ມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ​ກັນ​ລະ​ຫວ່າງ ທຸກ​ຄົນ​ໃນ​ໂລກ ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ

ຍ​ສ​ໝ - ​ທີ່​ເວ​ທີ​ປາ​ໄສ, ທ່ານ ຟ້າມ​ແສງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ອິນ​ເດຍ​ມີ​ການ​ພົວ​ພັນ​ພິ​ເສດ ເມື່ອ​ສອງ​ປະ​ເທດ​ໄດ້​ຮູ້​ຈັກ​ກັນ​ກ່ອນນີ້ 2000 ປີ ເມື່ອພູດ​ທະ​ສາ​ສະ​ໜາ ອິນ​ເດຍ ​ເຂົ້າ​ມາ​ຫວຽດ​ນາມ.

ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ.

ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຄັ້ງ​ທີ 13 ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຄັ້ງ​ທີ 13 ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ທາງ​ອອນ​ລາຍ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໃນ​ວັນ​ທີ 21 ທັນ​ວາ 2020.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.