ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

08:10 | 24/03/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ.

ວ ສາ ຫະ ກ ດ ຂະ ໜາດ ກາງ ແລະ ນ ອຍ ອ ນ ເດຍ ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ຮ ວມ ມ ນິ​ວ​ຊີແລນ ແລະ ຫວຽດ​ນາມ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ
ວ ສາ ຫະ ກ ດ ຂະ ໜາດ ກາງ ແລະ ນ ອຍ ອ ນ ເດຍ ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ຮ ວມ ມ ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ
ວ ສາ ຫະ ກ ດ ຂະ ໜາດ ກາງ ແລະ ນ ອຍ ອ ນ ເດຍ ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ຮ ວມ ມ

​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ດ້ວຍ​ຫົວ​ຂໍ້ “ການ​ຄ້າ ແລະ ການ​ລົງ​ທຶນ​ສອງ​ຝ່າຍ ອິນ​ເດຍ - ຫວຽດ​ນາມ”.(ພາບ: VOV)

ມີ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ທາງ​ການ​ຄ້າ ການ​ລົງ​ທຶນຫຼາຍ​ຢ່າງ​ສຳ​ລັບ​ວິ​ສາ​ຫະ​ກິດ ອິນ​ເດຍ ແລະ ຫວຽດ​ນາມ, ພິ​ເສດ ແມ່ນ​ສຳ​ລັບ​ວິ​ສາ​ຫ​ະ​ກິດ ຂະ​ໜາດ​ກາງ ແລະ ນ້​ອຍ.

ນີ້​ແມ່ນ​ເນື້ອ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ດ້ວຍ​ຫົວ​ຂໍ້ “ການ​ຄ້າ ແລະ ການ​ລົງ​ທຶນ​ສອງ​ຝ່າຍ ອິນ​ເດຍ - ຫວຽດ​ນາມ” ໂດຍ​ຫ້ອງ​ການ​ການ​ຄ້າ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ, ກະ​ຊວງວິ​ສາ​ຫະ​ກິ​ດ​ຂະ​ໜາດ​ກາງ ແລະ ນ້ອຍ ລັດ Uttar Pradesh ພ້ອ​ມ​ກັບ​ສະ​ມາ​ຄົມ​ອຸດ​ສ​ຫາ​ກຳ ອິນ​ເດຍ ໄດ້​ຈັດ​ຕັ້ງ​ໃນ​ຫວ່າງ​ແລ້ວນີ້.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ. ພ້ອມ​ທັງ, ຫວຽດ​ນາມ ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຍ້ອນ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ບັນ​ດາ​ສັນ​ຍາ​ການ​ຄ້າ ເສ​ລີ (FTA) ກວມ​ລວມ, ສຳ​ຜັດ​ກັບ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ສຳ​ຄັນຫຼາຍ​ຄົນ.

ໃນ​ສະ​ພາບ​ການ​ນັ້ນ, ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງຫວຽດ​ນາມ - ອິນ​ເດຍ ຍັງ​ບັ​ນ​ລຸ​ໝາກ​ຜົນ​ທີ່​ຕັ້ງ​ໜ້າເກືອ​ບ 10 ຕື້ USD ຕາມ​ຕົວ​ເລກ​ຂອງ​ພາ​ສີ​ອາ​ກອນ ຫວຽດ​ນາມ. ອິນ​ເດຍ​ແມ່ນ​ໜຶ່ງ​ໃນ 10 ຄູ່​ຮ່ວມ​ມື​ການ​ຄ້າ​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາ​ມ. ໃນ​ນັ້ນ, ການ​ສົ່ງ​ອອກຈາກ​ຫວຽດ​ນາມ ບັນ​ລຸ 5,3ຕື້ USD ແລະ ນຳ​ເຂົ້າ​ບັນ​ລຸ​ໄດ້ 4,4 ຕື້ USD. ທ່ານ ຟ້າມ​ແສງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຖື​ວ່າ ຫວຽດ​ນາມ ແລະ ອິນ​ເດຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ເພີ່ມ​ທະ​ວີ​ການ​ລົງ​ທຶນ - ດຳ​ເນີນ​ທຸ​ລະ​ກິດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ສະ​ໜັບ​ສະ​ໜູນ, ການ​ຜະ​ລິດ​ເຄື່ອງ​ອາ​ໄລ​ໂອ​ໂຕ, ລົດ​ຈັກ, ວັດ​ສະ​ດຸ​ການ​ຕ່ຳ​ແຜ່ນ​ຕັດ​ຫຍິ​ບ - ເກີບ​ໜັງ.

ໃນ​ຂະ​ນະ​ນັ້ນ, ທ່ານ Pankaj Gupta ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ ຖື​ວ່າ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ອິນ​ເດຍ​ມີ​ຈຸດ​ຄ້າຍ​ຄື​ກັນຫຼາຍ​ຢ່າງ, ມີຫຼາຍ​ກາ​ລະ​ໂອ​ກາດ ເພື່ອ​ຮ່ວມ​ມື, ນຳ​ໃຊ້​ທ່າ​ແຮງ​ຂອງ​ກັນ. ນັ້ນ​ແມ່ນ​ສ່​ວນຫຼາຍ​ວິ​ສາ​ຫະ​ກິດ​ລ້ວນ​ແຕ່​ມີ​ຂອບ​ຂະ​ໜາດ​ກາງ ແລະ ນ້ອຍ, ສວມ​ບົດ​ບາ​ດສຳ​ຄັນ​ໃນ​ພື້ນ​ຖານ​ເສດ​ຖ​ະ​ກິດ​ເມື່ອກວມ​ເອົາ 40% GDP ແລະ ສ້າງ​ໂອ​ກາດ​ເຮັດ​ວຽກ​ໃຫ້​ແກ່ 50% ກຳ​ລັງ​ແຮງ​ງານ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ວ ສາ ຫະ ກ ດ ຂະ ໜາດ ກາງ ແລະ ນ ອຍ ອ ນ ເດຍ ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ຮ ວມ ມ ນິ​ວ​ຊີແລນ ແລະ ຫວຽດ​ນາມ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ

ຍ​ສ​ໝ - ນິ​ວ​ຊີ​ແລນ ແລະ ຫວຽດ​ນາມ ໄດ້​ລົງ​ນາມ​ເຂົ້າ​ໃນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳຢ່າງ​ເປັນ​ທາງ​ການ ຢູ່​ການ​ໂອ້​ລົມ​ສົນ​ທະ​ນາ​ກະ​ສິ​ກຳ ຂັ້ນ​ສູງ​ລະ​ຫວ່າງ ສອງ​ປະ​ເທດ​ຄັ້ງ​ທີ 1.

ວ ສາ ຫະ ກ ດ ຂະ ໜາດ ກາງ ແລະ ນ ອຍ ອ ນ ເດຍ ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ຮ ວມ ມ ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ

ຍ​ສ​ໝ - ພິ​ທີ​ລົງ​ນາມ​ໄດ້​ດຳ​ເນີນ​ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ທ່ານ ເຈິ່ນ​ຕວັນ​ແອັງ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ​ການ​ຕ່າງ​ປະ​ເທດ…

ວ ສາ ຫະ ກ ດ ຂະ ໜາດ ກາງ ແລະ ນ ອຍ ອ ນ ເດຍ ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ຮ ວມ ມ ເພີ່ມ​ບຸນ​ຄຸນ​ສ້າງ​ການ​ພົວ​ພັນ ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຮ່າ​ຕິງ ແບບ​ຢ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ແບບ​ມິດ​ຕະ​ພາບ​ລະ​ຫວ່ງ ຫວຽດ​ນາມ - ລາວ

ຍ​ສ​ໝ - ວັນ​ທີ 7 ກຸ​ມພາ, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈ​ວ, ຄະ​ນະ​ຜູ້​ແທນ​ແຂວງ ບໍ​ລິ​ຄຳ​ໄຊ ໂດຍ​ທ່ານ ກອງ​ແກ້ວ ໄຊ​ສົງ​ຄຳ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ ເຈົ້າ​ແຂວງ ນຳ​ໜ້າມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ ອົງ​ຄະ​ນະ​ພັກ, ປະ​ຊາ​ຊົນ​ແຂວງ​ຮ່າ​ຕິງ​ເນື່ອ​ງ​ໃນ​ໂອ​ກາດ​ບຸນ​ເຕັດ​​ປີ​ສະ​ຫຼຸຂອງ​ຫວຽດ​ນາ​ມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.